ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແນເປົ້າໝາຍ ໃສ່ອົງການຂ່າວ ສະຫະລັດ


ໂຄສົກກະຊວງການຕ່າງປະເທດຈີນ ທ່ານສາວ ລີຈ້ຽນ ກ່າວຢູ່ໃນການຖະແຫຼງຂ່າວ ຢູ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 8 ເມສາ ປີ 2020.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານສາວ ລີຈ້ຽນ ກ່າວຢູ່ໃນການຖະແຫຼງຂ່າວ ຢູ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 8 ເມສາ ປີ 2020.

ຈີນ ກ່າວໃນວັນພຸດວານນີ້ວ່າ ຕົນທວງໃຫ້ 4 ອົງການຂ່າວ ຂອງສະຫະລັດ ເປີດເຜີຍລາຍລະອຽດ ກ່ຽວກັບການເຮັດທຸລະກິດຂອງເຂົາເຈົ້າ ຢູ່ໃນປະເທດຈີນ ເພື່ອເປັນການຕອບໂຕ້ ຕໍ່ອັນທີ່ຈີນເອີ້ນວ່າ “ການກົດຂີ່” ຕໍ່ອົງການຂ່າວ ຂອງທາງການຈີນ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານສາວ ລີຈ້ຽນ (Zhao Lijian) ກ່າວຢູ່ໃນການຖະແຫຼງຂ່າວປະຈຳວັນຕໍ່ສື່ມວນຊົນວ່າ ອົງການຂ່າວເອພີ ອົງການຂ່າວ CBS ອົງການ NPR ແລະອົງການຂ່າວ UPI ມີເວລາ 7 ມື້ ເພື່ອຈະແຈ້ງລາຍລະອຽດໃຫ້ລັດຖະບານຈີນຊາບ ກ່ຽວກັບພະນັກງານ ການເງິນ ກຳມະສິດໃນຊັບສິນ ແລະຂໍ້ມູນອື່ນໆອີກດ້ວຍ.

ທ່ານສາວກ່າວວ່າ “ມາດຕະການ ທີ່ກ່າວມາຂ້າງເທິງໂດຍຈີນ ແມ່ນເປັນມາດຕະ ການຕອບໂຕ້ທີ່ມີຄວາມຈຳເປັນ ແລະເປັນການປ້ອງກັນທີ່ຖືກຕ້ອງຕາມກົດໝາຍ ຍ້ອນການກົດຂີ່ ແບບບໍ່ມີເຫດຜົນຂອງສະຫະລັດ ທີ່ມີຕໍ່ອົງການສື່ມວນຊົນຂອງຈີນຢູ່ໃນະຫະລັດ.”

ການປະກາດດັ່ງກ່າວຂອງຈີນ ມີຂຶ້ນຫລັງຈາກລັດຖະບານປະທານາທິບໍດີດໍໂນລ ທຣຳ ໄດ້ລະບຸ 4 ອົງການສື່ມວນຊົນ ຂອງລັດຖະບານຈີນ ໃນເດືອນແລ້ວນີ້ວ່າ ເປັນ “ການປະຕິບັດງານຂອງຕ່າງປະເທດ” ຊຶ່ງເປັນການເຄື່ອນໄຫວ ທີ່ອາດຈະບັງຄັບໃຫ້ອົງການຂ່າວເຫຼົ່ານີ້ຫຼຸດພະນັກງານຂອງຕົນ ຢູ່ໃນສະຫະລັດລົງ.

China said Wednesday it has demanded that four American news organizations disclose details about their business operations in the country in response to what it called U.S. “suppression” of Chinese state-run news outlets.

Foreign ministry spokesman Zhao Lijian said at his daily media briefing that Associated Press, CBS News, National Public Radio and United Press International had seven days to submit to the Chinese government details about their staffing, finances, real estate holdings and other information.

“The above-mentioned measures by China are completely necessary countermeasures and are completely legitimate defenses compelled by unreasonable suppression of the U.S. said on Chinese media agencies in the United States,” Zhao said.

China’s announcement comes after the Trump administration designated four more Chinese state-controlled media organizations last month as “foreign missions,” a move that could force them to reduce staffing in the U.S.

When making the June announcement, the U.S. State Department said the four Chinese outlets, including CCTV, must submit a list of all staffers in the U.S. and any real estate holdings.

The U.S., which said the move was necessary because of their association with the Chinese government and the ruling Communist Party, previously labeled five other Chinese as foreign missions in February.

China expelled reporters from several large U.S. news outlets earlier this year after the U.S. limited the number of Chinese journalists who work in the U.S.

XS
SM
MD
LG