ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ສູງຂຶ້ນ ຢູ່ທະເລຈີນໃຕ້ ຂະນະທີ່ ມີການຊ້ອມລົບ ຢູ່ໃນຂົງເຂດ


ນີ້ແມ່ນຮູບ ທີ່ສະໜອງໂດຍກອງທັບເຮືອ ສຫລ ຊຶ່ງມີຮວມທັງກຳປັ່ນບັນທຸກເຮືອບິນ Ronald Reagan ແລະກຳປັ່ນບັນທຸກເຮືອບິນ Nimitz ທີ່ພວມແລ່ນຢູ່ໃນທະເລຈີນໃຕ້ ເມື່ອວັນທີ 6 ກໍລະກົດ 2020.
ນີ້ແມ່ນຮູບ ທີ່ສະໜອງໂດຍກອງທັບເຮືອ ສຫລ ຊຶ່ງມີຮວມທັງກຳປັ່ນບັນທຸກເຮືອບິນ Ronald Reagan ແລະກຳປັ່ນບັນທຸກເຮືອບິນ Nimitz ທີ່ພວມແລ່ນຢູ່ໃນທະເລຈີນໃຕ້ ເມື່ອວັນທີ 6 ກໍລະກົດ 2020.

ຈີນໄດ້ສະແດງປະຕິກິລິຍາຕອບໂຕ້ຢ່າງແຂງຂັນ ໃນວັນອັງຄານວານນີ້ ຕໍ່ການປະຕິເສດ ຂອງລັດຖະບານທ່ານທຣຳ ກ່ຽວກັບການອ້າງເອົາກຳມະສິດໃນຂອບເຂດທີ່ກວ້າງຂວາງຂອງຈີນ ຢູ່ທະເລຈີນໃຕ້ ໂດຍເອີ້ນວໍຊິງຕັນວ່າ “ເປັນຜູ້ສ້າງບັນຫາ ແລະລົບກວນສະຖຽນລະພາບ ຢູ່ໃນຂົງເຂດ.”

ຫຼາຍປີຫຼັງຈາກທີ່ຈີນໄດ້ເລີ້ມສ້າງຄ້າຍທະຫານຂອງຕົນຢູ່ຕາມເກາະດອນນ້ອຍໆທີ່ເລິກເຂົ້າໄປໃນເຂດນ່ານນ້ຳສາກົນນັ້ນ ລັດຖະບານທ່ານທຣຳໃນວັນຈັນວານນີ້ເລີ້ມເອົາທ່າທີຢ່າງເປັນທາງການ ທີ່ແຂງຂັນຂຶ້ນກ່ຽວກັບເລື້ອງດັ່ງກ່າວ ໂດຍປະຕິເສດຕໍ່ການອ້າງເອົາກຳມະສິດຂອງຈີນນັ້ນວ່າ “ຜິດກົດໝາຍຢ່າງສິ້ນເຊີງ.”

ສະຫະລັດເອງບໍ່ໄດ້ອ້າງເອົາກຳມະສິດກ່ຽວກັບດິນແດນໃດໆ ຢູ່ໃນທະເລຈີນໃຕ້ແລະໄດ້ເອົາທ່າທີ ມາເປັນເວລາດົນນານແລ້ວວ່າ ຈຸດປະສົງຫຼັກຂອງຕົນກໍຄືຮັກສາເຂດນ່ານນ້ຳດັ່ງກ່າວ ໃຫ້ມີຄວາມປອດໄພ ສຳລັບການເດີນເຮືອຂອງປະເທດຕ່າງໆ. ພວກເຈົ້າໜ້າທີ່ຂອງສະຫະລັດກ່າວວ່າ ທີ່ມີການອ້າງກຳມະສິດກວມກັນຢູ່ໃນທະເລຈີນໃຕ້ ຄວນຫາທາງແກ້ໄຂບັນຫາຂັດແຍ້ງ ໃນເລື້ອງດິນແດນ ໂດຍສັນຕິວິທີ. ໃນປີ 2016 ສານໄກ່ເກ່ຍລະຫວ່າງປະເທດໄດ້ຕັດສິນວ່າ ການອ້າງເອົາກຳມະສິດທາງທະເລຂອງຈີນ ບໍ່ມີພື້ນຖານທາງດ້ານກົດໝາຍ.

ຫຼັງຈາກສະຫະລັດອອກຖະແຫຼງການໃນວັນຈັນຜ່ານມາ ອິນໂດເນເຊຍ ແລະຟີລິບປິນ ກໍໄດ້ເຂົ້າຮ່ວມນຳ ໂດຍຮຽກຮ້ອງໃຫ້ຈີນປະຕິບັດຕາມການຕັດສິນຂອງສານໄກ່ເກ່ຍລະຫວ່າງປະເທດ. ສ່ວນກະຊວງການຕ່າງປະເທດຂອງມາເລເຊຍໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບເລື້ອງນີ້.

ຢູ່ທີ່ນະຄອນຫຼວງປັກກິ່ງ ເຈົ້າໜ້າທີ່ໄດ້ປະຕິເສດຕໍ່ຖະແຫຼງການຂອງລັດຖະບານທ່ານທຣຳ ໂດຍກ່າວອ້າງວ່າ ຕົນບໍ່ມີຫຍັງຈະເວົ້າກ່ຽວກັບເລື້ອງນີ້.

ຖະແຫຼງການຂອງສະຖານທູດຈີນທີ່ນະຄອນຫຼວງວໍຊິງຕັນ ກ່າວວ່າ “ສະຫະລັດບໍ່ແມ່ນປະເທດທີ່ມີສ່ວນກ່ຽວຂ້ອງ ໃນການຂັດແຍ້ງເລື້ອງເຂດນ້ຳດິນແດນຢູ່ໃນຂົງເຂດ ແຕ່ປະເທດດັ່ງກ່າວຍັງສືບຕໍ່ຍື່ນມືເຂົ້າແຊກແຊງ ແລະສະແດງກຳລັງທາງທະຫານ ຢູ່ໃນຂົງເຂດ. ມັນໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງ ແລະຍຸແຍ່ໃຫ້ມີການປະເຊີນໜ້າກັນຢູ່ໃນພູມີພາກ.”

ຈີນໄດ້ອ້າງເອົາກຳມະສິດ ແຂ່ງກັນກັບ ບຣູນາຍ ມາເລເຊຍ ໄຕ້ຫວັນ ຫວຽດນາມ ອິນໂດເນເຊຍ ແລະ ຟີລິບປິນ ໃນພື້ນທີ່ 3 ລ້ານ 5 ແສນກິໂລແມັດມົນທົນ ຢູ່ ໃນທະເລຈີນໃຕ້.

ຈີນໄດ້ໃຊ້ອັນທີ່ເອີ້ນວ່າ “Nine-Dash Line” ຫຼື 9 ເສັ້ນຂີດໝາຍທີ່ມີການອ້າງເຖິງແຕ່ສະໄໝຣາຊະວົງບູຮານ ສຳລັບການເດີນເຮືອທາງທະເລ ເພື່ອອ້າງເອົາເຂດນ່ານນ້ຳ 90 ເປີເຊັນທີ່ປະເທດອື່ນໆຢູ່ໃນຂົງເຂດຕ່າງກໍຫຼິງເຫັນວ່າມີຄຸນຄ່າ ສຳລັບການຫາປາ ແລະເປັນແຫຼ່ງສຳຮອງໃນດ້ານພະລັງງານທີ່ມາຈາກຊາກພືດແລະສັດໃຕ້ພື້ນທະເລ. ນອກນັ້ນແລ້ວ 9 ເສັ້ນຂີດໝາຍຍັງໄດ້ຕັດຜ່ານເຂດເສດ ຖະກິດພິເສດຂອງບາງປະເທດນຳດ້ວຍ.

ໃນອາທິດແລ້ວນີ້ ກຳປັ່ນບັນທຸກເຮືອບິນ ຂອງສະຫະລັດ 2 ລຳ ຄືກຳປັ່ນບັນທຸກເຮືອບິນ Ronald Reagan ແລະ Nimitz ໄດ້ເລີ້ມການຊ້ອມລົບຢູ່ໃນທະເລຈີນໃຕ້ ເພື່ອສະແດງແສນຍານຸພາບ.

ກຳປັ່ນບັນທຸກເຮືອບິນທັງສອງຖືກສົ່ງໄປທະເລຈີນໃຕ້ ເພື່ອທຳການຊ້ອມລົບໃນດ້ານຍຸດທະວິທີ ທີ່ແນໃສ່ເພື່ອນຳໃຊ້ຄວາມສາມາດ ໃນການປ້ອງກັນທາງອາກາດ ໃຫ້ໄດ້ຫຼາຍທີ່ສຸດ “ໃນການສະໜັບສະໜຸນເພື່ອໃຫ້ເຂດອິນໂດປາຊີິຟິກມີອິດສະຫຼະເສລີແລະເປີດກວ້າງ” ອີງຕາມຖະແຫຼງການຂອງກອງທັບເຮືອສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG