ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດ ການາດາ ຈັບມືປືນ ທີ່ຕ້ອງສົງໄສ ແລະກ່າວວ່າ ມີຜູ້ເຄາະຮ້າຍຫຼາຍຄົນ


ຕຳຫຼວດລັດຖະບານກາງການາດາ (RCMP) ກວດທີ່ຖະໜົນ ໃນເມືອງປໍຕາປິກ ໃນຂະນະທີ່ລົດດັບໄຟ ແລ່ນຜ່ານໄປ ເມື່ອວັນທີ 19 ເມສາ 2020.
ຕຳຫຼວດລັດຖະບານກາງການາດາ (RCMP) ກວດທີ່ຖະໜົນ ໃນເມືອງປໍຕາປິກ ໃນຂະນະທີ່ລົດດັບໄຟ ແລ່ນຜ່ານໄປ ເມື່ອວັນທີ 19 ເມສາ 2020.

ຜູ້ຊາຍທີ່ໃສ່ຊຸດຕຳຫຼວດຄົນນຶ່ງໄດ້ອາລະວາດຍິງຄົນໄປທົ່ວ ໃນຂະນະທີ່ລາວ ຂັບລົດອ້ອມແຂວງ ໂນວາ ສໂກເຊຍ ໃນປະເທດ ການາດາ ເມື່ອວັນອາ ທິດວານນີ້, ສັງຫານ 13 ຄົນ, ລວມທັງເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ. ບັນດາ ເຈົ້າໜ້າທີ່ກ່າວວ່າ ມືປືນທີ່ຕ້ອງສົງໄສກໍໄດ້ເສຍຊີວິດເຊັ່ນກັນ.

ຜູ້ເສຍຊີວິດຫຼາຍຄົນໄດ້ຖືກພົບເຫັນຢູ່ໃນ ແລະ ນອກບ້ານຫຼັງນຶ່ງໃນເມືອງນ້ອຍ ປໍຕາປິກ ທີ່ຕັ້ງຢູ່ເຂດຊົນນະບົດ, ປະມານ 60 ກິໂລແມັດທາງພາກເໜືອຂອງ ພາກພື້ນ ຮາລີແຟັກສ໌ ໃນຕອນຄໍ່າຂອງວັນເສົາທີ່ຜ່ານມາ. ຕຳຫຼວດໄດ້ເລີ່ມ ແນະນຳໃຫ້ປະຊາຊົນທີ່ອາໄສຢູ່ເມືອງດັ່ງກ່າວ ທີ່ໄດ້ກັກບໍລິເວນຢູ່ແລ້ວ ຍ້ອນ ໂຣກລະບາດໄວຣັສໂຄໂຣນານັ້ນ, ໃຫ້ລັອກປະຕູຂອງເຂົາເຈົ້າ ແລະ ຢູ່ໃນຫ້ອງ ໃຕ້ດິນ. ແລະ ເຮືອນຫຼາຍຫຼັງໃນບໍລິເວນດັ່ງກ່າວກໍຖືກໄຟຈູດເຊັ່ນກັນ.

ຕຳຫຼວດໄດ້ລະບຸຕົວຜູ້ຊາຍຄົນດັ່ງກ່າວ ເຊື່ອວ່າມືປືນແມ່ນທ້າວ ແກບຣຽລ ວອດແມນ, ອາຍຸ 51 ປີ, ຜູ້ທີ່ຖືກຄິດວ່າໄດ້ອາໄສເປັນໄລຍະສັ້ນຢູ່ໃນແຂວງ ປໍຕາປິກ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ໃນຂະນະໃດນຶ່ງ ລາວໄດ້ປອມຕົວ ເປັນຕຳຫຼວດໃນຊຸດເຄື່ອງແບບ ແລະ ເຮັດໃຫ້ລົດຂອງລາວເບິ່ງຄືລົດຕຳຫຼວດ ລັດຖະບານກາງ ການາດາ.

ທ້າວ ວອດແມນ ໄດ້ຖືກຈັບໂດຍຕຳຫຼວດລັດຖະບານກາງຢູ່ປໍ້ານໍ້າມັນໃນເມືອງ ເອັນຟຽລດ໌, ບໍ່ໄກຈາກພາກພື້ນ ຮາລີແຟັກສ໌. ຕໍ່ມາຕຳຫຼວດໄດ້ປະກາດວ່າ ລາວເສຍຊີວິດແລ້ວ.

ຜູ້ປົກຄອງແຂວງ ໂນວາ ສໂກເຊຍ ທ່ານ ສເຕເຟັນ ແມັກນຽລ ໄດ້ກ່າວວ່າ “ນີ້ ແມ່ນການກໍ່ຄວາມຮຸນແຮງທີ່ໄຮ້ຄວາມຮູ້ສຶກ ໃນປະຫວັດສາດຂອງແຂວງຂອງ ພວກເຮົາ.” ທ່ານໄດ້ກ່າວວ່າ ນີ້ແມ່ນການເພີ່ມ “ພາລາທີ່ໜັກຢູ່ແລ້ວ” ທ່າມ ກາງຄວາມພະຍາຍາມເພື່ອຄວບຄຸມໄວຣັສໂຄໂຣນາສາຍພັນໃໝ່.

ໂຄສົກຕຳຫຼວດລັດຖະບານກາງ ການາດາ ທ່ານ ແດນຽລ ບຣາຍເອັນ ໄດ້ຢືນ ຢັນວ່າ 13 ຄົນໄດ້ຖືກຂ້າຕາຍ ເຊັ່ນດຽວກັບມືປືນ. ລາວໄດ້ກ່າວວ່າລາວບໍ່ສາ ມາດປະຕິເສດຕົວເລກຜູ້ເສຍຊີວິດສູງສຸດທີ່ອາດເພີ່ມຂຶ້ນອີກ. ແຕ່ວ່າມັນໄດ້ເຮັດ ໃຫ້ເປັນການຍິງກັນທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງ ການາດາ ແລ້ວ.

ການຍິງສັງຫານໝູ່ແມ່ນບໍ່ຄ່ອຍຈະມັກເກີດຂຶ້ນໃນປະເທດ ການາດາ. ປະເທດ ດັ່ງກ່າວໄດ້ປັບປຸງກົດໝາຍການຄວບຄຸມປືນໃໝ່ ຫຼັງຈາກການຍິງສັງຫານໝູ່ທີ່ ຮ້າຍແຮງທີ່ສຸດຂອງປະເທດໃນປີ 1989, ເມື່ອມືປືນ ທ້າວ ມາກ ເລີປີນ ໄດ້ ສັງຫານ ແມ່ຍິງ 14 ຄົນ ແລະ ລາວເອງ ຢູ່ວິທະຍາໄລຊັບພະວິຊາຂອງນະ ຄອນ ມົງເຣອາລ. ດຽວນີ້ມັນຜິດກົດໝາຍທີ່ຈະຄອບຄອງປືນທີ່ບໍ່ໄດ້ລົງທະບຽນ ຫຼື ປືນ ກົນທຸກຊະນິດ. ການາດາ ຍັງຮຽກຮ້ອງໃຫ້ເຂົ້າຝຶກຊ້ອມ, ທຳການປະ ເມີນຄວາມສ່ຽງສ່ວນຕົວ, ມີພະຍານສອງຄົນ, ແຈ້ງຄູ່ສົມລົດ ແລະ ກວດກາປະ ຫວັດອາຊະຍາກຳ ເພື່ອການຊື້ປືນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG