ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສັນນະສູດສົບ ລົງຄວາມເຫັນວ່າ ການຕາຍ ຂອງທ້າວບຣຸກສ໌ ເປັນການຄາດຕະກຳ


ພວກເດີນຂະບວນພາກັນຮ້ອງໂຮໃນລະຫວ່າງການປະທ້ວງ ເມື່ອວັນເສົາ ທີ 13 ມິຖຸນາ 2020 ໃກ້ຮ້ານວິນດີ ບ່ອນທີ່ທ້າວເຣຊາດຖືກຍິງຕາຍໃນຕອນຄ່ຳວັນສຸກ. (AP Photo/Brynn Anderson)
ພວກເດີນຂະບວນພາກັນຮ້ອງໂຮໃນລະຫວ່າງການປະທ້ວງ ເມື່ອວັນເສົາ ທີ 13 ມິຖຸນາ 2020 ໃກ້ຮ້ານວິນດີ ບ່ອນທີ່ທ້າວເຣຊາດຖືກຍິງຕາຍໃນຕອນຄ່ຳວັນສຸກ. (AP Photo/Brynn Anderson)

ບັນດາຜູ້ປະທ້ວງມີແຜນທີ່ຈະເຕົ້າໂຮມກັນຢູ່ທີ່ຫໍລັດຖະສະພາປະຈຳລັດໃນ ລັດ ຈໍເຈຍ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ, ເພື່ອຮຽກຮ້ອງໃຫ້ມີການປະຕິຮູບລະບົບຄວາມຍຸຕິທຳດ້ານອາຊະຍາກຳ ແລະ ມາດຕະການຕ່າງໆເພື່ອແກ້ໄຂບັນ ຫາການເລືອກຕັ້ງຕ່າງໆ.

ການປະທ້ວງທັງຫຼາຍມີແຜນຈັດຂຶ້ນກ່ອນເຈົ້າໜ້າທີ່ຕຳຫຼວດ ແອັດແລນຕ້າ ຄົນ ນຶ່ງໄດ້ຍິງທ້າວ ເຣຊາດ ບຣຸກສ໌ (Rayshard Brooks) ເສຍຊີວິດຢູ່ນອກຮ້ານ ອາຫານຈານດ່ວນແຫ່ງນຶ່ງ. ການສັງຫານດັ່ງກ່າວແມ່ນການຕາຍທີ່ຕໍ່ເນື່ອງຂອງ ຜູ້ຊາຍອາເມຣິກັນເຊື້ອສາຍອາຟຣິກາ ທີ່ໄດ້ກໍ່ໃຫ້ເກີດການປະທ້ວງທົ່ວປະເທດ ເພື່ອພະຍາຍາມແກ້ໄຂການກະທຳ ທີ່ບໍ່ຖືກຕ້ອງຂອງຕຳຫຼວດ ແລະ ການຈຳ ແນກເຊື້ອຊາດຜິວພັນຢ່າງເປັນລະບົບ.

ເຈົ້າໜ້າທີ່ສັນນະສູດສົບທ່ານນຶ່ງໃນເມືອງ ຟູລຕັນ, ລັດ ຈໍເຈຍ ໄດ້ພິຈາລະນາ ການຕາຍຂອງທ້າວ ບຣຸກສ໌ ວ່າເປັນການຄາດຕະກຳ.

ທ້າວ ບຣຸກສ໌ ໄດ້ໃຫ້ການຮ່ວມມືກັບພວກເຈົ້າໜ້າທີ່ຕຳຫຼວດໃນລະຫວ່າງ ການ ກວດຄວາມມຶນເມົາ, ແຕ່ຕໍ່ມາໄດ້ຂັດຂືນກັບຕຳຫຼວດ ໃນຂະນະທີ່ເຂົາເຈົ້າພະຍາ ຍາມທີ່ຈະຈັບລາວ ແລະ ແລ່ນໜີ. ການສັນນະສູດສົບໄດ້ພົບວ່າ ທ້າວ ບຣຸກສ໌ ຖືກຍິງສອງຄັ້ງຢູ່ຫຼັງ ແລະ ໄດ້ເສຍຊີວິດ ຍ້ອນອະໄວຍາວະ ໄດ້ຮັບຄວາມເສຍ ຫາຍ ແລະ ສູນເສຍເລືອດ.

ເຈົ້າໜ້າທີ່ ກາເຣັດ ຣອລຟ໌ (Garrett Rolfe) ໄດ້ຖືກໄລ່ອອກຈາກວຽກ, ແລະ ຜູ້ບັນຊາການຕຳຫຼວດ ທ່ານນາງ ເອຣິກາ ຊີລດສ໌ (Erika Shields) ໄດ້ລາ ອອກຈາກຕຳແໜ່ງ. ເຈົ້າໜ້າທີ່ຄົນທີສອງ, ທ່ານ ເດວິນ ບຣອສແນນ, ໄດ້ຖືກ ສັ່ງພັກຊົ່ວຄາວ. ໄອຍະການປະຈຳເຂດເມືອງ ຟູລຕັນ ທ່ານ ພອລ ຮາວເຫວີດ ໄດ້ກ່າວຕໍ່ໂທລະພາບ CNN ວ່າຫ້ອງການຂອງທ່ານຈະຕັດສິນໃນທ້າຍອາທິດ ນີ້ວ່າທ່ານ ຣອລຟ໌ ຈະປະເຊີນກັບຂໍ້ກ່າວຫາໃດ, ຖ້າຫາກມີ.

ທ່ານ ຮາວເຫວີດ ໄດ້ກ່າວວ່າ “ທ້າວ ບຣຸກສ໌ ເບິ່ງຄືວ່າບໍ່ໄດ້ເປັນໄພຂົ່ມຂູ່ຫຍັງ ຕໍ່ໃຜ ແລະ ສະນັ້ນເລື່ອງທີ່ວ່າມັນຈະກໍ່ໃຫ້ເກີດການຕາຍຂອງລາວນັ້ນ ແມ່ນບໍ່ມີ ເຫດຜົນ. ທ່ານໄດ້ດ່າວຕື່ມວ່າ “ຖ້າປືນລູກນັ້ນຖືກຍິງສຳລັບເຫດຜົນໃດນຶ່ງນອກ ຈາກເພື່ອຊ່ວຍຊີວິດຂອງເຈົ້າໜ້າທີ່ຕຳຫຼວດ ຫຼື ປ້ອງກັນການບາດເຈັບຕໍ່ລາວ ຫຼື ຄົນອື່ນໆນັ້ນ, ແລ້ວການຍິງດັ່ງກ່າວແມ່ນບໍ່ຖືກຕ້ອງພາຍໃຕ້ກົດໝາຍ.”

ທ່ານນາງ ຊີລດສ໌ ໄດ້ລາອອກໃນວັນເສົາທີ່ຜ່ານມາ ແມ່ນກະທັ້ງທີ່ການສືບສວນສອບສວນ ກ່ຽວກັບ ການຍິງດັ່ງກ່າວບໍ່ທັນໄດ້ເລີ່ມຂຶ້ນເລີຍ.

ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າໄດ້ຮັບໃຊ້ໜ້າທີ່ຄຽງຂ້າຜູ້ຊາຍ ແລະ ແມ່ຍິງທີ່ ດີທີ່ສຸດໃນກົມຕຳຫຼວດນະຄອນ ແອັດແລນຕ້າ. ດ້ວຍຄວາມຮັກທີ່ເລິກເຊິ່ງ ແລະ ໝັ້ນຄົງສຳລັບເມືອງ ແລະ ກົມນີ້, ຂ້າພະເຈົ້າຂໍສະເໜີລົງຈາກການເປັນຜູ້ ບັນຊາການຕຳຫຼວດ. ມັນເຖິງເວລາແລ້ວສຳລັບເມືອງທີ່ຈະກ້າວໄປໜ້າ ແລະ ສ້າງ ຄວາມເຊື່ອຖືລະຫວ່າງ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ກັບ ຊຸມຊົນທີ່ເຂົາ ເຈົ້າຮັບໃຊ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG