ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໒ ກຸມພາ ໒໐໒໖

ຊຸມຊົນລາວ ພາກັນເຂົ້າໄປຕັ້ງຖິ່ນຖານ ຢູ່ນະຄອນໂອກລາໂຮມາຊີຕີ້ ໃນທ້າຍຊຸມປີ 1970

ວັດລາວພຸທຣາມ ນະຄອນໂອກລາໂຮມາຊີຕີ້ (ເອື້ອອຳນວຍໂດຍ: ດຣ. ທອງຄຳ ວັນນາຣາຊ)
ວັດລາວພຸທຣາມ ນະຄອນໂອກລາໂຮມາຊີຕີ້ (ເອື້ອອຳນວຍໂດຍ: ດຣ. ທອງຄຳ ວັນນາຣາຊ)

​ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວອາເມຣິກັນຜູູ້ນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນນະຄອນໂອກລາໂຮມາຊີຕີ້ ລັດໂອກລາໂຮມາ ສະຫະລັດອາເມຣິກາ ຕັ້ງແຕ່ປີ 1978. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:11:03 0:00
ລິງໂດຍກົງ


ນະຄອນໂອກລາໂຮມາຊີຕີ້ ເປັນເມືອງເອກ ແລະກໍເມືອງທີ່ໃຫຍ່ສຸດ ໃນລັດໂອກລາໂຮມາທີ່ຕັ້ງຢູ່ໃນເຂດພາກໃຕ້ຕອນກາງຂອງສະຫະລັດ. ໃນປີກາຍນີ້ ໂອກລາໂຮມາຊີຕີ້ ມີພົນລະເມືອງຢູ່ເກືອບ 650,000 ຄົນ.

ລາຍການຊຸມຊົນລາວຂອງເຮົາແລງມື້ນີ້ ຈະພາທ່ານໄປພົບກັບທ່ານ ດຣ. ທອງຄຳ ວັນນາຣາຊ ຊຶ່ງເກືອບວ່າ ເປັນຄົນລາວຈຸທຳອິດ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນນະຄອນໂອ
ກລາໂຮມາຊີຕີ້.

ສະບາຍດີທ່ານ ດຣ. ທອງຄຳ ວັນນາຣາຊ ກ່ອນອື່ນກໍຂໍຂອບອົກຂອບໃຈທີ່ໃຫ້ພວກເຮົາມາໂອ້ລົມນຳ ແລະກໍທຳອິດນີ້ ຢາກໃຫ້ທ່ານ ດຣ. ເວົ້າສູ່ຟັງ ກ່ອນທີ່ທ່ານຈະເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງໂອກລາໂຮມາຊີຕີ້ນີ້ທ່ານໄດ້ໄປໃສແດ່ຫຼັງຈາກຕົກເຂົ້າມາໃນສະຫະ ລັດແລ້ວ.

please wait

No media source currently available

0:00 0:00:03 0:00
ລິງໂດຍກົງ

ທ່ານ ດຣ. ທອງຄຳ ເດີນທາງເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງໂອກລາໂຮມາຊີຕີ້ ໜີ້ໃນປີໃດ ຕອນນັ້ນມີຄົນລາວຫຼາຍປານໃດໃນເມືອງດັ່ງກ່າວ ແລະຕອນນີ້ເດມີຫຼາຍປານໃດ ຢາກໃຫ້ທ່ານລົມສູ່ຟັງກ່ຽວກັບເລື້ອງນີ້?

please wait

No media source currently available

0:00 0:00:11 0:00
ລິງໂດຍກົງ


ເປັນດ້ວຍເຫດໃດ ທ່ານ ດຣ. ຈຶ່ງເຂົ້າມາຕັ້ງຖິ່ນຖານຫຼືມາອາໄສຢູ່ໃນນະຄອນໂອກລາໂຮມາຊີຕີ້ໃນຕອນນັ້ນເນາະ ແລະນະຄອນໂອກລາໂຮມາຊີຕີ້ນີ້ ແຕກ ຕ່າງຈາກເມືອງອື່ນໆຂອງສະຫະລັດບໍ?

please wait

No media source currently available

0:00 0:00:27 0:00
ລິງໂດຍກົງ


ແຕ່ຈຸດເດັ່ນຂອງນະຄອນໂອກລາໂຮມາຊີຕີ້ໜີ້ ທ່ານ ດຣ. ພໍຊິເວົ້າສູ່ຟັງໄດ້ບໍ ມີຫຍັງແດ່?

please wait

No media source currently available

0:00 0:00:13 0:00
ລິງໂດຍກົງ


ບັດນີ້ ຢາກໃຫ້ທ່ານ ດຣ. ທອງຄຳ ລົມສູ່ພວກເຮົາຟັງ ກ່ຽວກັບເລື້ອງຄອບເລື້ອງຄົວເນາະ?

please wait

No media source currently available

0:00 0:00:12 0:00
ລິງໂດຍກົງ


ບັດນີ້ຢາກໃຫ້ທ່ານ ດຣ. ທອງຄຳເວົ້າສູ່ຟັງກ່ຽວກັບຊີວິດການເປັນຢູ່ໃນເມືອງ ຂອງຊຸມຊົນລາວ ໃນນະຄອນໂອກລາໂຮມາຊີຕີ້ ເລື້ອງລ້າເລື້ອງການຂອງເຂົາເຈົ້າ ເຂົາເຈົ້າເຮັດວຽກເຮັດການຫຍັງເປັນສ່ວນໃຫຍ່?

please wait

No media source currently available

0:00 0:00:34 0:00
ລິງໂດຍກົງ


ສຳລັບທ່ານ ດຣ. ທອງຄຳເດ ຢາກໃຫ້ທ່ານເວົ້າສູ່ຟັງ ກ່ຽວກັບອາຊີບວຽກງານນັກໜ້ອຍນໍ້?

please wait

No media source currently available

0:00 0:01:03 0:00
ລິງໂດຍກົງ


ທ່ານ ດຣ. ພໍຊິເວົ້າສູ່ຟັງໄດ້ບໍ ກ່ອນຈະມາເຮັດວຽກງານນີ້ ມັນຕ້ອງຜ່ານຫຍັງແດ່?

please wait

No media source currently available

0:00 0:01:00 0:00
ລິງໂດຍກົງ


ບັດນີ້ເຮົາຢາກຫັນມາເວົ້າເລື້ອງວັດວາສາສະໜາເນະາ ທ່ານ ດຣ. ທອງຄຳ ພໍຊິເວົ້າສູ່ຟັງໄດ້ບໍ ໃນນະຄອນໂອກລາໂຮມາຊີຕີ້ ແລະເຂດອ້ອມແອ້ມ ມີວັດລາວຢູ່ຈັກແຫ່ງ?

please wait

No media source currently available

0:00 0:01:38 0:00
ລິງໂດຍກົງ

ເລື້ອງການເຮັດບຸນສິນການທິນປະຈຳເດືອນຕ່າງໆ ທ່ານພໍຊິເວົ້າສູ່ຟັງໄດ້ບໍນໍ?

please wait

No media source currently available

0:00 0:00:26 0:00
ລິງໂດຍກົງ


ຄວາມຄິດຄວາມເຫັນຂອງທ່ານ ຄວາມຮັກຄວາມມັກຂອງທ່ານສ່ວນໂຕ ກັບນະຄອນໂອກລາໂຮມາຊີຕີ້ໜີ້ ກໍມີຢູ່ບໍ?

please wait

No media source currently available

0:00 0:00:48 0:00
ລິງໂດຍກົງ


ສຸດທ້າຍ ມີຫຍັງອີກແດ່ທ່ານ ດຣ. ທອງຄຳ ຢາກຈະລົມສູ່ພວກເຮົາຟັງ ກ່ຽວກັບຊຸມຊົນລາວໃນນະຄອນໂອກລາໂຮມາຊີຕີ້ ແລະກໍມີຫຍັງອີກແດ່ຝາກຝັງໃຫ້ພໍ່ແມ່ພີ່ນ້ອງທີ່ຟັງຢູ່ທາງບ້ານ?

please wait

No media source currently available

0:00 0:00:15 0:00
ລິງໂດຍກົງ


ອີງຕາມຂໍ້ມູນ ຂອງການສຳຫຼວດສຳມະໂນຄົວ ໃນປີ 2010 ແລ້ວ ນະຄອນໂອກລາ ເປັຫົວເມືອງທີ່ມີລາວອາເມຣິກັນ ອາໄສຢູ່ ຫຼາຍເປັນອັນດັບທີ 50 ໃນສະຫະລັດ ຄືມີປະມານ 971 ຄົນໃນເວລານັ້ນ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນ ນະຄອນໂອກລາໂຮມາຊີຕີ້ ລັດໂອກລາໂຮມາ ສະຫະລັດອາເມຣິກາ. ເຊີນພົບກັບລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG