ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ ຢູ່ແອັດແລນຕາ ກ່າວວ່າ ມີການປະຕິບັດຕາມ ຄຳແນະນຳຂອງທາງການ ໃນລະຫວ່າງທີ່ໂຄວິດ-19 ລະບາດ


ທ່ານລາວັນ ສົມແພງ ຈາກນະຄອນແອັດແລນຕາ ລັດຈໍເຈຍ
ທ່ານລາວັນ ສົມແພງ ຈາກນະຄອນແອັດແລນຕາ ລັດຈໍເຈຍ


ຄົນອາເມຣິກັນເຊື້ອສາຍລາວຜູ້ນຶ່ງໃນນະຄອນແອັດແລນຕາ ກ່າວວ່າ ຊຸມຊົນລາວໃນລັດຈໍເຈຍ ແມ່ນໄດ້ພາກັນປະຕິບັດຕາມ ຄຳແນະນຳ ຂອງທາງການ. ທ່ານລາວັນ ບົວແພງ ກ່າວກ່ຽວກັບເລື້ອງນີ້ວ່າ:


ຈໍເຈຍເປັນລັດນຶ່ງ ທີ່ເຈົ້າໜ້າທີ່ໄດ້ອະນຸຍາດ ໃຫ້ທຸລະກິດທີ່ບໍ່ຈຳເປັນຈຳນວນນຶ່ງ ເປີດກິດຈະການຄືນໄດ້ຮວມທັງຮ້ານດັດຜົມ ຮ້ານຕັດຜົມ ບ່ອນອອກກຳລັງກາຍ ຮ້ານສັກລາຍ ແລະຮ້ານອາຫານບາງແຫ່ງກໍສາມາດໃຫ້ເຂົ້າໄປນັ່ງກິນແບບຢູ່ໃນຂອບເຂດຈຳກັດໄດ້. ທ່ານລາວັນ ບົວແພງ ກ່າວກ່ຽວກັບເລື້ອງນີ້ວ່າ:

ອີງຕາມໂຕເລກຫຼ້າສຸດ ຢູ່ລັດຈໍເຈຍມີຜູ້ຕິດໂຄວິດ-19 ທັງໝົດ 26,400 ກວ່າຄົນ ແລະມີຜູ້ເສຍຊີວິດ 1,100 ກວ່າຄົນ.

XS
SM
MD
LG