ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄວຣັສໂຄໂຣນາ ລາມໄປຮອດ ທຳນຽບຂາວ ແລ້ວ


ຮູບຖ່າຍເມື່ອວັນທີ 29 ເມສາ 2020 ທ່ານນາງເຄຕີ້ ມິລເລີ ໂຄສົກຂອງຮອງປະທານາທິບໍດີໄມຄ໌ ເພັນສ໌ ພວມຟັງ ປ. ດໍໂນລ ທຣຳ ຖະແຫຼງກ່ຽວກັບການເປີດປະເທດຄືນ
ຮູບຖ່າຍເມື່ອວັນທີ 29 ເມສາ 2020 ທ່ານນາງເຄຕີ້ ມິລເລີ ໂຄສົກຂອງຮອງປະທານາທິບໍດີໄມຄ໌ ເພັນສ໌ ພວມຟັງ ປ. ດໍໂນລ ທຣຳ ຖະແຫຼງກ່ຽວກັບການເປີດປະເທດຄືນ

ລັດຖະບານທ່ານ ທຣຳ ແມ່ນກຳລັງທຳຄວາມກ້າວໜ້າດ້ວຍຈຸດເພັ່ງເລັງຂອງເຂົາເຈົ້າກ່ຽວກັບ ການຫຼຸດຜ່ອນຂໍ້ຫ້າມກັກບໍລິເວນ ແລະ ເປີດຄືນຫຼາຍພາກສ່ວນຂອງເສດຖະ ກິດ ສະຫະລັດ, ໃນຂະນະທີ່ກຳລັງຮັບມື ກັບການຕິດເຊື້ອ ໄວຣັສໂຄໂຣນາໃນບັນດາພະນັກງານທຳນຽບຂາວ.

ຜູ້ຊ່ວຍທຳນຽບຂາວຢ່າງໜ້ອຍສອງຄົນ ໄດ້ຖືກກວດເປັນຜົນບວກສຳລັບ COVID-19 ຄືຄົນຮັບໃຊ້ຂອງປະທານາທິບໍດີ ດໍໂນລ ທຣຳ ກັບໂຄສົກຂອງຮອງປະທານາທິບໍດີ ໄມຄ໌ ເພັນສ໌.

ໂຄສົກຂອງທ່ານ ໄມຄ໌ ເພັນສ໌ ໄດ້ກ່າວວ່າ ທ່ານຮອງປະທານາທິບໍດີ ໄດ້ກວດ ມີຜົນລົບ ແລະ ຈະກັບຄືນໄປທຳນຽບຂາວ ໃນວັນຈັນມື້ນີ້ ເຊິ່ງທ່ານມີກຳນົດທີ່ ຈະຈັດກອງປະຊຸມທາງວິດີໂອ ກັບບັນດາຜູ້ປົກຄອງລັດ ກ່ຽວກັບ ການຮັບມືກັບ ໄວຣັສໂຄໂຣນາ ແລະ “ການຟື້ນຟູເສດຖະກິດ.”

ໂຄສົກ ເດວິນ ໂອມາລລີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອາທິດວານ ນີ້ວ່າ “ຮອງປະທານາທິບໍດີ ເພັນສ໌ ຈະສືບຕໍ່ ປະຕິບັດຄຳແນະນຳ ຂອງໜ່ວຍ ການແພດທຳນຽບຂາວ ແລະ ບໍ່ໄດ້ກັກຕົວກວດໂຣກ.”

ດຣ. ແອນໂຕນີ ຟາວຈີ ຫົວໜ້າຜູ້ຊ່ຽວຊານທຳນຽບຂາວ ໃນການຕໍ່ສູ້ກັບໄວຣັສ ໂຄໂຣນາ ແມ່ນກຳລັງແຍກປ່ຽວຕົນເອງ ເຖິງແມ່ນວ່າ ທ່ານໄດ້ກວດມີຜົນລົບກໍຕາມ. ສະມາຊິກລະລັບສູງອີກສອງຄົນ ຂອງໜ່ວຍປະຕິບັດພາລະກິດພິເສດ ທຳນຽບຂາວ ຄືຫົວໜ້າຫ້ອງການອາຫານ ແລະ ຢາ ທ່ານ ສະເຕເຟັນ ຮານ ແລະ ຜູ້ອຳນວຍການສູນກາງເພື່ອການປ້ອງກັນ ແລະ ຄວບຄຸມພະຍາດ ທ່ານ ໂຣເບີດ ເຣດຟີລດ໌ ແມ່ນກຳລັງກັກຕົວກວດໂຣກ ເປັນເວລາສອງອາທິດ ຫຼັງ ຈາກໄດ້ເຂົ້າຮ່ວມໃນກອງປະຊຸມ ບ່ອນທີ່ນຶ່ງໃນພະນັກງານ ທີ່ຕິດເຊື້ອໄດ້ເຂົ້າ ຮ່ວມ.

ປະຊາຊົນຫຼາຍກວ່າ ນຶ່ງລ້ານສາມແສນຄົນໃນ ສະຫະລັດ ໄດ້ຕິດໄວຣັສ ແລະ ຫຼາຍກວ່າ 80,000​ ຄົນໄດ້ເສຍຊີວິດ.

ລັດ ນິວຢອກ, ເຊິ່ງແມ່ນລັດທີ່ໄດ້ຮັບຜົນກະທົບໜັກສຸດໃນ ສະຫະລັດ ໂດຍມີ ຜູ້ເສຍຊີວິດເກືອບ 27,000 ຄົນນັ້ນ, ແມ່ນກຳລັງພະຍາຍາມທີ່ຈະເປີດຄືນທຸລະ ກິດບາງຂະແໜງໃນວັນສຸກທີ່ຜ່ານມາ, ລຸນຫຼັງການເຄື່ອນໄຫວ ທີ່ຄ້າຍຄືກັນໃນ ຫຼາຍລັດ ທີ່ໄດ້ມີການຕິດໄວຣັສໜ້ອຍລົງ.

ໃນຖະນະສ່ວນນຶ່ງຂອງແຜນການນັ້ນ, ຜູ້ປົກຄອງລັດ ນິວຢອກ ທ່ານ ແອນດຣູ ຄູໂອໂມ ໄດ້ອອກຄຳສັ່ງການບັງຄັບກວດໄວຣັສໂຄໂຣນາສອງຄັ້ງຕໍ່ອາທິດ ສຳ ລັບພະນັກງານຢູ່ສະຖານທີ່ເບິ່ງແຍງຜູ້ເຖົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG