ທ້າວຈອຣຈ໌ ຟລອຍດ໌ ໄດ້ຖືກຈົດຈຳໃນຖານະບິດາຜູ້ອຸທິດຕົນ ແລະບຸກຄົນທີ່ຮັກຄອບຄົວ ທີ່ບໍ່ສົມຄວນຈະຕາຍ ໃນຂະນະທີ່ຢູ່ພາຍໃຕ້ການຄວບຄຸມໂຕຂອງເຈົ້າໜ້າທີ່ຕຳຫຼວດມິນນີອາໂປລິສ.
ຜູ້ນຳສິດທິພົນລະເມືອງ ນັກສອນສາສະໜາ ອາລ ຊາບຕັນ (Al Sharpton) ແມ່ນນຳໜ້າໃນຈຳນວນຫົກຄົນທຳອິດ ທີ່ໄດ້ຂຶ້ນໄປກ່າວຄຳໄວ້ອາໄລໃນພິທີສົ່ງສະການໃຫ້ທ້າວຟລອຍດ໌ ຄົນອາເມຣິກັນເຊື້ອສາຍອາຟຣິກາອາຍຸ 46 ປີ ທີ່ການຕາຍຂອງລາວໃນອາທິດແລ້ວນີ້ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນທົ່ວປະເທດແລະເຮັດໃຫ້ການກ່າວຫາ ກ່ຽວກັບການກະທຳທີ່ປ່າເຖື່ອນຂອງຕຳຫຼວດຕໍ່ຄົນຜິວດຳ ກາຍເປັນຂ່າວເດັ່ນຂຶ້ນມາອີກເທື່ອນຶ່ງ.
ພິທີສົ່ງສະການທີ່ນະຄອນມິນນີອາໂປລິສໃນວັນພະຫັດວານນີ້ ແມ່ນມີຮວມທັງທ່ານແຈັດຊີ ແຈກສັນ ສະມາຊິກສະພາສູງຈາກລັດມິນເນໂຊຕ້າ ທ່ານນາງເອມີ ໂກລບູຈາ ສະມາຊິກສະພາຕ່ຳຫຼາຍໆທ່ານ ຕະຫຼອດທັງບຸກຄົນທີ່ມີຊື່ສຽງ ຮວມທັງ Ludacris, Kevin Hart, Tiffany Haddish ແລະ T.I. ເຂົ້າຮ່ວມ.
ໃນຈຸດນຶ່ງນັ້ນ ພວກແຂກຜູ້ມີກຽດທີ່ເຂົ້າຮ່ວມໃນພິທີ ຢູ່ໂບດ ມະຫາວິທະຍາໄລ North Central ໄດ້ພາກັນຢືນຂຶ້ນ ສະຫງົບສະຕິອາລົມເປັນເວລາ 8 ນາທີກັບ 46 ວິນາທີ ຊຶ່ງເປັນໄລຍະເວລາທີ່ຕໍາຫຼວດເດຣິກ ໂຊວິນໄດ້ເອົາຫົວເຂົ່າເຕັງລົງໃສ່ຄໍຂອງທ້າວຟລອຍດ໌ ເມື່ອວັນທີ 25 ພຶດສະພາທີ່ຜ່ານມາ ແລະຫຼັງຈາກນັ້ນ ທ້າວຟລອຍດ໌ກໍເສຍຊີວິດ.
ນັກສອນສາສະໜາຊາບຕັນ ໄດ້ກ່າວຢູ່ໃນຄຳສະດຸດີຂອງທ່ານວ່າ “ປະຫວັດຂອງທ້າວຟລອຍດ໌ ແມ່ນເລື້ອງລາວຂອງເພື່ອນຊາວຜິວດຳ. ຍ້ອນເມື່ອ 401 ປີິກ່ອນເຫດຜົນທີ່ວ່າ ເປັນຫຍັງພວກເຮົາ ຈຶ່ງບໍ່ສາມາດເປັນ ໃນສິ່ງທີ່ພວກເຮົາຕ້ອງການແລະມີຄວາມໄຝຝັນທີ່ຈະເປັນໄດ້ ກໍຍ້ອນຫົວເຂົາຂອງພວກເຈົ້າຍັງໜີບໃສ່ຄໍຂອງພວກເຮົາຢູ່. ມັນເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງລຸກຂຶ້ນ ໃນນາມ ຂອງທ້າວ ຈອຣຈ໌ ແລະເວົ້າວ່າ “ເອົາຫົວເຂົ່າຂອງເຈົ້າອອກໄປຈາກຄໍຂອງພວກເຮົາ.”
ທ່ານກ່າວວ່າ ມັນເຖິງເວລາແລ້ວສຳລັບພວກທີ່ຢູ່ໃນລະບົບຍຸຕິທຳຂອງສະຫະລັດທີ່ຈະຍຸຕິ “ການແກ້ໂຕແລະການໃຫ້ຄຳໝັ້ນສັນຍາແບບລົມໆແລ້ງໆ.”
ຟີໂລນິສ ຟລອຍດ໌ (Philonise Floyd) ນຶ່ງໃນພວກອ້າຍນ້ອງຂອງຈອຣຈ໌ ຟລອຍດ໌ (George Lloyd) ໄດ້ເລົ່າເຖິງການຫຼິ້ນເກມສະໄໝເປັນເດັກນ້ອຍ ແລະກ່າວວ່າທ່ານຮູ້ສຶກປະທັບໃຈ ຕໍ່ຈຳນວນຜູ້ຄົນທີ່ໄປຮ່ວມພິທີໄວ້ອາໄລໃຫ້ແກ່ທ້າວຈອຣຈ໌.
ນັກສອນສະໜາຊາບຕັນ ໄດ້ປະກາດວ່າ ທ່ານຮັບຮູ້ກ່ຽວກັບການເດີນຂະບວນທີ່ນະຄອນວໍຊິງຕັນ ຊຶ່ງຈະຈັດຂຶ້ນໃນວັນທີ 28 ສິງຫາຈະມາ 57 ປີຫຼັງຈາກທ່ານມາຕິນ ລູເທີ ຄິງ ໄດ້ນຳພາການເດີນຂະບວນ ແລະໄດ້ສ້າງປະຫວັດສາດໃນຄຳປາໄສທີ່ສຳຄັນ “ຂ້ອຍມີຄວາມຝັນ.”