ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການອະນາໄມໂລກ ຄາດວ່າ ກໍລະນີຕິດເຊື້ອໂຄວິດ ອາດຈະສູງເຖິງ 10 ລ້ານຄົນ ໃນອາທິດໜ້າ


ເຈົ້າໜ້າທີ່ສາທາລະນະສຸກຄົນນຶ່ງ ພວມເອົາໂຕຢ່າງຂອງຜູ້ກວດຫາເຊື້ອໂຄວິດ-19 ເມື່ອວັນພຸດ ທີ 24 ມິຖຸນາ 2020.
ເຈົ້າໜ້າທີ່ສາທາລະນະສຸກຄົນນຶ່ງ ພວມເອົາໂຕຢ່າງຂອງຜູ້ກວດຫາເຊື້ອໂຄວິດ-19 ເມື່ອວັນພຸດ ທີ 24 ມິຖຸນາ 2020.

ຫົວໜ້າອົງການອະນາໄມໂລກທ່ານ ເທດຣອສ ອາດານົມ ເກເບຣເຢຊຸສ ເວົ້າ ວ່າ ຕົວເລກຂອງກໍລະນີໄວຣັສໂຄໂຣນາໃນທົ່ວໂລກ ອາດເຖິງ 10 ລ້ານກໍລະ ນີ ໃນອາທິດໜ້າ, ເປັນການເພີ່ມຂຶ້ນຢ່າງວ່ອງໄວຈາກ ເກົ້າລ້ານສາມແສນກໍລະ ນີທີ່ຖືກລາຍງານໃນປັດຈຸບັນນີ້.

ເຂດອາເມຣິກາລາຕິນ ໄດ້ປາກົດຂຶ້ນມາເປັນຈຸດສູນກາງໃໝ່ທີ່ສຸດສຳລັບໂຄວິດ- 19 ໃນໂລກ ດ້ວຍຕົວເລກຜູ້ເສຍຊີວິດສູງສຸດຂອງພາກພື້ນໄດ້ກາຍ 100,000 ຄົນ ເຊິ່ງຄົນ ບຣາຊິລ ແມ່ນຫຼາຍກວ່າເຄິ່ງນຶ່ງ, ເກືອບ 54,000​ ຄົນ, ອີງຕາມ ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ແນວໃດກໍຕາມ, ສະຫະລັດ ຍັງສືບຕໍ່ນຳໜ້າໂລກໃນການຕິດໂຣກ ໂດຍມີຫຼາຍ ກວ່າ ສອງລ້ານສາມແສນ ກໍລະນີ, ປະມານນຶ່ງສ່ວນສີ່ ຂອງກໍລະນີທັງໝົດໃນ ທົ່ວໂລກ. ສະຫະລັດ ຍັງສືບຕໍ່ເປັນຜູ້ນຳໜ້າ ໃນຈຳນວນຜູ້ເສຍຊີວິດ ຍ້ອນ ໂຄວິດ-19, ໂດຍມີຫຼາຍກວ່າ 121,000 ຄົນ.

ຫົວໜ້າໜ່ວຍສຸກເສີນອົງການອະນາໄມໂລກ ດຣ. ໄມຄ໌ ຣາຍແອນ ໄດ້ກ່າວໃນ ວັນພຸດວານນີ້ວ່າ ໂຣກລະບາດດັ່ງກ່າວແມ່ນຍັງບໍ່ໄດ້ເຖິງຈຸດສູງສຸດເທື່ອ ສຳລັບ ປະເທດໃນສອງທະວີບອາເມຣິກາ, ແລະ ວ່າການລະບາດໃນພາກພື້ນທີ່ວ່ານັ້ນ “ຍັງຮຸນແຮງ,” ໂດຍສະເພາະໃນ ອາເມຣິກາກາງ ແລະ ໃຕ້.

ທ່ານ ຣາຍແອນ ໄດ້ກ່າວວ່າ ຫຼາຍປະເທດໃນສອງທະວີບ ອາເມຣິກາ ໄດ້ເຫັນ ກໍລະນີເພີ່ມເມື່ອອາທິດທີ່ຜ່ານມາ ລະຫວ່າງ 25 ແລະ 50 ເປີເຊັນ.

ທ່ານ ເທດຣອສ ໄດ້ກ່າວວ່າ ການຄາດຄະເນ 10 ລ້ານກໍລະນີທີ່ສຳຄັນສຳລັບ ອາທິດໜ້ານັ້ນແມ່ນ “ການເຕືອນຈິງຈັງວ່າ ເຖິງແມ່ນພວກເຮົາຈະສືບຕໍ່ການຄົ້ນ ຄວ້າຫາຢາວັກຊີນ ແລະ ການຮັກສາຂອງພວກເຮົານັ້ນ, ພວກເຮົາກໍມີຄວາມ ຮັບຜິດຊອບອັນຮີບດ່ວນທີ່ຕ້ອງເຮັດ ດ້ວຍເຄື່ອງມືທີ່ພວກເຮົາມີໃນເວລານີ້ ເພື່ອ ລະງັບການຕິດຕໍ່ຂອງໂຣກ ແລະ ຊ່ວຍຊີວິດຂອງຄົນ.”

ໃນ ສະຫະລັດ, ມັນມີສັນຍານໃໝ່ ກ່ຽວກັບ ການກຳເນີດຂຶ້ນຂອງການຕິດ ໄວ ຣັສໂຄໂຣນາ, ແມ່ນກະທັ້ງທີ່ລັດຕ່າງໆ ສືບຕໍ່ທີ່ຈະຫຼຸດຜ່ອນການຫ້າມທັງຫຼາຍ.

ການຕິດຕໍ່ ແມ່ນກຳລັງຈະຮອດລະດັບສູງສຸດ ຂອງເຂົາເຈົ້າ ຈາກສອງເດືອນທີ່ ຜ່ານມາ ແລະ ການເຂົ້າໂຮງໝໍ ແລະ ຕົວເລກກໍລະນີໄວຣັສໂຄໂຣນາແມ່ນໄດ້ ເພີ່ມຂຶ້ນສູງເປັນປະຫວັດການ ໃນຫຼາຍກວ່າສິບລັດຂອງ ສະຫະລັດ.

ອີງຕາມໜັງສືພິມ ວໍຊິງຕັນ ໂພສ ນັ້ນ, ເຈັດລັດໄດ້ແກ່ລັດ ອາຣິໂຊນາ, ອາແກນຊໍ, ຄາລິຟໍເນຍ, ຄາໂຣໄລນາເໜືອ, ຄາໂຣໄລນາໃຕ້, ເທັນເນັສຊີ ແລະ ເທັກຊັສ ໄດ້ລາຍງານຕົວເລກທີ່ສູງທີ່ສຸດຂອງເຂົາເຈົ້າ ກ່ຽວກັບ ການເຂົ້າໂຮງໝໍ ຍ້ອນ ໂຄວິດ-19 ນັບຕັ້ງແຕ່ການເລີ່ມຂຶ້ນຂອງໂຣກລະບາດ ໃນເດືອນມີນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG