ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງ ໃຫ້ທັງສອງຝ່າຍ ໃຊ້ຄວາມຢັບຢັ້ງ ໃນບໍລິເວນຊາຍແດນອິນເດຍ ກັບຈີນ


ປະຊາຊົນອິນເດຍ ຮ້ອງຄຳຂວັນຕໍ່ຕ້ານຈີນ ໃນລະຫວ່າງການປະທ້ວງຢູ່ເມືອງອາເມດາບັດ ເມື່ອວັນທີ 16 ມິຖຸນາ 2020.
ປະຊາຊົນອິນເດຍ ຮ້ອງຄຳຂວັນຕໍ່ຕ້ານຈີນ ໃນລະຫວ່າງການປະທ້ວງຢູ່ເມືອງອາເມດາບັດ ເມື່ອວັນທີ 16 ມິຖຸນາ 2020.

ອົງການສະຫະປະຊາຊາດຮຽກຮ້ອງໃຫ້ຈີນແລະອິນເດຍ “ໃຊ້ຄວາມຢັບຢັ້ງຢ່າງເຕັມທີ່” ຫຼັງຈາກໄດ້ເກີດການສູ້ລົບກັນຢ່າງຮຸນແຮງ ລະຫວ່າງທະຫານຂອງທັງສອງຝ່າຍ ໃນວັນຈັນທີ່ຜ່ານມາ ຢູ່ບໍລິເວນຊາຍແດນ ທີ່ສອກຫຼີກຫ່າງໄກ ເທິງພູຫິມະໄລ.

ມັນເປັນການປະທະກັນທີ່ຮ້າຍແຮງສຸດ ລະຫວ່າງສອງປະເທດເພື່ອນບ້ານທີ່ມີອາ ວຸດນິວເຄລຍ ໃນຮອບ 45 ປີ.

ໂຄສົກຂອງອົງການສະຫະປະຊາຊາດ ທ່ານແອຣິ ກາເນໂກ ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງ ກ່ຽວກັບລາຍງານຂ່າວ ໃນການປະທະກັນຢ່າງຮຸນແຮງ ແລະການເສຍຊີວິດ ໃນບໍລິເວນເສັ້ນຄວບຄຸມຊາຍແດນ ລະຫວ່າງອິນເດຍ ແລະຈີນ. ພວກເຮົາໄດ້ໃຫ້ຂໍ້ສັງເກດໃນທາງບວກ ກ່ຽວກັບລາຍງານທີ່ວ່າ ປະເທດທັງສອງໄດ້ທຳການພົວພັນເພື່ອຫລຸດຜ່ອນສະຖານະການທີ່ເຄັ່ງຕຶງລົງ.”

ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດ ພວມຕິດຕາມສະຖານະການຢ່າງໃກ້ຊິດ ແລະສະໜັບສະໜຸນໃຫ້ມີການແກ້ໄຂແບບສັນຕິ. ເຈົ້າໜ້າທີ່ກ່າວວ່າ ປະທານາທິບໍດີດໍໂນລ ທຣຳ ແລະນາຍົກລັດຖະມົນຕີນາເຣັນດຣາ ໂມດີ ແຫ່ງອິິນເດຍ ໄດ້ລົມກັນທາງໂທລະສັບກ່ຽວກັບສະຖານະການໃນເຂດຊາຍແດນ ເມື່ອສອງອາທິດກ່ອນ.

ອິນເດຍກ່າວວ່າ ທະຫານຂອງຕົນ 20 ຄົນໄດ້ຖືກຂ້າຕາຍ ແລະ 17 ຄົນໄດ້ຮັບບາດເຈັບ. ນອກນັ້ນ ທະຫານຂອງຕົນຈຳນວນນຶ່ງ ຍັງຖືກຈັບໄປເປັນຊະເລີຍ.

ສ່ວນຈີນບໍ່ໄດ້ໃຫ້ຂໍ້ມູນໃດໆກ່ຽວກັບຈຳນວນຜູ້ບາດເຈັບລົ້ມຕາຍ ແລະຖິ້ມໂທດໃສ່ຝ່າຍອິນເດຍວ່າ ເປັນຜູ້ທ້າທາຍເກາະຜິດຢາກໃຫ້ມີການສູ້ລົບກັນກ່ອນດ້ວຍການຂ້າມເຂົ້າໄປໃນເຂດແດນຂອງຈີນ.

ໂຄສົກຂອງກອງທັບຈີນ ທ່ານສັງ ສຸຍລີ (Zhang Shuili) ກ່າວວ່າ “ພວກເຮົາຂໍທວງໃຫ້ຝ່າຍອິນເດຍ ຈົ່ງເປັນຝ່າຍໃຊ້ຄວາມຢັບຢັ້ງພວກທະຫານຂອງຕົນທີ່ຢູ່ໃນເຂດແນວໜ້າ ໃຫ້ຢຸດເຊົາໃນທັນທີ ທຸກການກະທຳ ທີ່ເປັນການລ່ວງລ້ຳແລະທ້າທາຍເກາະຜິດ ແລະໃຫ້ເຮັດວຽກຮ່ວມກັບຈີນ ເພື່ອໃຫ້ກັບຄືນໄປສູ່ເສັ້ນທາງທີ່ຖືກຕ້ອງໃນການໂອ້ລົມແລະເຈລະຈາຫາລື ເພື່ອແກ້ໄຂຂໍ້ຂັດແຍ້ງ.”

ແຕ່ເຈົ້າໜ້າທີ່ອິນເດຍເວົ້າວ່າ ຝ່າຍຈີນທີ່ໄດ້ກ່າວອ້າງວ່າ ທະຫານອິນເດຍເປັນຜູ້ເລີ້ມການສູ້ລົບກ່ອນນັ້ນ “ແມ່ນບໍ່ຖືກຕ້ອງຢ່າງສິ້ນເຊີງ” ແລະກ່າວວ່າ ທະຫານຈີນໄດ້ຕັ້ງປ້ອມຍາມຊົ່ວຄາວຂຶ້ນ ໃນເຂດຊາຍແດນຂອງຝ່າຍອິນເດຍ ແລະໂຈມຕີທະຫານອິນເດຍ ທີ່ໄປສືບສວນເບິ່ງເຫດການດັ່ງກ່າວ.

ເຈົ້າໜ້າທີ່ກ່າວວ່າ “ທະຫານອິນເດຍ ແມ່ນມີຄວາມໝາຍໝັ້ນ ທີ່ຈະປົກປ້ອງຜືນແຜ່ນດິນອັນຄົບຖ້ວນແລະອະທິປະໄຕ ຂອງປະເທດຕົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG