ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ເລີ້ມຖອນຕົວ ຢ່າງເປັນທາງການ ອອກຈາກ ອົງການອະນາໄມໂລກ


ປະທານາທິບໍດີ ດໍໂນລ ທຣຳ ພວມຟັງ ການຫາລື ກ່ຽວກັບເລື້ອງຄວາມປອດໄພ ໃນການເປີດໂຮງຮຽນຄືນ ທີ່ທຳນຽບຂາວ ເມື່ອວັນອັງຄານ ທີ 7 ກໍລະກົດ 2020. (AP Photo/Alex Brandon)
ປະທານາທິບໍດີ ດໍໂນລ ທຣຳ ພວມຟັງ ການຫາລື ກ່ຽວກັບເລື້ອງຄວາມປອດໄພ ໃນການເປີດໂຮງຮຽນຄືນ ທີ່ທຳນຽບຂາວ ເມື່ອວັນອັງຄານ ທີ 7 ກໍລະກົດ 2020. (AP Photo/Alex Brandon)

ທຳນຽບຂາວ ໄດ້ສົ່ງໜັງສືແຈ້ງຢ່າງເປັນທາງການ ໄປຍັງອົງການສະຫະປະຊາຊາດວ່າ ຕົນໄດ້ຖອນສະຫະລັດ ອອກຈາກອົງການອະນາໄມໂລກ ທັງໆກໍລະນີໂຄວິດ-19 ຢູ່ໃນສະຫະລັດຍັງສືບຕໍ່ມີຈຳນວນເພີ້ມຂຶ້ນ.

ປະທານາທິບໍດີດໍໂນລ ທຣຳ ໄດ້ໂຈະການໃຫ້ທຶນ ແກ່ອົງການອະນາໄມໂລກ ຫຼື WHO ມາແຕ່ເດືອນເມສາ ແລະນຶ່ງເດືອນຕໍ່ມາ ກໍໄດ້ປະກາດໃຫ້ຊາບ ກ່ຽວກັບຄວາມຕັ້ງໃຈຂອງທ່ານ ທີ່ຈະຖອນຕົວອອກ. ທ່ານໄດ້ກ່າວຫາ ອົງການອະນາໄມໂລກວ່າມີຄວາມລຳອຽງໃນການຮັບມືກັບການລະບາດຂອງໄວຣັສໂຄໂຣນາແລະຕ້ອງການໃຫ້ມີການປະຕິຮູບພາຍໃນອົງການດັ່ງກ່າວ.

ທ່ານທຣຳ ກ່າວໃນເດືອນພຶດສະພາຜ່ານມານີ້ວ່າ “ພວກເຮົາມີລາຍລະອຽດກ່ຽວກັບການປະຕິຮູບ ທີ່ອົງການດັ່ງກ່າວຕ້ອງໄດ້ເຮັດ ແລະພົວພັນໂດຍກົງ ແຕ່ພວກເຂົາເຈົ້າໄດ້ປະຕິເສດທີ່ຈະດຳເນີນການ. ຍ້ອນພວກເຂົາເຈົ້າບໍ່ໄດ້ເຮັດການປະຕິຮູບຕາມທີ່ໄດ້ຮ້ອງຂໍໄປແລະມີຄວາມຈຳເປັນຢ່າງໃຫຍ່ຫຼວງນັ້ນພວກເຮົາຈຶ່ງຈະຕັດຂາດຄວາມສຳພັນຢ່າງສິ້ນເຊີງ.”

ຕາມລະບຽບຂອງອົງການອະນາໄມໂລກແລ້ວປະເທດໃດກໍຕາມທີ່ຖອນຕົວອອກ ຈາກອົງການດັ່ງກ່າວ ຕ້ອງໄດ້ຍື່ນຄຳຮ້ອງເປັນເວລານຶ່ງປີ. ຖ້າທ່ານທຣຳເສຍໄຊໃນການເລືອກຕັ້ງໃນເດືອນພະຈິກຈະມານີ້ ປະທານາທິບໍດີຄົນຕໍ່ໄປສາມາດທີ່ຈະຕັດສິນໃຈ ຢູ່ໃນອົງການນີ້ໄດ້ຕໍ່ໄປ.

ສະຫະລັດພວມມີກໍລະນີໂຄວິດ-19 ນຳໜ້າທຸກໆປະເທດໃນໂລກ ຄືເກືອບ 3 ລ້ານກໍລະນີ ແລະມີຜູ້ເສຍຊີວິດເກືອບ 131,000 ຄົນ.

ພວກນັກຊ່ຽວຊານຂອງສະຫະລັດ ເອີ້ນການເອົາມາດຕະການ ຂອງປະທານາທິ ບໍດີວ່າສາຍຕາສັ້ນ ແລະໄດ້ທຳລາຍການຮ່ວມມື ທີ່ມີມາເປັນເວລາຫຼາຍໆທົດສະວັດ ໃນການຕໍ່ສູ້ກັບພະຍາດຕ່າງໆ.

ທ່ານທໍມັສ ຟາຍລ໌ ຈູເນຍ (Thomas File Jr.) ປະທານສະມາຄົມປ້ອງກັນພະຍາດຕິດຕໍ່ແຫ່ງອາເມຣິກາ ກ່າວວ່າ “ການປະຖິ້ມບ່ອນນັ່ງຂອງພວກເຮົາ ຢູ່ເທິງໂຕະ ເຮັດໃຫ້ສະຫະລັດບໍ່ມີສ່ວນຮ່ວມໃນການຕັດສິນໃຈເພື່ອປາບປາມເຊື້ອໄວຣັສ ແລະຄວາມພະຍາຍາມຂອງໂລກເພື່ອພັດທະນາຢາວັກຊີນ ແລະການປິ່ນປົວພະຍາດ ເຮັດໃຫ້ພວກເຮົາ ມີຄວາມຫຼໍ່ແຫຼມຫຼາຍຂຶ້ນ ຈາກໂຄວິດ-19 ໃນຂະນະທີ່ພວກເຮົາມີບົດບາດໜ້ອຍລົງ ໃນຖານະຜູ້ນຳໃນດ້ານສາທາລະນະສຸກຂອງໂລກ. ຖ້າບໍ່ມີອົງການອະນາໄມໂລກແລ້ວປະເທດຂອງພວກເຮົາຈະມີຄວາມສ່ຽງຫຼາຍຂຶ້ນ ສຳລັບການກະກຽມ ຢ່າງພຽງພໍ ກ່ຽວກັບຄວາມສ່ຽງ ໃນການຮັບມືກັບພະຍາດຕ່າງໆຢ່າງຫຼວງຫຼາຍ.”

ທ່ານນາງເອລີຊາແບັດ ຄາວເຊິນສ໌ (Elizabeth Cousens) ປະທານມູນນິທິສະຫະປະຊາຊາດ ກ່າວວ່າ ອົງການອະນາໄມໂລກແມ່ນອົງການດຽວເທົ່ານັ້ນທີ່ສາມາດປະສານງານໃນການຮັບມືຂອງໂລກ ກັບໄວຣັສໂຄໂຣນາ.

ທ່ານນາງກ່າວຕື່ມວ່າ “ການຖອນຕົວຂອງສະຫະລັດຈາກອົງການອະນາໄມໂລກ ຍັງຈະເຮັດໃຫ້ຄວາມກ້າວໜ້າ ທີ່ມີມາເປັນເວລາຫຼາຍໆປີ ກ່ຽວກັບບູລິມະສິດໃນດ້ານສາທາລະນະສຸກອື່ນໆ ທີ່ມີຄວາມສຳຄັນຕໍ່ຊາວອາເມຣິກັນ ຕົກຢູ່ໃນຄວາມສ່ຽງ ຈາກການເຂົ້າຫາຢາວັກຊີນຕ່າງໆຫຼາຍຂຶ້ນ ເພື່ອຕໍ່ສູ້ກັບພະຍາດເຊັ່ນໂປລີໂອ ໄຂ້ປ່າມາເລເຣຍ ເອັສໄອວີ/ເອດສ໌ ແລະການເຮັດວຽກເພື່ອເສີມຂະຫຍາຍລະບົບສາທາລະນະສຸກໃນແຫ່ງອື່ນໆ. ບູລິມະສິດເຫຼົ່ານັ້ນ ແມ່ນບໍ່ພຽງແຕ່ມີການຮ່ວມມືກັນຢູ່ໃນທົ່ວໂລກ ແຕ່ຍັງໄດ້ຮັບການສະໜັບສະໜຸນຈາກທັງສອງພັກການເມືອງ ມາເປັນເວລາຫຼາຍໆທົດສະວັດຢູ່ໃນະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG