ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ່ມີຕຽງນອນເຫຼືອ ໃນຫ້ອງມໍລະສຸມ ຢູ່ໂຮງໝໍ 50 ແຫ່ງ ຂອງລັດຟລໍຣິກາ


ພວກເຈົ້າໜ້າທີ່ແພດໝໍ ທີ່ບ່ອນກວດໂຄວິດ-19 ທີ່ເຂດຫາດຊາຍໄມອາມີ ໃນລັດຟລໍຣິດາ ເມື່ອວັນທີ 17 ກໍລະກົດ 2020.
ພວກເຈົ້າໜ້າທີ່ແພດໝໍ ທີ່ບ່ອນກວດໂຄວິດ-19 ທີ່ເຂດຫາດຊາຍໄມອາມີ ໃນລັດຟລໍຣິດາ ເມື່ອວັນທີ 17 ກໍລະກົດ 2020.

ໂຮງໝໍ 45 ແຫ່ງໃນລັດ ຟລໍຣິດາ ທີ່ຕັ້ງຢູ່ພາກໃຕ້ຂອງ ສະຫະລັດ ໄດ້ລາຍ ງານໃນວັນຈັນມື້ນີ້ວ່າ ບໍ່ມີຕຽງນອນໃນຫ້ອງມໍລະສຸມຫວ່າງອີກແລ້ວ, ໃນຂະນະ ທີ່ການເພີ່ມຂຶ້ນໃນກໍລະນີຂອງໄວຣັສໂຄໂຣນາໃນລັດ ສະຫະລັດ ໄດ້ສ້າງຄວາມ ຕຶງຄຽດຕໍ່ລະບົບເບິ່ງແຍງສຸຂະພາບ.

ລັດດັ່ງກ່າວໄດ້ລາຍງານກໍລະນີໃໝ່ຫຼາຍກວ່າ 12,000 ກໍລະນີໃນວັນອາທິດ ວານນີ້, ເປັນການລາຍງານຫຼາຍກວ່າ 10,000 ກໍລະນີເປັນວັນທີຫ້າລຽນຕິດ ຂອງເຂົາເຈົ້າ.

ຢູ່ເຂດ ໄມອາມີ ແມ່ນບ່ອນທີ່ຖືກກະທົບໜັກເປັນພິເສດ, ດ້ວຍໂຮງໝໍ 9 ຈາກ 45 ແຫ່ງທີ່ຕັ້ງຢູ່ໃນເຂດນະຄອນ ໄມອາມີ-ເດດ ແມ່ນມີຄົນໄຂ້ເຫຼືອລົ້ນ.

ທ່ານ ແຟຣນຊິສ ຊວາເຣັສ, ເຈົ້າເມືອງໄມອາມີ, ໄດ້ກຳນົດການປັບໃໝທີ່ໜັກ ຂຶ້ນໃນວັນຈັນມື້ນີ້ ສຳລັບຄົນທີ່ຖືກພົບເຫັນບໍ່ໃສ່ໜ້າກາກໃນສາທາລະນະ. ດ້ວຍ ຄ່າປັບໃໝເລີ່ມຕົ້ນທີ່ 50 ໂດລາສຳລັບການກະທຳຜິດຄັ້ງທຳອິດ ແລະ ສູງເຖິງ 500 ໂດລາສຳລັບຜູ້ກະທຳຜິດຊໍ້າອີກ.

ໃນອີກຟາກນຶ່ງຂອງປະເທດ, ເຈົ້າຄອງນະຄອນ ລອສ ແອນເຈີລິສ ທ່ານເອຣິກ ກາເຊັດຕິ ໄດ້ກ່າວໃນວັນອາທິດວານນີ້ວ່າ “ທ່ານແມ່ນໃກ້ແລ້ວ” ທີ່ຈະອອກຄຳ ສັ່ງກັກຕົວຢູ່ໃນບ້ານອີກຄັ້ງນຶ່ງ ສຳລັບເມືອງທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ ປະເທດນັ້ນ.

ທ່ານ ກາເຊັດຕິ ໄດ້ຖິ້ມໂທດໃສ່ລັດຖະບານທ່ານ ທຣຳ ສຳລັບສິ່ງທີ່ທ່ານເອີ້ນ ວ່າ ຂາດການເປັນຜູ້ນຳແຫ່ງຊາດໃນການຕໍ່ສູ້ກັບໂຣກດັ່ງກ່າວ.

ທ່ານໄດ້ກ່າວຕໍ່ໂທລະພາບ CNN ໃນວັນອາທິດວານນີ້ວ່າ “ບັນຫານີ້ຖືກນຳມາ ເປັນການເມືອງໃນເວລາທີ່ມັນຄວນເປັນການສາມັກຄີກັນ. ພວກເຮົາຖືກປ່ອຍໃຫ້ ຢູ່ຜູ້ດຽວໃນເວລາທີ່ພວກເຮົາຄວນໄດ້ຮັບການຊ່ວຍເຫຼືອ. ພວກເຮົາຮູ້ວ່າບັນຫາ ນີ້ຈະແກ່ຍາວ. ຢຸດບອກປະຊາຊົນວ່າມັນຈະເຊົາໃນໄວໆນີ້. ຖ້າພວກເຮົາບໍ່ສາ ມັກຄີກັນເປັນປະເທດນຶ່ງດ້ວຍການນຳພາແຫ່ງຊາດ, ພວກເຮົາຈະເຫັນຄົນເສຍ ຊີວິດຕື່ມອີກ.”

ໃນທົ່ວປະເທດ, ສະຫະລັດ ໄດ້ບັນທຶກການເສຍຊີວິດຫຼາຍກວ່າ 500 ຄົນ ແລະ ຢືນຢັນ 63,000​ ກໍລະນີໃໝ່ໃນວັນອາທິດວານນີ້ ແລະ ໃນປັດຈຸບັນນີ້ ໄດ້ນຳໜ້າໝູ່ໃນໂລກ ສຳລັບທັງສອງປະເພດນັ້ນ.

ໃນທະວີບ ຢູໂຣບ, ບັນດາຜູ້ນຳໄດ້ເພັ່ງເລັງໃສ່ການຟື້ນຟູທາງດ້ານເສດຖະກິດ ຈາກໂຣກລະບາດດັ່ງກ່າວ, ໃນຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະຕົກລົງກັນ ກ່ຽວກັບ ໂຄງການຊ່ວຍເຫຼືອຫຼາຍຮ້ອຍຕື້ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG