ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນແນ​​ແສງ​ເລ​ເຊີ ໃສ່​ເຮືອ​ບິນ​ລາດ​ຕະ​ເວນ ​ຂອງ ​ສ​ຫ​ລ ຢູ່​ເທິງ​ເຂດ​ທະ​ເລ​ ຂອງ​ຟີ​ລິບ​ປິນ


ພະ​ນັກ​ງານ​ທີ່​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຮືອ​ບິນ Grey Knights ຂອງ​ໜ່ວຍ​ງານ​ລາດ​ຕະ​ເວນ VP 46 ໃຫ້​ສັນ​ຍານ​ແກ່​ນັກ​ບິນຢູ່​ລານ​ຈອດ ຂອງ​ເຮືອ​ບິນ P-8A Poseidon ໃນ​ໄລ​ຍະ​ກວດ​ກາກ່ອນ​ຈະ​ທະ​ຍານ​ບິນ​ຂຶ້ນ​ສູ່ເທິງ​ທ້ອງ​ຟ້າ ໃນ​ວັນ​ທີ 23 ຕຸ​ລາ 2019 ຢູ່​ທ່າ​ເຮືອ Oak Harbor, ລັດ​ວໍ​ຊິງ​ຕັນ.
ພະ​ນັກ​ງານ​ທີ່​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຮືອ​ບິນ Grey Knights ຂອງ​ໜ່ວຍ​ງານ​ລາດ​ຕະ​ເວນ VP 46 ໃຫ້​ສັນ​ຍານ​ແກ່​ນັກ​ບິນຢູ່​ລານ​ຈອດ ຂອງ​ເຮືອ​ບິນ P-8A Poseidon ໃນ​ໄລ​ຍະ​ກວດ​ກາກ່ອນ​ຈະ​ທະ​ຍານ​ບິນ​ຂຶ້ນ​ສູ່ເທິງ​ທ້ອງ​ຟ້າ ໃນ​ວັນ​ທີ 23 ຕຸ​ລາ 2019 ຢູ່​ທ່າ​ເຮືອ Oak Harbor, ລັດ​ວໍ​ຊິງ​ຕັນ.

ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດ ເວົ້າ​ວ່າ ເຮືອ​ພິ​ຄາດ​ຂອງກອງ​ທັບເຮືອຈີນ ໄດ້​ແນ​ເປົ້າ​ຍິງ​ແສງ​ເລ​ເຊີໃສ່​ເຮືອ​ບິນ​ລາດ​ຕະ​ເວນ​ຂອງ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ເຮືອ​ບິນ​ດັ່ງ​ກ່າວ ​ບິນ​ເຫວີ່ນ​ຢູ່​ເທິງ​ເຂດ​ທະ​ເລ​ຂອງ​ຟີ​ລິບ​ປິນ, ຊຶ່ງ​ຫ່າງ​ຈາກ​ ເກາະ​ກວາມ ໄປ​ທາງ​ຕາ​ເວັນຕົກປະ​ມານ 600 ກິ​ໂລ​ແມັດ ໃນ​ອາ​ທິດ​ແລ້ວນີ້.

ກອງ​ທັບ​ເຮືອ​ປະ​ຈຳເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຂອງ​ສ​ະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ກຳ​ປັ່ນ​ຂອງ​ຈີນ​ໄດ້ແນ​ແສງ​ເລ​ເຊີໄປ​ໃສ່ເຮືອ​ບິນລາດ
ຕະ​ເວນ P-8A Poseidon ຂອງ​ອາ​ເມ​ຣິ​ກາໃນ​ແບບ​ທີ່ວ່າ "ບໍ່​ປອດ​ໄພ" ແລະ "ບໍ່​ມີ​ລັກ​ສະ​ນະ​ວິ​ຊາ​ການ," ໃນ​ຂະ​ນະ​ທີ່​ເຮືອ​ບິນ P-8 ກຳ​ລັງ​ປະ​ຕິ​ບັດ​ງານ​ຢູ່ "ໃນ​ເຂດ​ໜ່ານ​ຟ້າ​ສາ​ກົນທີ່​ສອດ​ຄ່ອງ​ກັບ​ກົດ ແລະ​ລະ​ບຽບ​ການ​ຂອງ​ສາ​ກົນ.”

​ຖະ​ແຫລງ​ການ​ສະ​ບັບນັ້ນ​ກ່າວ​ອີກວ່າ ການ​ກະ​ທຳເຊັ່ນ​ນັ້ນ​ຂອງ​ຈີນ ເປັນ​ການ​ລະ​ເມີດ​ຕໍ່​ກົດການ​ປະ​ເຊີນ​ໜ້າ​ກັນ​ແບບບໍ່​ໄດ້ວາງ​ແຜນ​ໄວ້​ ຢູ່​ໃນ​ເຂດທະ​ເລຫລື CUES ຊຶ່ງ​ເປັນຂໍ້​ຕົກ​ລົງ​ຫລາຍ​ຝ່າຍທີ່​ເຊັນ​ກັນ​ໃນ​ປີ 2014 ແລະ​ທັງຍັງເປັນ​ການ​ກະ​ທຳ​ທີ່​ບໍ່​ສອດ​ຄ່ອງ​ກັບບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຫລື MOU ທີ່​ເຊັນ​ກັນ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນປະ​ເທດຂອງ​ສະ​ຫະ​ລັດ ກັບກະ​ຊວງ​ປ້ອງ​ກັນປະ​ເທດຂອງຈີນ ກ່ຽວ​ກັບຄວາມ​ປອດ​ໄພ​ໃນການ​ປະ​ເຊີນ​ໜ້າ​ກັນ ຢູ່​ເທິງອ​າ​ກາດ ແລະ​ໃນ​ທະເລ.

ແສງ​ເລ​ເຊີ ແມ່ນ​ຖືກ​ຈັບ​ໄດ້​ດ້ວຍ​ເຄື່ອງຈັບ​ສັນ​ຍານ​ຢູ່​ເທິງ​ເຮືອ​ບິນ P-8A ແລະ​ບໍ່​ສາ​ມາດເບິ່ງ​ເຫັນ​ດ້ວຍ​ຕາ​ເປົ່າ. ກອງ​ທັບ​ເຮືອ​ກ່າວ​ວ່າ "ແສງ​ເລ​ເຊີ​ໃນ​ລະ​ດັບ ທີ່​ເປັນ​ອາ​ວຸດ ອາດ​ຈະ​ເຮັດ​ໃຫ້​ພະ​ນັກ​ງານ​ຢູ່​ໃນ​ເຮືອ​ບິນ ແລະ​ພວກ​ຢູ່​ໃນ​ເຮືອ​ຢູ່​ທ​ະ​ເລ​ ເຈັບ​ເປັນ​ໄດ້ ຕະ​ຫລອດ​ທັງ​ເຮັດ​ໃຫ້​ລະ​ບົບ​ຂອງ​ກຳ​ປັ່ນ ແລະ​ຂອງ​ເຮືອ​ບິນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໄດ້.”


ເຮືອ​ບິນ P-8A Poseidon ແມ່ນ​ປະ​ຈຳ​ການ​ຢູ່​ທີ່ຖານ​ທັບ​ອາ​ກາດ​ຄາ​ເດ​ນາ (Kadena) ໃນ​ເກາະ​ໂອ​ກີ​ນາ​ວາ (Okinawa) ຂອງ​ຍີ່​ປຸ່ນ ແລະ​ໄດ້​ດຳ​ເນີນ​ການ​ປະ​ຕິ​ບັດ​ງານ​ລາ​ດ​ຕະ​ເວນ​ໃນ​ເຂດ​ທະ​ເລ​ເປັນ​ປະ​ຈຳ ແລະທຳ​ການ​ສຳ​ຫລວດ​ ຢູ່​ໃນ​ຂົງ​ເຂດ​ການ​ປະ​ຕິ​ບັດ​ງານ​ຂອງກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG