ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຫົວ​ໜ້າ ສ​ປ​ຊ ຮຽກ​ຮ້ອງ ໃຫ້​ຢຸດ​ຍິງ ຢູ່​ຊີ​ເຣຍ ກ່ອນ​ທີ່​ຈະ 'ຄວບ​ຄຸມ​ບໍ່​ໄດ້'


ເດັກ​ຊາຍ​ຄ​ົນແລ່ນ​ໄປ​ເອົາ​ໄກ່​ຕາຍ ຈາກ​ຊາກ​ຕຶກ​ອາ​ຄານ ທີ່​ຖືກ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ແຂວງ​ອິດ​ລິບ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 28 ກຸມ​ພາ 2020. REUTERS/Umit Bektas
ເດັກ​ຊາຍ​ຄ​ົນແລ່ນ​ໄປ​ເອົາ​ໄກ່​ຕາຍ ຈາກ​ຊາກ​ຕຶກ​ອາ​ຄານ ທີ່​ຖືກ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ແຂວງ​ອິດ​ລິບ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 28 ກຸມ​ພາ 2020. REUTERS/Umit Bektas

ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກິວ​ເຕ​ເຣັ​ສ ກ່າວ​ວ່າ ການ​ສູ້​ລົບ​ທີ່​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ ໃນ​ຊີ​ເຣຍ ແມ່ນ “ນຶ່ງ​ໃນ​ເວລາ​ທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ທີ່​ສຸດ ຂອງ​ບັນ​ຫາ​ຂັດ​ແຍ້ງ ແລະ​ຮຽກ​ຮ້ອງໃຫ້​ມີ​ການ​ຢຸດ​ຍິງ​ໃນ​ທັນ​ທີ.”

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ນະ​ຄອນ​ນິວຢອກ ໃນ​ວັນ​ສຸກວານນີ້​ວ່າ “ໃນ​ໄລ​ຍະ​ສອງ​ສາມມື້​ຜ່ານ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ເຕືອນ​ຊ້ຳ​ແລ້ວ​ຊ້ຳ​ອີກກ່ຽວ​ກັບ​ການ​ເພີ້ມ​ທະວີ​ຄວາມ​ຮຸນ​ແຮງ ໃນ​ການ​ເປັນ​ປໍ​ລະ​ປັກ ຢູ່​ໃນ​ພາກ​ຕາ​ເວັ​ນ​ຕົກ​ສຽງ​ເໜືອ​ຂອງ​ປະເທດ​ຊີ​ເຣຍ. ຂ້າ​ພະ​ເຈົ້າ​ຢ້ານ​ກົວ​ວ່າ ເຫດ​ການ​ໃນ​ຮອບ 24 ຊົ່ວ​ໂມງ​ຜ່ານ​ມານີ້ ພວກ​ເຮົາ​ໄດ້​ກ້າວ​ມາ​ຮອດ​ຈຸດ​ແລ້ວ.”

ຫົວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ຫຼັງ​ຈາກ​ທະ​ຫານ​ເທີກີ 33 ຄົນຖືກ​ຂ້າ​ຕາຍ​ໃນ​ວັນ​ພະ​ຫັດ​ຜ່ານ​ມາໂດຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງລັດ​ຖະ​ບານ​ຊີ​ເຣຍ ຢູ່​ໃນ​ແຂວງ​ອິດ​ລິບ ຊຶ່ງ​ເປັນ​ເຫດ​ການ​ທີ່​ຮ້າຍ​ແຮງ​ສຸດ​ສຳ​ລັບພວກ​ທະ​ຫານ​ເທີ​ກີ ນັບ​ແຕ່​ໄດ້​ເຂົ້າ​ຮ່ວມ​ບັນ​ຫາ​ຂັດ​ແຍ້ງ ມາ​ແຕ່​ປີ 2016. ທະ​ຫານ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຣັດ​ເຊຍພວມ​ທຳ​ການ​ບຸກ​ໂຈມ​ຕີ​ຢ່າງ​ໜັກ ເພື່ອ​ຂັບ​ໄລ່​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ອອກໄປ​ຈາກ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ແຂວງ​ອິດ​ລິບ.

UN Syria
please wait
Embed

No media source currently available

0:00 0:02:14 0:00

ທານ​ກິວ​ເຕເຣັ​ສ ກ່າວ​ວ່າ ການ​ຢຸດ​ຍິງ​ແມ່ນ​ມີ​ຄວາມ​ຈຳ​ເປັນ “ກ່ອນ​ທີ່​ສະ​ຖາ​ນະ​ການ​ຈະ​ຄວບ​ຄຸມ​ບໍ່​ໄດ້.”

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ປະ​ຊຸມ​ສຸກ​ເສີນ​ໃນ​ວັນ​ສຸກ ວານນີ້ ຊຶ່ງ​ສະ​ມາ​ຊິກ 13 ປະ​ເທດ ຂອງ​ຈຳ​ນວນ​ທັງ​ໝົດ 15 ປະ​ເທດ​ໄດ້​ໃຫ້ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຮຽກ​ຮ້ອງ​ໃຫ້​ມີການ​ຢຸດ​ຍິງ​ຂອງ​ທ່ານ​ກິວ​ເຕ​ເ​ຣັ​ສ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ແຄ​ລ​ລີ ແຄ​ຣັບ​ທ໌ ໄດ້​ຮຽກ​ຮ້ອງ​ໃຫ້ “​ສະ​ຫະ​ພັນຣັດ​ເຊຍຢຸດ​ເຊົາ​ການ​ປະ​ຕິ​ບັດງານ​ໂດຍ​ເຮືອ​ບິນ​ລົບ​ຂອງ​ຕົນ ແລະ​ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ທະ​ຫານ​ຊີ​ເຣຍ ແລະຣັດ​ເຊຍ​ທີ່​ເປັນ​ຜູ້​ໜຸນ​ຫຼັງ ຖອນ​ທະ​ຫານ​ອອກ​ໄປ ​ສູ່​ເສັ້ນ​ຢຸດ​ຍິງ ຊຶ່ງ​ໄດ້​ມີ​ການສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2018.

ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ວ່າ ກຳ​ລັງ​ຂອງ​ຕົນ​ບໍ່​ໄດ້​ພົວ​ພັນ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງ​ກ່າວ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ວາ​ສ​ຊີ​ລີ ເນ​ເບັນ​ເຊຍ​ ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ວ່າ ຄະ​ນະ​ຜູ້​ແທນ​ຂອງ​ຣັດ​ເຊຍ ພວມ​ຢູ່​ທີ່​ນະ​ຄອນ​ຫຼວງ​ອັງ​ກາ​ຣາ ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ມີ​ຄວາມ​ທຸ່ນ​ທ່ຽງ ແລະ​ກ່າວ​ວ່າມົ​ສ​ກູ “ພ້ອມ​ແລ້ວ​ທີ່​ຈະ​ຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ລົງ ກັບ​ປະ​ເທດ​ໃດ​ກໍ​ຕາມທີ່​ຕ້ອງການ​ຢາກ​ໃຫ້​ເຮັດ​ແບບນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG