ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຢຍຣະມັນ ກ່າວວ່າ ສະຫະລັດພວມພິຈາລະນາ ຫຼຸດກຳລັງທະຫານ ປະຈຳການ ຢູ່ເຢຍຣະມັນ


ທະຫານອາເມຣິກັນ ຢູ່ເທິງລົດຖັງ ໃນລະຫວ່າງການຊ້ອມລົບ ທີ່ເມືອງເກຣເຟັນວໍເຮີ (Grafenwoehr) ຢູ່ປະເທດເຢຍຣະມົນ ເມື່ອວັນທີ 12 ພຶດສະພາ 2017.
ທະຫານອາເມຣິກັນ ຢູ່ເທິງລົດຖັງ ໃນລະຫວ່າງການຊ້ອມລົບ ທີ່ເມືອງເກຣເຟັນວໍເຮີ (Grafenwoehr) ຢູ່ປະເທດເຢຍຣະມົນ ເມື່ອວັນທີ 12 ພຶດສະພາ 2017.

ລັດຖະບານເຢຍຣະມັນ ໃນວັນພຸດວານນີ້ ຖະແຫຼງວ່າ ຕົນໄດ້ຮັບການຢືນຢັນຢ່າງເປັນທາງການແລ້ວຈາກສະຫະລັດກ່ຽວກັບແຜນການຫລຸດກຳລັງທະຫານອາເມຣິກັນ ຢູ່ໃນປະເທດເຢຍຣະມັນລົງ.

ໂຄສົກ ຂອງລັດຖະບານເຢຍຣະມັນ ທ່ານນາງອູລໄຣ ແດມເມີ (Ulrike Dem-mer) ກ່າວຕໍ່ພວກນັກຂ່າວ ທີ່ນະຄອນເບີລິນວ່າ ມີການແຈ້ງໃຫ້ລັດຖະບານເຢຍຣະມັນຊາບແລ້ວ ທີ່ສະຫະລັດພວມພິຈາລະນາຫລຸດກຳລັງທະຫານໃນປະເທດເຢຍຣະມັນລົງ ແຕ່ກໍກ່າວວ່າ ຍັງບໍ່ທັນມີການຕັດສິນໃຈຂັ້ນສຸດທ້າຍເທື່ອ. ຍັງບໍ່ທັນມີການຢືນຢັນໃດໆຈາກສະຫະລັດ.

ໃນອາທິດແລ້ວນີ້ ໜັງສືພິມວອລສຕຣີດເຈີໂນລ (Wall Street Journal) ລາຍງານກ່ອນໝູ່ໝົດວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຢາກໃຫ້ຖອນທະຫານ 9,500 ຄົນ ຂອງທະຫານສະຫະລັດທີ່ມີຈຳນວນທັງໝົດ 34,500 ຄົນອອກຈາກປະເທດເຢຍຣະມັນ.

ໃນຕົ້ນອາທິດນີ້ ລັດຖະມົນຕີ ກະຊວງປ້ອງກັນປະເທດ ເຢຍຣະມັນ ທ່ານນາງແອນເນີແກຣັດ ແຄຣັມ-ແຄເຣັນບາວເອີ (Annegret Kramp-Karrenbauer) ໄດ້ສະເໜີວ່າ ແຜນການດັ່ງກ່າວອາດຈະສ້າງຄວາມອ່ອນແອບໍ່ພຽງແຕ່ໃຫ້ແກ່ກຸ່ມພັນທະມິດເນໂຕ້ເທົ່ານັ້ນ ແຕ່ຍັງຈະສ້າງຄວາມອ່ອນແອໃຫ້ແກ່ສະຫະລັດນຳດ້ວຍ.

ເຈົ້າໜ້າທີ່ທຳນຽບຂາວທ່ານນຶ່ງ ທີ່ຂໍສະຫງວນຊື່ໃນການສົນທະນາກ່ຽວກັບເລື້ອງພາຍໃນນັ້ນ ໃຫ້ການຢືນຢັນແກ່ອົງການຂ່າວເອພີວ່າ ມີແຜນການແທ້ທີ່ຈະຍ້າຍກຳລັງທະຫານໂດຍກ່າວວ່າ ທະຫານສ່ວນນຶ່ງອາດຈະຖືກສົ່ງໄປປະເທດໂປແລນໃນຂະນະທີ່ອີກສ່ວນນຶ່ງອາດຈະຖືກສົ່ງໄປບ່ອນອື່ນ. ປະເທດໂປແລນໄດ້ສະແດງຄວາມສົນໃຈທີ່ຢາກໃຫ້ມີທະຫານອາເມຣິກັນຈຳນວນນຶ່ງປະຈຳການຢູ່ທີ່ນັ້ນ.

ແຕ່ອະດີດນາຍທະຫານອາເມຣິກັນບາງທ່ານ ໄດ້ຕ້ອງຕິຢ່າງແຮງຕໍ່ແນວຄິດດັ່ງກ່າວ. ອະດີດຜູ້ບັນຊາການກຳລັງສະຫະລັດ ໃນຢູໂຣບ ນາຍພົນເບ້ຍບຳນານ ເບັນ ຮອດຈິສ (Ben Hodges) ເອີ້ນການເຄື່ອນໄຫວນີ້ວ່າ “ເປັນຄວາມຜິດຂະໜາດໃຫຍ່” ໃນການໃຫ້ສຳພາດຕໍ່ສື່ມວນຊົນຜ່ານທາງທວີດເຕີ້ໃນອາທິດນີ້. ທ່ານກ່າວວ່າ ກຳລັງທະຫານເຫຼົ່ານີ້ ຢູ່ໃນປະເທດເຢຍຣະມັນບໍ່ແມ່ນເພື່ອປ້ອງກັນເຢຍຣະມັນ ແຕ່ເພື່ອຊ່ວຍສ້າງຄວາມທຸ່ນທ່ຽງໃຫ້ແກ່ອົງການເນໂຕ້. ທ່ານກ່າວວ່າ ປະເທດໂປແລນອາດຈະດີກວ່າກຳລັງທະຫານສະຫະລັດໃນການສ້າງຄວາມທຸ່ນທ່ຽງໃຫ້ແກ່ອົງການເນໂຕ້.

ນາຍພົນຮອດຈິສ ກ່າວຕໍ່ໜັງສືພິມນິວຢອກໄທມ໌ວ່າ ການເຄື່ອນໄຫວນີ້ “ເບິ່ງຄືວ່າບໍ່ໄດ້ກ່ຽວພັນກັບຍຸດທະສາດໃດໆເລີຍ.”

ເຈົ້າໜ້າທີ່ທຳນຽບຂາວ ກ່າວຕໍ່ອົງການຂ່າວເອພີວ່າ ການຕັດສິນໃຈນີ້ແມ່ນສ່ວນນຶ່ງໃນຄວາມພະຍາຍາມຂອງປະທານາທິບໍດີທຣຳແລະກະຊວງປ້ອງກັນປະເທດເພື່ອທົບທວນການບັງຄັບບັນຊາກຳລັງສູ້ລົບ ຢູ່ໃນທົ່ວໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG