ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການຊອກຫາ ຢາວັກຊີນ ກັນໄວຣັສໂຄໂຣນາ ກໍ່ໃຫ້ເກີດຄວາມເຄັ່ງຕຶງ


ທ່ານເຈີຣີ ເອ ແມນ (ກາງ) ແນມເບິ່ງ ໃນຂະນະທີ່ແມ່ເຖົ້າຂອງລາວ ນາງຊິລເວຍ ຣູບີໂອ ກວດຫາໂຄວິດ-19 ຢູ່ແຊນອານໂຕນີໂອ ລັດເທັກຊິສ ເມື່ອວັນທີ 14 ພຶດສະພາ 2020.
ທ່ານເຈີຣີ ເອ ແມນ (ກາງ) ແນມເບິ່ງ ໃນຂະນະທີ່ແມ່ເຖົ້າຂອງລາວ ນາງຊິລເວຍ ຣູບີໂອ ກວດຫາໂຄວິດ-19 ຢູ່ແຊນອານໂຕນີໂອ ລັດເທັກຊິສ ເມື່ອວັນທີ 14 ພຶດສະພາ 2020.

ມາຮອດປັດຈຸບັນນີ້ ຍັງບໍ່ຮູ້ວ່າມີຢາວັກຊີນຊະນິດໃດ ສາມາດສັກກັນພະຍາດໂຄວິດ-19 ໄດ້ ແຕ່ການຂົນຂວາຍຕໍ່ສູ້ເພືີ່ອຈະຜະລິດຢາເຫຼົ່ານັ້ນ ໄດ້ເລີ້ມຂຶ້ນແລ້ວ.

ບໍລິສັດຜະລິດຢາຍັກໃຫຍ່ Sanofi ຂອງຝຣັ່ງໄດ້ປະຕິເສດວ່າຕົນບໍ່ໄດ້ໃຫ້ຄຳໝັ້ນສັນຍກ່ຽວກັບບູລິມະສິດ ໃນການເຂົ້າເຖິງຢາວັກຊີນກັນໂຄວິດ-19 ຂອງສະຫະ ລັດ. ນາຍົກລັດຖະມົນຕີຝຣັງ ທ່ານ ເອດວດ ຟີລິບ ຢືນຢັດໃນວັນພະຫັດວານນີ້ວ່າ ການເຂົ້າເຖິງຢາວັກຊີນບໍ່ວ່າຊະນິດໃດກໍຕາມ ທີ່ບໍລິສັດຝຣັ່ງເປັນຜູ້ຜະລິດຂຶ້ນມານັ້ນ ທຸກໆຄົນແມ່ນມີສິດເທົ່າໆກັນ.

ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນຫຼັງຈາກຫົວໜ້າບໍລິຫານຂອງບໍລິສັດ Sanofi ທ່ານພອລ ຮັດສັນ ກ່າວຕໍ່ອົງການຂ່າວບລູມເບີກວ່າ ລັດຖະບານສະຫະລັດ ມີ “ສິດໃນການສັ່ງຊື້ຢາລ່ວງໜ້າຫຼາຍກວ່າໝູ່ ຍ້ອນໄດ້ມີການລົງທຶນ ໃນການຮັບເອົາຄວາມສ່ຽງ.” ບໍລິສັດຜະລິດຢາຝຣັ່ງດັ່ງກ່າວ ມີໂຮງງານຕັ້ງຢູ່ໃນສະຫະລັດ ແຕ່ສ່ວນໃຫຍ່ແລ້ວ ແມ່ນຕັ້ງຢູ່ ຢູໂຣບ.

ປະທານບໍລິສັດ Sanofi ທ່ານເຊີເກ ວາຍເບີກ ກ່າວຕໍ່ໂທລະພາບຊ່ອງ 2 ຂອງຝຣັ່ງວ່າ “ຈະບໍ່ມີການໃຫ້ຄວາມສຳຄັນລ່ວງໜ້າແກ່ປະເທດໃດເປັນພິເສດ.”

ຢູ່ໃນຂ່າວນອງນັນທີ່ຄ້າຍຄືກັນນີ້ ເມື່ອເດືອນມີນາຜ່ານມາ ເອກກະຊົນ​ ແລະລັດຖະບານເຢຍຣະມັນ ໄດ້ສະແດງຄວາມເຫັນແບບໂກດແຄ້ນຕໍ່ລາຍງານຂ່າວທີ່ວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຖືກກ່າວຫາວ່າ ໄດ້ສະເໜີໃຫ້ເງິນ 1 ພັນລ້ານໂດລາ ຕໍ່ບໍລິສັດຜະລິດຢາ CureVac ຂອງເຢຍຣະມັນ ເພື່ອຈະໄດ້ຮັບຢາວັກຊີນເປັນການພິເສດສຳລັບສະຫະລັດ.

ລັດຖະມົນຕີການຕ່າງປະເທດເຢຍຣະມັນ ທ່ານເຮໂກ ມາອາສ ກ່າວໃນເວລານັ້ນວ່າ ພວກນັກວິທະຍາສາດເຢຍຣະມັນພວມເຮັດວຽກເພື່ອພັດທະນາຢາວັກຊີນກັນໂຄວິດ-19 ອັນເປັນພາກສ່ວນນຶ່ງໃນການຮ່ວມມືລະດັບໂລກ.

ທ່ານມາອາສ ກ່າວວ່າ “ພວກເຮົາຈະບໍ່ປ່ອຍໃຫ້ເກິດສະຖານະການບ່ອນທີ່ບຸກຄົນໃດບຸກຄົນນຶ່ງ ຕ້ອງການຢາກຈະໄດ້ຮັບເປັນການພິເສດໃນຜົນການຄົ້ນຄວ້າຂອງເຂົາເຈົ້າ.”

ສະຫະລັດໄດ້ຕອບໂຕ້ວ່າ ລາຍງານດັ່ງກ່າວເວົ້າໂຍກເກີນຄວາມເປັນຈິ່ງແລະລັດຖະບານສະຫະລັດ ໄດ້ໂອ້ລົມກັບບໍລິສັດຜະລິດຢາຈຳນວນນຶ່ງ ຢູ່ໃນທົ່ວໂລກ ທີ່ພວມຫາທາງຜະລິດຢາກັນພະຍາດໂຄວິດ-19. ເຈົ້າໜ້າທີ່ທ່ານນຶ່ງເວົ້າວ່າ ສ່ວນໃຫຍ່ຂອງບໍລິສັດເຫຼົ່ານັ້ນ ແມ່ນໄດ້ຮັບເງິນສະໜັບສະໜຸນໃນຂັ້ນຕົ້ນ ຈາກພວກນັກລົງທຶນຂອງສະຫະລັດ.

ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ໄດ້ເຂົ້າມາຊ່ວຍຫາທາງແກ້ໄຂໃນວັນພະຫັດວານີ້ແລະກ່າວວ່າ ຢາວັກຊີນກັນໂຄວິດ-19 ທີ່ອາດປະສົບຜົນສຳເລັດນັ້ນ ບໍ່ຄວນຈະເປັນເລື້ອງລົບກວນກຳລັງຕະຫຼາດ ແລະທ່ານຈະແກ້ໄຂບັນຫາດັ່ງກ່າວ ກັບພວກເຈົ້າໜ້າທີ່ຂອງບໍລິສັດ Sanofi ໃນອາທິດໜ້ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG