ຈີນໄດ້ຕົກລົງ ທີ່ຈະເລີ້ມເປີດການເຈລະຈາຄືນໃໝ່ ກັບບັນດາປະເທດໃນເຂດເອເຊຍຕາເວັນອກສຽງໃຕ້ ກ່ຽວກັບກົດການປະພຶດປະຕິບັດທາງທະເລ ເພື່ອຟື້ນຟູພາບພົດຂອງຕົນຢູ່ໃນຕ່າງປະເທດ ຫຼັງຈາກການລະບາດຂອງໂຄວິດ-19 ແລະ ການເຕືອນເປັນເວລາຫຼາຍໆເດືອນວ່າຕົນເປັນປະເທດທີ່ມີອິດທິພົນທາງທະຫານ ເຂັ້ມແຂງທີ່ສຸດຢູ່ໃນທະເລຈີນໃຕ້.
ປັກກິ່ງກ່າວໃນວັນທີ 1 ກໍລະກົດຜ່ານມາ ໃນການປຶກສາຫາລືກັບພວກຜູ້ນຳໃນເຂດເອເຊຍຕາເວັນອອກສຽງໃຕ້ວ່າ ຕົນຈະເລີ້ມການເຈລະຈາ ກ່ຽວກັບກົດການປະພຶດປະຕິບັດ ຊຶ່ງໄດ້ມີການໂຈະມາແຕ່ປີ 2002 ທີ່ອາດຈະຊ່ວຍກຳປັ່ນບໍ່ໃຫ້ໄດ້ຮັບເຄາະຮ້າຍ ແລະແກ້ໄຂອຸປະຕິເຫດຕ່າງໆ ຢູ່ໃນເຂດທະເລຈີນໃຕ້ທີ່ກວ້າງໃຫຍ່ ແລະມີກຳປັ່ນໄປມາເປັນຈຳນວນຫຼວງຫຼາຍນັ້ນ.
ຈີນ ແລະຄູ່ເຈລະຈາ ຈາກ 10 ປະເທດສະມາຊິກ ຂອງສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊຽນ ໄດ້ພາກັນຫຼີກລ່ຽງບໍ່ຢາກເວົ້າເຖິງເລື້ອງດັ່ງກ່າວມາຈົນຮອດເວລານີ້. ທັງສອງແມ່ນກຳລັງສູ້ຊົນ ເພື່ອຮັບມືກັບການລະບາດຂອງໂຄວິດ-19 ຊຶ່ງຕ່າງກໍມອງເບິ່ງຈີນວ່າ ເປັນທີ່ມາຕົ້ນຕໍຂອງພະຍາດດັ່ງກ່າວນີ້.
ນອກນັ້ນແລ້ວ ໃນເຄິ່ງທຳອິດຂອງປີນີ້ ຈີນ ຍັງສົ່ງຝູງບິນທະຫານ ຢ່າງໜ້ອຍ 8 ເທື່ອ ບິນຜ່ານທະເລຈີນໃຕ້ ໃນເຂດທີ່ຢູ່ໃກ້ໆກັບໄຕ້ຫວັນແລະສົ່ງກຳປັ່ນສຳຫຼວດ ເຂົ້າໄປໃນເຂດນ່ານນ້ຳ ທີ່ອ້າງເອົາກຳມະສິດ ໂດຍມາເລເຊຍ ແລະຫວຽດນາມ.
ໃນອາທິດແລ້ວນີ້ ຈີນກໍໄດ້ທຳການຊ້ອມລົບທາງທະຫານ ຢູ່ໃນທະເລຈີນໃຕ້ ໃນອັນທີ່ປາກົດວ່າ ເປັນການເພັ່ງເລັງໃສ່ ການໂຈມຕີດ້ວຍກຳລັງສະເທີນນ້ຳສະເທີນບົກ.
ທ່ານສຕີເວັນ ນາກີ (Stephen Nagy) ຮອງສາສະດາຈານອະວຸໂສທີ່ຊ່ຽວຊານທາງດ້ານການເມືອງແລະການສຶກສາລະຫວ່າງປະເທດທີ່ມະຫາວິທະຍາໄລຄຣິສຕຽນສາກົນ ຢູ່ນະຄອນຫຼວງໂຕກຽວ ກ່າວວ່າ “ຂ້າພະເຈົ້າຄິດວ່າ ເປັນຫຍັງຈີນຈຶ່ງສະເໜີເປີດການເຈະລຈາ ກໍຍ້ອນຈີນຮູ້ສຶກ ມີຄວາມເຊື່ອໝັ້ນຢ່າງແຂງຂັນວ່າ ຕົນພວມຢູ່ໃນທ່າທີທີ່ເຂັ້ມແຂງແລະສາມາດກຳນົດທິດທາງຫຼືເສັ້ນທາງຂອງການສົນທະນາຫາລື ແລະພວກຄູ່ເຈລະຈາ ບໍ່ຢູ່ໃນທ່າທີທີ່ເຂັ້ມແຂງຍ້ອນໄວຣັສ ໂຄໂຣນາ ແລະຍ້ອນພວກເຂົາເຈົ້າບໍ່ມີກຳລັງທາງທະຫານ ຢູ່ໃນທະເລດັ່ງກ່າວ.”