ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງໂຄວິດລະບາດ ຊາວລາວ ໃນເຂດແຊນໂຮເຊ ບໍ່ໄດ້ໄປມາຫາສູ່ກັນ ຄືກັບແຕ່ກ່ອນ


ທ່ານອຸດົມ ສານຸວົງ ຈາກເຂດແຊນໂຮເຊ ໃນລັດຄາລີຟໍເນຍ ຢືນຢູ່ຕໍ່ໜ້າຮ້ານສັບພະສິນຄ້າ ທີ່ປິດເປັນການຊົ່ວຄາວ
ທ່ານອຸດົມ ສານຸວົງ ຈາກເຂດແຊນໂຮເຊ ໃນລັດຄາລີຟໍເນຍ ຢືນຢູ່ຕໍ່ໜ້າຮ້ານສັບພະສິນຄ້າ ທີ່ປິດເປັນການຊົ່ວຄາວ

ຄົນລາວໃນເຂດແຊນໂຮເຊ ລັດຄາລີຟໍເນຍ ບໍ່ໄດ້ພົບປະສັງສັນ ຄືກັນກັບແຕ່ກ່ອນ ຫຼັງຈາກໂຄວິດ-19 ລະບາດແລ້ວ ໄພສານມີລາຍງານ:


ຄົນລາວຜູ້ນຶ່ງໃນເຂດແຊນໂຮເຊ ລັດຄາລີຟໍເນຍ ກ່າວວ່າ ການສັ່ງໃຫ້ກັກໂຕຢູ່ໃນບ້ານໃນເຮືອນ ນັບແຕ່ກາງເດືອນມີນາເປັນຕົ້ນມາເຮັດໃຫ້ການພົບປະສັງສັນຂອງຄົນລາວໃນເຂດດັ່ງກ່າວ ກໍບໍ່ຄືກັນກັບແຕ່ກ່ອນ ແລະກໍມີຜົນກະທົບຕໍ່ການທຳມາຫາກິນປະຈຳວັນເພາະໃຜໆກໍຢ້ານໂຣກລະບາດນີ້. ທ່ານອຸດົມ ສານຸວົງ ກ່າວກ່ຽວກັບເລື້ອງນີ້ວ່າ:


ແນວໃດກໍຕາມ ທ່ານອຸດົມ ກ່າວວ່າ ມາຈົນເຖິງເວລານີ້ ກໍຍັງບໍ່ມີຄົນລາວຕິດພະຍາດ ນີ້ເທື່ອ.

Mr. Oudom Sanouvong
please wait
Embed

No media source currently available

0:00 0:00:16 0:00

ວີດີໂອ ທີ່ສະແດງໃຫ້ເຫັນບ່ອນຈອດລົດທີ່ຫວ່າງເປົ່າ ຍ້ອນມີການອັດທຸລະກິດຕ່າງໆ

ລັດຄາລີຟໍເນຍ ເປັນລັດນຶ່ງທີ່ມີຄົນລາວອາໄສຢູ່ຫຼາຍທີ່ສຸດ ໃນສະຫະລັດ ແລະມາຈົນຮອດເວລານີ້ ລັດດັ່ງກ່າວ ມີຜູ້ຕິດພະຍາດໂຄວິດ-19 67,600 ຄົນແລະມີຜູ້ເສຍຊີວິດ 2,716 ຄົນ.

XS
SM
MD
LG