ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເມືອງເອຟຣາຕາ ຊຶ່ງເປັນເມືອງນ້ອຍໆ ໃນລັດເພັນຊິລເວເນຍ ກໍມີຄົນລາວອາໄສຢູ່


ທ່ານສຸກສົມບູນ ແລະ ຍານາງມະໄລພອນ ຈະເລີນສຸກ ໄດ້ເຂົ້າໄປຕັ້ງຖິ່ນຖານໃນເມືອງເອຟຣາຕາ ມາໄດ້ 40 ປີແລ້ວ.
ທ່ານສຸກສົມບູນ ແລະ ຍານາງມະໄລພອນ ຈະເລີນສຸກ ໄດ້ເຂົ້າໄປຕັ້ງຖິ່ນຖານໃນເມືອງເອຟຣາຕາ ມາໄດ້ 40 ປີແລ້ວ.

​ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ຈະນຳເອົາຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວ ຕາມເມືອງ ແລະລັດຕ່າງໆ ໃນທົ່ວທະວີບອາເມຣິກາ ມາລົມສູ່ທ່ານຟັງ ຊຶ່ງໃນແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບຄົນລາວອາເມຣິກັນຜູ້ນຶ່ງ ຢູ່ໃນເຂດເມືອງເອຟຣາຕາ (Ephrata) ເມືອງນ້ອຍໆ ໃນລັດເພັນຊີລເວເນຍ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ທ່ານຜູ້ຟັງ ຜ່ານມາ ເຮົາໄດ້ພາທ່ານໄປຮູ້ຈັກກັບຊຸມຊົນຄົນລາວທີ່ອາໄສຢູ່ຕາມເມືອງໃຫຍ່ໆມາແລ້ວຫຼາຍບ່ອນ ແຕ່ໃນມື້ນີ້ ເຮົາຈະພາທ່ານໄປພໍ້ ກັບທ່ານສຸກສົມບູນ ຈະເລີນສຸກ ຊຶ່ງເປັນຄົນລາວ ທີ່ອາໄສຢູ່ໃນເມືອງເອຟຣາຕາ ຊຶ່ງເປັນເມືອງນ້ອຍໆ ໃນຄາວຕີ້ແລງແຄັສເຕີ້ ລັດເພັນຊິລເວເນຍ. ຄຳວ່າເອຟຣາຕາ ເປັນຊື່ເມືອງ ໃນຄຳພິີໄບເບີ້ລ ຊຶ່ງປັດຈຸບັນນີ້ ຕັ້ງຢູ່ໃນປະເທດອິສຣາແອລ. ປະຊາຊົນໃນເມືອງເອຟຣາຕາ ມີຈຳນວນເພີ້ມຂຶ້ນມາໂດຍຕະຫຼອດຈາກ 2,452 ຄົນ ໃນປີ 1900 ມາເປັນ 13,394 ຄົນ ໃນການສຳຫຼວດປະຊາກອນ ເມື່ອປີ 2010. ທ່ານສຸກສົມບູນກ່າວວ່າ ທ່ານໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດ ໃນເດືອນຫ້າ ປີ 1980 ຢູ່ທີ່ເມືອງເອຟຣາຕາ ຊຶ່ງທ່ານລົມສູຟັງຕື່ມວ່າ:

ລິງໂດຍກົງ


ເວລາທ່ານສຸກມາຮອດເອຟຣາຕາ ທ່ານມີຄອບມີຄົວ ຫຼືເອົາຄອບຄົວມາແຕ່ເມືອງລາວນຳບໍ ແລະປັດຈຸບັນ ມີລູກມີເຕົ້າຈັກຄົນແລ້ວ ພໍຊິລົມສູ່ຟັງໄດ້ບໍກ່ຽວກັບເລື້ອງນີ້?

ລິງໂດຍກົງ


ຢາກໃຫ້ທ່ານສຸກສົມບູນ ເວົ້າສູ່ຟັງວ່າ ປັດຈຸບັນນີ້ ທ່ານເຮັດວຽກເຮັດການຫຍັງນໍ້? ຢາກໃຫ້ລົມສູ່ຟັງແດ່?

ລິງໂດຍກົງ


ປັດຈຸບັນນີ້ ທ່ານກໍຍັງເຮັດວຽກເຮັດການນີ້ຢູ່ເນາະ?

ລິງໂດຍກົງ


ເປັນໂຮງງານເຮັດລົດດັບເພິງ ທີ່ມີບໍລິສັດຢູ່ໃນທ້ອງຖິ່ນ ໃນເຂດທີ່ທ່ານຢູ່ນີ້ເນາະ?

ລິງໂດຍກົງ


ລົດດັບເພີງທີ່ຜະລິດຢູ່ເມືອງທ່ານນີ້ ກໍຈຳໜ່າຍ ຫຼືຂາຍໃຫ້ອາເມຣິກັນນຳບໍ?

ລິງໂດຍກົງ


ບັດນີ້ ຢາກໃຫ້ທ່ານສຸກລົມສູ່ຟັງເຖິງເມືອງເອຟຣາຕາ ເປັນເມືອງຈັ່ງໃດ ຕັ້ງຢູ່ເຂດໃດ ຢາກໃຫ້ທ່ານອະທິບາຍສູ່ຟັງວ່າ ມີຄົນລາວຫຼາຍບໍຢູ່ໃນເມືອງນີ້ແລະເມືອງອ້ອມແອ້ມ?

ລິງໂດຍກົງ


ຢາກໃຫ້ທ່ານສຸກເວົ້າສູ່ຟັງແດ່ ຄົນລາວຢູ່ແຖວນີ້ ພວກເພິ່ນເຮັດລ້າເຮັດການຫຍັງ? ພວກເພິ່ນຢູ່ກັນແບບໃດ?

ລິງໂດຍກົງ

ຢາກຖາມທ່ານສຸກສົມບູນວ່າ ໃນເຂດທີ່ທ່ານຢູ່ນີ້ ກາມີວັດມີວາຢູ່ບໍ?

ລິງໂດຍກົງ


ຢາກໃຫ້ທ່ານສຸກສົມບູນ ລົມສູ່ຟັງ ເຖິງຄວາມເປັນຕາໜ້າຢູ່ ຂອງເມືອງເອຟຣາຕາ?

ລິງໂດຍກົງ


ທ່ານສຸກສົມບູນ ຄັນແຂກຄົນມາຢ້ຽມຢາມແຖວນີ້ ຈຸດເດັ່ນທີ່ທ່ານຈະພາແຂກໄປເບິ່ງ ມີຫຍັງແດ່ເນາະ?

ລິງໂດຍກົງ


ສຸດທ້າຍນີ້ ທ່ານມີຫຍັງອີກ ທີ່ຢາກຈະລົມສູ່ພວກເຮົາຟັງຕື່ມ ແລະໃຫ້ພໍ່ແມ່ພີ່ນ້ອງ ທີ່ຟັງຢູ່ທາງເມືອງລາວຮູ້ນຳ?

ລິງໂດຍກົງ


ທ່ານສຸກສົມບູນ ຈະເລີນສຸກ ທີ່ເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງເອຟຣາຕາຕັ້ງແຕ່ມາຮອດເມື່ອສີ່ສິບປິກ່ອນ ແລະກໍບໍ່ເຄີຍຍ້າຍ ໄປໃສຈັກເທື່ອ ກ່າວວ່າ ເຖິງແມ່ນເປັນເມືອງນ້ອຍ ແຕ່ກໍມີລັກສະ ນະພິເສດ ບໍ່ມີການຈະລາຈອນຕິດຄັດ ການດຳລົງຊີວິດກໍລຽບງ່າຍ ບໍ່ມີຄວາມກົນດັນຫຍັງຫຼາຍ ອາກາດກໍບໍລິສຸດ ບໍ່ມີມົນລະພິດ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນ ເຂດເມືອງເອຟຣາຕາ ໃນລັດເພັນຊີລເວເນຍ ສະຫະລັດອາເມຣິກາ. ເຊີນພົບກັບລາຍການຊຸມຊົນລາວຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG