ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຸ້ນ​ຍັງ​ສືບ​ຕໍ່ ​ຕົກ​ລາ​ຄາ ທ່າມ​ກາງ​ ການ​ລະ​ບາດ ຂອງ​ເຊື້ອໄວ​ຣັ​ສ ​ໂຄ​ໂຣ​ນາ


ລາ​ຄາ​ຮຸ້ນ​ຕ່າງໆ ທີ່​ຕະ​ຫລາດ​ຮຸ້ນ ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 5 ມີ​ນາ 2020. REUTERS/Andrew Kelly
ລາ​ຄາ​ຮຸ້ນ​ຕ່າງໆ ທີ່​ຕະ​ຫລາດ​ຮຸ້ນ ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 5 ມີ​ນາ 2020. REUTERS/Andrew Kelly

ຕະຫຼາດ​ຮຸ້ນ​ທັງຫຼາຍ ຍັງ​ສືບ​ຕໍ່​ໄດ້​ຮັບ​ຄວາມສັ່ນສະ​ເທືອນຈາກ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ແລະ​ມີ​ຜົນ​ກະ​ທົບ​ຕໍ່ເສດ​ຖະ​ກິດ​ຂອງ​ໂລກ ໂດຍເຮັດ​ໃຫ້​ລາ​ຄາ​ຮຸ້ນ​ໃນ​ຕະຫຼາດ​ຮຸ້ນເອ​ເຊຍ ຕົ​ກ​ລົງ​ຢ່າງ​ໜັກ ໃນ​ການ​ຊື້​ຂາຍ ໃນ​ວັນ​ພະຫັດ​ມື້ນີ້.

ດັດ​ຊະ​ນີຮຸ້ນ ນິ​ເກອິຂອງ​ຍີ່​ປຸ່ນ ໄດ້​ຕົກ​ລາ​ຄາ 4.4 ເປີ​ເຊັນ ໃນ​ຕອນ​ປິດ​ຕະ​ຫຼາດ ​ຂະ​ນະ​ທີ່ດັດ​ຊະ​ນີ​ຮຸ້ນຮາງເຊັງ ຂອງ​ຮົງ​ກົງ ກໍ​ໄດ້ຕົກ​ລາ​ຄາ 3.7 ເປີ​ເຊັນໃນ​ການ​ຊື້​ຂາຍ​ເມື່ອ​ຕອນ​ບ່າຍ ແລະ​ດັດ​ຊະ​ນີຮຸ້ນ​ຊຽງ​ໄຮ້ ຂອງ​ຈີນ ກໍ​ໄດ້​ຕົກ​ລາ​ຄາ 1.9 ເປີ​ເຊັນ. ສ່ວນ​ຕະຫຼາດ​ຮຸ້ນ​ຕ່າງໆ​ຂອງອອ​ສ​ເຕ​ຣ​ເລຍ ໄດ້​ຕົກ​ລາ​ຄາ​ຫຼາຍກວ່າ 7 ເປີ​ເຊັນ ໃນ​ວັນ​ພະ​ຫັດ​ມື້ນີ້.

ການ​ຕົກ​ລາ​ຄາທັງຫຼາຍ​ເຫຼົ່າ​ນັ້ນ ໄດ້ມີ​ຂຶ້ນຫຼັງ​ຈາກ​ທີ່ຕະຫຼາດ​ຫຼັກ​ຊັບວອ​ລສະ​ຕ​ຣີ​ຕ ຂອງ​ສະ​ຫະ​ລັດ ໄດ້ປະ​ສົບ​ກັບການ​ຊື້​ຂາຍທີ່​ຂີ້​ຮ້າຍຫຼາຍ​ໃນ​ວັນ​ພຸດ​ວານນີ້ ບ່ອນ​ທີ່ລາ​ຄາ​ຮຸ້ນອຸດ​ສາ​ຫະ​ກຳ ດາວໂຈນ​ສ໌ (Dow Jones) ໄດ້​ຕົກ​ລົງ​ເຖິງ 6 ເປີ​ເຊັນໃນ​ຂະ​ນະ​ທີ່​ຮຸ້ນແນ​ສ​ແດັກ (NASDAQ) ​ແລະ S&P 500 ​ກໍ​ຫລຸດ​ລົງ 5 ເປີ​ເຊັນ.

​ຕະ​ຫລາດ​ຮຸ້ນ​ໃນອະ​ນາ​ຄົດ​ຂອງສະ​ຫະ​ລັດ ​ໄດ້​ບົ່ງໃຫ້​ເຫັນວ່າ ຈະ​ປະ​ສົບ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ອີກ​ນຶ່ງມື້ ເມື່ອ​ການ​ຊື້​ຂາຍ​ຮຸ້ນເລີ້ມ​ຂຶ້ນ​ ໃນ​ວັນ​ພ​ະ​ຫັດ​ມື້ນີ້.

ຕະຫຼາດ​ຮຸ້ນຕ່າງໆຂອງ​ຢູ​ໂຣບ ກໍ​ໄດ້​ໃຫ້ຮ່ອງ​ຮອຍ​ວ່າ ​ລາ​ຄາ​ຮຸ້ນ​ຈະຕົກ​ລົງ​ຕື່ມ ກ່ອນ​ໜ້າ​ການ​ໄຂ​ຕະຫຼາດ​ຂອງ​ພວກ​ເຂົາ​ເຈົ້າ.

ຄວາມ​ຕ້ອງ​ການໃນ​ການ​ເດີນ​ທາງ​ ທີ່​ໜ້ອຍ​ລົງ​ ຍ້ອນ​ເຊື້ອ​ໄວ​ຣັ​ສດັ່ງ​ກ່າວ ​ຍັງ​ຊ່ອຍ​ຜັກ​ດັນ​ໃຫ້​ລາ​ຄາ​ນ້ຳ​ມັນ​ໃນ​ທົ່ວ​ໂລກ​ຫຼຸດ​ລົງ​ນຳ​ດ້ວຍ. ຮຸ້ນຂອງ​ສາຍການ​ບິນ ແລະ​ເຮືອ​ສຳ​ລານ​ຕ່າງໆ ກໍໄດ້​ຮັບ​ຜົນ​ກະ​ທົບ​ເຊັ່ນ​ກັນ.

ຮຸ້ນ​ອຸດ​ສາ​ຫະ​ກຳ ຫຼື Dow Jones ໃນ​ເວ​ລານີ້ ແມ່ນ​ຢູ່​ໃນ​ພາ​ວະ ທີ່​ບັນ​ດາ​ນັກ​ຊ່ຽວ​ຊານ ເອີ້ນ​ກັນ​ວ່າ “​ເປັນຕະຫຼາດ​ Bear Market” ​ຢ່າງ​ເປັນ​ທາງ​ການຊຶ່ງ ໝາຍ​ເຖິງເມື່ອຮຸ້ນ​ຕົກ​ລາ​ຄາ​ຢ່າງ​ໜ້ອຍ 20 ເປີ​ເຊັນ ຈາກ​ລາ​ຄາ​ທີ່​ສູງ​ຂອງຕະຫຼາດ​ໃນ​ຮອບ 52 ອາ​ທິດ. ອັນ​ນີ້ ເປັນ​ການ​ສິ້ນ​ສຸດ​ຂອງສະ​ຖິ​ຕິ​ທີ່​ຍາວ​ນານ ຊຶ່ງ​ເອີ້ນ​ວ່າ “ຕະຫຼາດ​ແບບ​ງົວ​ກະ​ທິງ ​ຫຼື Bull Market” ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ມີ​ນາ​ ປີ 2009 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG