ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຖອນ​ໃບ​ອະ​ນຸ​ຍາດ ນັກ​ຂ່າວ​ໜັ​ງ​ສື​ພິມ ວອ​ລ ສ​ຕ​ຣີດ ເຈີ​ໂນ​ລ 3 ຄົນ


ຜູ້​ຊາຍ​ຄົນ​ນຶ່ງ ທີ່​ໃສ່​ໜ້າ​ກາກ ຍ່າງ​ຜ່ານ​ຫໍ​ສາ​ລາ​ປະ​ຊາ​ຊົນ ໃນ​ຂະ​ນະ​ທີ່​ຈີນ ພວມ​ໄດ້​ຮັບ​ຜົນ​​ກະ​ທົບ ຈາກ​ການ​ລະ​ບາດ ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ວັນ​ທີ 19 ກຸມ​ພາ 2020. REUTERS/Tingshu Wang
ຜູ້​ຊາຍ​ຄົນ​ນຶ່ງ ທີ່​ໃສ່​ໜ້າ​ກາກ ຍ່າງ​ຜ່ານ​ຫໍ​ສາ​ລາ​ປະ​ຊາ​ຊົນ ໃນ​ຂະ​ນະ​ທີ່​ຈີນ ພວມ​ໄດ້​ຮັບ​ຜົນ​​ກະ​ທົບ ຈາກ​ການ​ລະ​ບາດ ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ວັນ​ທີ 19 ກຸມ​ພາ 2020. REUTERS/Tingshu Wang

ຈີນ ​ໄດ້​ຖອນ​ໜັງ​ສື​ອະ​ນຸ​ຍາດ ​ພວກ​ນັກ​ຂ່າວ 3 ຄົນ ທີ່​ເຮັດ​ວຽກ​ໃຫ້​ແກ່​ໜັງ​ສື​ພິມ Wall Street Journal ຍ້ອນ​ບົດ​ບັນ​ນາ​ທີ​ການ​ຂອງ​ໜັງ​ສື​ພິມ​ ເມື່ອ​ໄວໆ​ມານີ້ ທີ່​ລັດ​ຖະ​ບານ​ເຫັນ​ວ່າ ແບ່ງ​ແຍກເຊື້ອ​ຊາດ​ຜິວ​ພັນ.

ທ່ານ​ເກັງ ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະຄອນ​ຫຼວງ​ປັກ​ກິ່ງ ໃນ​ວັນ​ພຸດ​ວານນີ້​ວ່າ ໜັງ​ສື​ພິມ​ດັ່ງ​ກ່າວ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຂໍ​ອະໄພ​ຍະ​ໂທດ ກ່ຽວ​ກັບ​ບົດ​ບັນ​ນາ​ທິ​ການ​ຂອງ​ຕົນ ທີ່​ໄດ້​ພິມ​ເຜີຍ​ແຜ່ ​ເມື່ອ​ວັນ​ທີ 3 ກຸມ​ພາ​ຜ່ານ​ມາ ທີ່​ມີ​ຊື່​ວ່າ “China is the Real Sick Man of Asia.” ບົດບັນ​ນາ​ທິ​ການ​ດັ່ງ​ກ່າວແມ່ນ​ຂຽນ​ໂດຍ​ນັກ​ວິ​ຊາ​ການອ​າ​ເມ​ຣິ​ກັນ ທ່ານວອນ​ເຕີ ຣັດເຊີ​ລ ມີດ (Walter Russell Mead) ຕ້ອງ​ຕິການ​ຮັບ​ມື​ຂອງ​ຈີນ ໃນ​ການ​ລະ
ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ຫລາຍກວ່າ 2,000 ຄົນ ຢູ່​ໃນ​ຈີນ​ແຜ່ນ​ດິນ​ໃຫຍ່ ນັບ​ແຕ່​ເລີ້ມ​ມີ​ການ​ລະ​ບາດ​ມາເມື່ອ 2 ເດືອນ​ກ່ອນ. ນອກນັ້ນ ຍັງ​ມີ​ຜູ້​ຕິດ​ເຊື້ອ​ອີກ​ຫຼາຍໆ​ພັນ​ຄົນ​ ທັງ​ຢູ່​ໃນ​ຈີນ ແລະ​ປະເທດ​ອື່ນໆ.

ຄຳ​ວ່າ ຄົນ​ປ່ວຍ​ຂອງ​ເອ​ເຊຍ ຫຼື “Sick Man of Asia” ແມ່ນເຄີຍ​ຖືກ​ໃຊ້​ກັນ​ມາ​ແລ້ວ ເພື່ອ​ລະ​ບຸ​ຊາວ​ຈີນ​ວ່າ ເປັນ​ພວກ​ທີ່​ເຕັມ​ໄປ​ດ້ວຍ​ພະ​ຍາດ ​ແລະ​ກໍ​ບໍ່​ສະ​ອາດ. ແຕ່​ແນວ​ໃດ​ກໍ​ຕາມ ຫົວ​ຂໍ້​ນີ້ ແມ່ນ​ຂຽນ​ໂດຍ​ບຸກ​ຄົນ​ທີ່​ຢູ່​ໃນ​ຄະ​ນະ​ບັນ​ນາ​ທິການ ບໍ່​ແມ່ນ​ທ່ານ​ມີດ ຫຼື​ພວກ​ນັກ​ຂ່າວ.

ທາງ​ໜັງ​ສື​ພິມ Wall Street Journal ລະ​ບຸ​ວ່າ ພວກ​ພະ​ນັກ​ງານ​ທັງ 3 ເປັນຮອງ​ຫົວ​ໜ້າ​ຫ້ອງ​ການ ທ່ານ Josh Chin ແລະ​ນັກ​ຂ່າວ Chao Deng ​ຊຶ່ງ​ບຸກ​ຄົນ​ທັງ​ສອງ​ຕ່າງ​ກໍ​ເປັນ​ຄົນ​ອາ​ເມ​ຣິ​ກັນແລະ​ນັກ​ຂ່າວ Philip Wen ຊຶ່ງ​ເປັນຄົນອອ​ສ​ເຕ​ຣ​ເລຍ. ບຸກ​ຄົນ​ທັງ 3 ມີ​ເວ​ລາ 5 ມື້ ຕ້ອງ​ໄດ້​ເດີນ​ທາງ​ອອກ​ຈາກປະ​ເທດ​ຈີນ.

ສ່ວນ​ນັກ​ຂ່າວ​ອີກ​ຜູ້​ນຶ່ງ​ຂອງ​ໜັງ​ສື​ພິມ Wall Street Journal ທ່ານ Chung Han Wong ແມ່ນ​ໄດ້​ຖືກ​ຂັບ​ໄລ່​ໃນ​ປີ​ກາຍນີ້ ຫຼັງ​ຈາກ​ທ່ານ​ໄດ້​ຂຽນ​ບົດ​ຄວາມບົດ​ນຶ່ງ ກ່ຽວ​ກັບ​ຍາດ​ພີ່​ນ້ອງ​ຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG