ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ອາດກາຍເປັນ ສູນກາງການລະບາດ ຂອງໄວຣັສໂຄໂຣນາ ໃນຂັ້ນຕໍ່ໄປ


ກຳລັງຮັກສາດິນແດນສະຫະລັດ ຢືນຢູ່ສູນກາງ Jacob Javits Center ໃນວັນຈັນ ທີ 23 ມີນາ 2020.
ກຳລັງຮັກສາດິນແດນສະຫະລັດ ຢືນຢູ່ສູນກາງ Jacob Javits Center ໃນວັນຈັນ ທີ 23 ມີນາ 2020.

ທຳອິດມັນແມ່ນປະເທດ ຈີນ, ຕໍ່ມາແມ່ນ ອິຕາລີ ແລະ ໄວໆນີ້ອາດເປັນ ສະຫະລັດ.

ອົງການອະນາໄມໂລກກ່າວວ່າ ສະຫະລັດ ອາດເປັນສູນກາງຂອງການລະ ບາດໄວຣັສໂຄໂຣນາໃນໂລກໃນໄວໆນີ້ ແມ່ນກະທັງທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານຢາກໃຫ້ຊີວິດໃນ ສະຫະລັດ ກັບຄືນສູ່ສະພາບປົກກະ ຕິພາຍໃນສອງສາມອາທິດກໍຕາມ.

ໂຄສົກຂອງອົງການອະນາໄມໂລກ ທ່ານນາງ ມາກາເຣັດ ແຮຣິສ ໄດ້ກ່າວໃນ ວັນອັງຄານວານນີ້ວ່າ “ເຂົາເຈົ້າມີການລະບາດທີ່ໃຫຍ່ຫຼາຍ ແລະ ເປັນການ ລະບາດທີ່ມີຄວາມຮຸນແຮງຍິ່ງຂຶ້ນ.”

ທ່ານນາງ ແຮຣິສ ໄດ້ກ່າວວ່າ 85 ເປີເຊັນຂອງກໍລະນີໃໝ່ ທີ່ຖືກຢືນຢັນໃນວັນ ອັງຄານວານນີ້ແມ່ນໃນທະວີບ ຢູໂຣບ ແລະ ສະຫະລັດ, ແລະ 40 ເປີເຊັນ ໃນນັ້ນ ແມ່ນໃນ ສະຫະລັດ.

ຮອດຕອນແລງວັນອັງຄານວານນີ້, ມັນມີການຕິດໄວຣັສໂຄໂຣນາ 46,500 ກໍລະນີໃນ ສະຫະລັດ ແລະ ເສຍຊີວິດ 600 ຄົນ.

ໂຣກລະບາດດັ່ງກ່າວໄດ້ເຮັດໃຫ້ ເສດຖະກິດ ສະຫະລັດ, ເຊິ່ງໄດ້ຂະຫຍາຍ ຕົວຂຶ້ນພຽງນຶ່ງເດືອນທີ່ຜ່ານມາ, ຕ້ອງຢຸດຊະງັກ ດ້ວຍທຸລະກິດຕ່າງໆຖືກປິດໄວ້, ຄວາມບັນເທີງກໍຖືກປິດ ແລະ ປະຊາຊົນຖືກ ບອກໃຫ້ຢູ່ບ້ານ.

ປະທານາທິບໍດີ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ່ານ ຢາກໃຫ້ປະ ເທດເປີດຄືນອີກ ແລະ ພ້ອມທີ່ຈະເຮັດໃນວັນ ອີສເຕີ ນີ້,” ເຊິ່ງແມ່ນວັນທີ 12 ເມສາ. ທ່ານປະທານາທິບໍດີໄດ້ກ່າວໃນບໍລິສັດຂ່າວເຄເບິລ Fox News ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ ວ່າ “ພວກເຮົາຕ້ອງກັບໄປເຮັດວຽກໄວຂຶ້ນ, ໄວຫຼາຍກວ່າທີ່ຄົນຄິດໄວ້.”

ຜູ້ຊ່ຽວຊານດ້ານການແພດບາງຄົນເຊື່ອວ່າ ມັນເປັນຄວາມຄິດທີ່ບໍ່ດີ.

ຫົວໜ້າອົງການ ສັງຄົມໂຣກຕິດຕໍ່ຂອງ ອາເມຣິກາ ດຣ. ທອມມັສ ໄຟລ໌ ຈູເນຍ ໄດ້ກ່າວວ່າ ການຫຼຸດຜ່ອນການຢູ່ຫ່າງຈາກສັງຄົມ ແລະ ການຫ້າມ ອື່ນໆໂດຍສິ່ງ ທີ່ທ່ານເອີ້ນວ່າ “ການກຳນົດວັນຕາມອຳເພີໃຈ” ໃນຂະນະທີ່ ໄວຣັສໂຄໂຣນາໄດ້ ສືບຕໍ່ແຜ່ລະບາດນັ້ນ “ຈະນຳໄປສູ່ການແຜ່ລະບາດຂອງ ເຊື້ອໂຣກໄວຂຶ້ນ, ຄອບງຳພາກສ່ວນປິ່ນປົວສຸຂະພາບ ທີ່ສືບຕໍ່ຂາດເຂີນ ອຸປະກອນທີ່ຈຳເປັນ, ແລະ ສົ່ງຜົນໃນການເສຍຊີວິດທີ່ສາມາດປ້ອງກັນໄດ້.”

ທ່ານ ໄຟລ ໄດ້ກ່າວວ່າ “ທ່ານປະທານາທິບໍດີຄວນກຳນົດວັນ ສຳລັບການ ຍົກເລີກຂໍ້ຫ້າມ ການກຳນົດຢູ່ຫ່າງຈາກສັງຄົມທົ່ວປະເທດ ເມື່ອຫຼັກຖານ ດ້ານການແພດໄດ້ລະບຸໃຫ້ເຫັນວ່າມັນປອດໄພແລ້ວເທົ່ານັ້ນ.”

ໃນຂະນະທີ່ປະຊາຊົນ ອາເມຣິກັນ ສ່ວນຫຼາຍ ແມ່ນຢູ່ພາຍໃຕ້ການແນະນຳ ກັກຕົວຢູ່ໃນບ້ານນັ້ນ, ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ໃນວັນອັງຄານວານນີ້ ໄດ້ສັ່ງໃຫ້ທຳການກັກຕົວຢູ່ໃນບ້ານຢ່າງສິ້ນເຊີງ ສາມ ອາທິດ ສຳລັບປະຊາຊົນ ນຶ່ງພັນສາມຮ້ອຍລ້ານຄົນຂອງປະເທດດັ່ງກ່າວ.

ທ່ານ ໂມດີ ໄດ້ເຕືອນວ່າ ຖ້າ ອິນເດຍ “ບໍ່ຮັບມືກັບ 21 ມື້ນີ້ໃຫ້ດີ, ແລ້ວປະ ເທດຂອງພວກເຮົາກໍຈະຖອຍຫຼັງກັບໄປອີກ 21 ປີ. ພວກເຮົາຕ້ອງຊົດໃຊ້ຄວາມ ເສຍຫາຍທາງເສດຖະກິດຍ້ອນບັນຫານີ້ ແຕ່ມັນແມ່ນຄວາມຮັບຜິດຊອບຂອງ ໝົດທຸກຄົນ.”

ປະເທດ ອິຕາລີ, ດ້ວຍການເສຍຊີວິດຫຼາຍກວ່າ 6,000 ຄົນນັ້ນ ແມ່ນຍັງຄົງ ເປັນສູນກາງຂອງໄວຣັສໂຄໂຣນາຂອງໂລກຢູ່, ແຕ່ສະພາບການຕ່າງໆແມ່ນ ໄດ້ດີຂຶ້ນຢ່າງກວ້າງຂວາງ ໃນສິ່ງທີ່ໄດ້ເປັນຈຸດສູນກາງໃນປະເທດ ຈີນ. ມີລາຍງານກໍລະນີການຕິດຕໍ່ໃໝ່ພຽງສີ່ກໍລະນີເທົ່ານັ້ນ ໃນວັນອັງຄານວານນີ້

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າປະຊາຊົນທີ່ມີສຸຂະພາບແຂງແຮງໃນແຂວງ ຮູເບ, ບ່ອນທີ່ການລະບາດໄດ້ເລີ່ມຂຶ້ນໃນເດືອນທັນວາປີກາຍນີ້ ຈະສາມາດເດີນທາງ ອອກຈາກແຂວງໄດ້ ຫຼັງຈາກການກັກຕົວດົນສອງເດືອນ. ການຫ້າມຕ່າງໆໃນ ທົ່ວແຂວງ ຮູເບ ແມ່ນຄາດວ່າຈະຖືກຍົກເລີກໃນຕົ້ນເດືອນໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG