ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ທັນວາ ໒໐໒໕

ຊາກີນໍ ເປັນເຂດນຶ່ງ ທີ່ມີຊຸມຊົນລາວ ເຂົ້າໄປບຸກເບີກ ແລະຕັ້ງຖິ່ນຖານຢູ່ຫຼາຍ


ຍາເອື້ອຍອຳມະຣາ ຣໍເຈີ ແລະ ຄະນະສະມາຄົມສະຕີລາວ ໃນເຂດເມືອງຊາກີນໍ
ຍາເອື້ອຍອຳມະຣາ ຣໍເຈີ ແລະ ຄະນະສະມາຄົມສະຕີລາວ ໃນເຂດເມືອງຊາກີນໍ

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວອາເມຣິກັນຄອບຄົວນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເມືອງຊາກີນໍ ລັດເທັກຊັສສະຫະລັດອາເມຣິກາ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:07:40 0:00

ເມືອງຊາກີນໍ ເປັນເມືອງນ້ອຍໆເມືອງນຶ່ງ ໃນເຂດແທແຣັນທ໌ຄາວຕີ້ ລັດ ເທັກຊັສທາງພາກໃຕ້ຂອງສະຫະລັດ. ເມືອງດັ່ງກ່າວໄດ້ຖືກຕັ້ງຊື່ວ່າຊາກີນໍໃນປີ 1882. ຄຳວ່າຊາກີນໍ ແມ່ນມາຈາກພາສາໂອຈິບເວ (Ojibwe) ຊຶ່ງເປັນພາສາຊົນເຜົ່າພື້ນເມືອງດັ້ງເດີມເຜົ່ານຶ່ງ ຂອງອາເມຣິກາ. ອີງຕາມຂໍ້ມູນໃນປີ 2017 ແລ້ວ ເມືອງຊາກີນໍ ມີປະຊາກອນຢູ່ 21,889 ຄົນ.

ລາຍການຊຸມຊົນລາວ ແລງມື້ນີ້ ເຮົາຈະພາທ່ານໄປພົບຍາເອື້ອຍອຳມະຣາ ຣໍເຈີ ປະທານສະມາຄົມສະຕີລາວໃນເຂດເມືອງຊາກີນໍ ລັດເທັກຊັສ. ຍາເອື້ອຍອຳມະຣາ ມີພື້ນຖານມາຈາກເຂດລະຫານນ້ຳ ແຕ່ກໍເຄີຍໄປເຮັດວຽກເຮັດການເປັນພະຍາບານ ຢູ່ທີ່ເມືອງທ່າແຂກໃນສະໄໝຍັງຢູ່ເມືອງລາວ. ຍາເອື້ອຍອຳມະຣາໄດ້ເຂົ້າມາໃນສະຫະລັດ ເມື່ອປີ 1980 ແລະກໍໄດ້ໄປຢູ່ທີ່ລັດເທັກຊັສ ຊຶ່ງນ້ອງສາວຂອງເພິ່ນເປັນສະປອນເຊີຮັບເອົາມາ. ຍາເອື້ອຍກ່າວວ່າ ຫຼັງຈາກນັ້ນ ກໍໄດ້ຍ້າຍໄປຢູ່ທີ່ລັດຄາລີຟໍເນຍ ບ່ອນທີ່ຍາເອື້ອຍໄດ້ພົບກັບສາມີ ແລະກໍແຕ່ງງານກັນຢູ່ທີ່ນັ້ນ. ເນື່ອງຈາກສາມີຂອງຍາເອື້ອຍເປັນທະຫານ ດັ່ງນັ້ນຈຶ່ງໄດ້ຕິດຕາມເພິ່ນໄປຢູ່ຫຼາຍໆລັດ ຮວມທັງ ລັດອາແກນຊໍແລະຟລໍຣິດາ ກ່ອນທີ່ຈະກັບຄືນມາຢູ່ທີ່ເມືອງຊາກີນໍອີກ. ກ່ຽວກັບຄອບຄົວຂອງເພິ່ນນັ້ນ ຍາເອື້ອຍອຳມະຣາ ກ່າວວ່າ:

please wait

No media source currently available

0:00 0:00:11 0:00
ລິງໂດຍກົງ


ກ່ຽວກັບບົດບາດໜ້າທີ່ຂອງເພິ່ນຢູ່ໃນເມືອງຊາກີນໍນັ້ນ ຍາເອື້ອຍອຳມະຣາກ່າວວ່າ ເວລານີ້ເພິ່ນໄດ້ເຮັດວຽກເປັນປະທານສະມາຄົມສະຕີິລາວທີ່ນັ້ນ.

please wait

No media source currently available

0:00 0:00:23 0:00
ລິງໂດຍກົງ


ໃນເລື້ອງວຽກງານຂອງສະມາຄົມສະຕີລາວ ໃນເຂດເມືອງຊາກີນໍນັ້ນ ຍາເອື້ອຍອຳມະຣາ ກ່າວວ່າ:

please wait

No media source currently available

0:00 0:00:37 0:00
ລິງໂດຍກົງ


ຕໍ່ຄຳຖາມທີ່ວ່າ ເປັນຫຍັງຍາເອື້ອຍອຳມະຣາ ຈຶ່ງໄດ້ເລືອກເອົາເມືອງຊາກີນໍເປັນ ບ່ອນຕັ້ງຫຼັກແຫຼ່ງ. ຍາເອື້ອຍໃຫ້ຄຳຕອບວ່າ.

please wait

No media source currently available

0:00 0:00:23 0:00
ລິງໂດຍກົງ


ຍາເອື້ອຍອຳມະຣາ ບັນຍາຍສູ່ຟັງ ເຖິງຄວາມເປັນປຶກແຜ່ນ ຄວາມປຸ້ມລຸມສາມັກຄີຂອງຊຸມຊົນລາວ ໃນເຂດເມືອງຊາກີນໍ ສູ່ຟັງດັ່ງນີ້:

please wait

No media source currently available

0:00 0:01:08 0:00
ລິງໂດຍກົງ

ກ່ຽວກັບເລື້ອງວັດວາສາສະໜານັ້ນ ຍາເອື້ອຍອຳມະຣາ ກ່າວວ່າ ຊຸມຊົນລາວແຫ່ງນີ້ ແມ່ນມີວັດຕັ້ງຢູ່ເປັນສູນກາງ.

please wait

No media source currently available

0:00 0:00:25 0:00
ລິງໂດຍກົງ


ນອກນັ້ນລາວ ຊຸມຊົນລາວໃນເມືອງຊາກີນໍຍັງພ້ອມພຽງກັນເຮັດບຸນສິນກິນທານຕາມຮີດສິບສອງຄອງສິບສີ່ຂອງລາວ ໃນແຕ່ລະເດືອນກໍມີບຸນຕ່າງໆ ຄືກັນກັບຢູ່ເມືອງລາວ. ແຕ່ແນວໃດກໍຕາມ ຍາເອື້ອຍອຳມະຣາ​ໄດ້ກ່າວສະຫຼຸບ ເຖິງຄວາມປະທັບໃຈຂອງຍາເອື້ອຍຕໍ່ເມືອງຊາກີນໍດັ່ງນີ້:

please wait

No media source currently available

0:00 0:00:31 0:00
ລິງໂດຍກົງ


ອີງຕາມການສຳຫຼວດສຳມະໂນຄົວໃນປີ 2010 ເມືອງດາລລັສ ຟອດເວີດ ຊຶ່ງມີຊາກີນໍເປັນເຂດຊານເມືອງ ແລະອາລິງຕັນ ເປັນເຂດທີ່ມີຊຸມຊົນລາວອາໄສຢູ່ຫຼາຍເປັນອັນດັບ 2 ໃນສະຫະລັດ​ອາເມຣິກາ ຮອງຈາກເຂດນະຄອນຊາກຣາເມັນໂຕ ໃນລັດຄາລີຟໍເນຍ ທີ່ມີຊາວລາວອາໄສຢູ່ຫຼາຍກວ່າໝູ່.

XS
SM
MD
LG