ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຈີ 20 ຊອກຫາເງິນທຶນ 8 ພັນລ້ານໂດລາ ເພື່ອມາຕໍ່ສູ້ກັບໄວຣັສໂຄໂຣນາ


ແມ່ຍິງຄົນນຶ່ງ ນັ່ງໃກ້ໆກັບປ້າຍໂຄວິດ-19 ທີ່ຫ້ອງຮັບຮອງຜູ້ໂດຍສານຂາອອກ ທີ່ສະໜາມບິນສາກົນຮວານດີ ຢູ່ເມືອງຊຸຣາບາຢາ ໃນພາກຕາເວັນອອກຂອງເກາະຊາວາ ອິນໂດເນເຊຍ ເມື່ອວັນທີ 24 ເມສາ 2020.
ແມ່ຍິງຄົນນຶ່ງ ນັ່ງໃກ້ໆກັບປ້າຍໂຄວິດ-19 ທີ່ຫ້ອງຮັບຮອງຜູ້ໂດຍສານຂາອອກ ທີ່ສະໜາມບິນສາກົນຮວານດີ ຢູ່ເມືອງຊຸຣາບາຢາ ໃນພາກຕາເວັນອອກຂອງເກາະຊາວາ ອິນໂດເນເຊຍ ເມື່ອວັນທີ 24 ເມສາ 2020.

ກຸ່ມປະເທດ ຈີ 20 ຮຽກຮ້ອງໃຫ້ “ທຸກໆປະເທດ ອົງການຈັດຕັ້ງສາກົນ ພາກສ່ວນເອກກະຊົນ ສະຖາບັນການກຸສົນ ແລະສ່ວນບຸກຄົນ” ບໍລິຈາກເງິນເຂົ້າໃສ່ກອງທຶນ ເພື່ອຕໍ່ສູ້ກັບໂຄວິດ-19 ໂດຍຕັ້ງເປົ້າໝາຍໄວ້ 8 ພັນລ້ານໂດລາ.

ກອງປະຊຸມສາກົນ ຂອງລັດຖະບານປະເທດຕ່າງໆ ແລະຜູ້ວ່າການທະນາຄານກາຈາກ 19 ປະເທດ ແລະສະຫະພາບຢູໂຣບ ກ່າວວ່າ ກຸ່ມຈີ 20 ຊອກຫາທຶນໄດ້ແລ້ວ 1 ພັນ 900 ລ້ານໂດລາ ອີງຕາມຖະແຫຼງການທີ່ອອກໃນວັນສຸກມື້ນີ້. ຊາອຸດີ ອາຣາເບຍ ຊຶ່ງເປັນປະທານວຽນຂອງ ກຸ່ມຈີ 20 ໃນປັດຈຸບັນ ໄດ້ບໍລິຈາກ 500 ລ້ານໂດລາ.

ທ່ານເຊີພາ ຟາຮາດ ອາລມູບາຣັກ (Sherpa Fahad Almubarak) ປະທານກຸ່ມຈີ 20 ກ່າວວ່າ “ບັນຫາທ້າທາຍຕ່າງໆຂອງໂລກແມ່ນຕ້ອງການຄຳຕອບໃນລະດັບໂລກ ແລະນີ້ແມ່ນເວລາຂອງພວກເຮົາທີ່ຈະລຸກຂຶ້ນ ແລະໃຫ້ການສະໜັບສະໜຸນ ຕໍ່ການແຂ່ງຂັນໃນການຊອກຫາຢາວັກຊີນ ຫຼືມາດຕະການປິ່ນປົວອື່ນໆເພື່ອຮັບມືກັບໂຄວິດ-19. ພວກເຮົາຂໍຊົມເຊີຍ ຕໍ່ການດຳເນີນຄວາມພະຍາຍາມໃນການຊອກຫາທຶນຮອນ ທີ່ມີຢູ່ໃນປັດຈຸບັນຈາກທົ່ວໂລກ ແລະຂໍເນັ້ນໜັກເຖິງຄວາມຮີບດ່ວນ ໃນການອຸດຕັນຊ່ອງຫວ່າງທາງດ້ານການເງິນ.”

ອັງກິດກ່າວວ່າ ຕົນໄດ້ທຳການທົດລອງກັບມະນຸດເປັນເທື່ອທຳອິດ ໃນການສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາ ຢູ່ໃນຢູໂຣບ.

ມີການສັກຢາວັກຊີນໃຫ້ອາສາສະໝັກ 2 ຄົນໃນວັນພະຫັດວານນີ້ທີ່ເມືອງອັອກສຟອດ ບ່ອນທີ່ຄະນະທີມງານຂອງມະຫາວິທະຍາໄລ ໄດ້ຄົ້ນຄວ້າພັດທະນາຢາວັກຊີນໃນເວລາບໍ່ຮອດ 3 ເດືອນ. ນອກນັ້ນແລ້ວ ຍັງຈະມີການສັກຢາວັກຊີນທົດລອງກັບອາສາສະໝັກອື່ນໆອີກຫຼາຍຮ້ອຍຄົນ ແລະໃນຈຳນວນເທົ່າໆກັນກໍຈະໄດ້ຮັບການສັກຢາວັກຊີນກັນເຫຍື່ອຫຸ້ມສະໝອງແລະໄຂສັນຫຼັງອັກເສບເພື່ອວ່າຜົນທີ່ໄດ້ຮັບ ຈະຖືກນຳມາປຽບທຽບກັນ. ພວກອາສາສະໝັກ ຈະບໍ່ຮູ້ຈັກວ່າມີການສັກຢາວັກຊີນຊະນິດໃດໃຫ້ພວກເຂົາເຈົ້າ.

ການທົດລອງດັ່ງກ່າວແມ່ນໄດ້ໃຫ້ຄວາມຫວັງໃໝ່ ໃນເມື່ອຢາຕໍ່ຕ້ານໄວຣັສຂອງສ່ວນບຸກຄົນພິສູດໃຫ້ເຫັນວ່າໃຊ້ບໍ່ໄດ້ຜົນກັບພວກຄົນປ່ວຍທີ່ຕິດເຊື້ອໄວຣັສໂຄໂຣນາຢູ່ປະເທດຈີນ. ການທົດລອງສັກຢາ Remdesivir ຊຶ່ງຜະລິດໂດຍບໍລິສັດກິລລີດວິທະຍາ ໃນລັດຄາລີຟໍເນຍ ບໍ່ໄດ້ສະແດງໃຫ້ເຫັນວ່າ ໄດ້ຜົນເລີຍສຳລັບພວກຄົນປ່ວຍທີ່ເປັນໂຄວິດ-19 ແລະກໍບໍ່ສາມາດຫລຸດຜ່ອນເຊື້ອໄວຣັສຢູ່ໃນເສັ້ນເລືອດຂອງເຂົາເຈົ້າລົງໄດ້.

ສະຫະລັດໄດ້ທຳການທົດລອງຢາວັກຊີນເທື່ອທຳອິດ ໃນເດືອນມີນາຜ່ານມາຢູ່ທີ່ນະຄອນຊີອາໂຕ້ ລັດວໍຊິງຕັນ. ການາດາ ຣັດເຊຍ ແລະປະເທດອື່ນໆກໍພວມເຮັດວຽກ ເພື່ອພັດທະນາຢາວັກຊີນ ແຕ່ພວກນັກຊ່ຽວຊານກ່າວວ່າ ເຖິງແມ່ນໄດ້ມີການພັດທະນາຢ່າງສຳເລັດຜົນໃນໄວໆນີ້ ແຕ່ການຜະລິດແລະແຈກຈ່າຍແມ່ນຈະໃຊ້ເວລາດົນກວ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG