ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ພາ​ສູງ ສ​ຫລ ຈຳ​ກັດ​ ອຳ​ນາດ ໃນ​ການ​ເຮັດ​ສົງ​ຄາມ ກັບ​ອີ​ຣ່ານ ຂອງ ປ. ທ​ຣຳ


ສະ​ມາ​ຊິກ​ສະ​ພາ​ສູງທິມ ເຄນ (ກາງ) ສະ​ມາ​ຊິກ​ສະ​ພາ​ສູງ ຢູ​ດໍ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ດິກ ເດີ​ບິນ ຖະ​ແຫຼງ​ຕໍ່​​ພວກ​ນັກ​ຂ່າວ ຫຼັງ​ຈາກ​ສະ​ພາ​ສູງ ໃຫ້​ການ​ອະ​ນຸ​ມັດ ​ຕໍ່​ຮ່າງ​ກົດ​ໝາຍ ຈຳ​ກັດ​ອຳ​ນາດ​ໃນ​ການ​ເຮັດ​ສົງ​ຄມ​ກັບ​ອີ​ຣ່ານ ຂອງ ປ. ດໍ​ໂນ​ລ ທ​ຣຳ.
ສະ​ມາ​ຊິກ​ສະ​ພາ​ສູງທິມ ເຄນ (ກາງ) ສະ​ມາ​ຊິກ​ສະ​ພາ​ສູງ ຢູ​ດໍ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ດິກ ເດີ​ບິນ ຖະ​ແຫຼງ​ຕໍ່​​ພວກ​ນັກ​ຂ່າວ ຫຼັງ​ຈາກ​ສະ​ພາ​ສູງ ໃຫ້​ການ​ອະ​ນຸ​ມັດ ​ຕໍ່​ຮ່າງ​ກົດ​ໝາຍ ຈຳ​ກັດ​ອຳ​ນາດ​ໃນ​ການ​ເຮັດ​ສົງ​ຄມ​ກັບ​ອີ​ຣ່ານ ຂອງ ປ. ດໍ​ໂນ​ລ ທ​ຣຳ.

ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ​ຈຳ​ນວນ​ນຶ່ງ ໄດ້ເຂົ້າ​ຮ່ວມ​ກັບ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ວັນ​ພະ​ຫັດ​ວານນີ້ ຮັບ​ຮອງ​ເອົາ​ມະ​ຕິ ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິບໍ​ດີ ​ດໍ​ໂນ​ລ ທ​ຣຳ “ຢຸດ​ເຊົາ​ການ​ໃຊ້​ກຳ​ລັງ​ທະ​ຫານສະ​ຫະ​ລັດ ເພື່ອສ້າງ​ຄວາມ​ເປັນ​ປໍ​ລະ​ປັກ​ຕໍ່ອີ​ຣ່ານ” ນອກ​ຈາກວ່າ ການ​ດຳ​ເນີນ​ການ​ເຫຼົ່າ​ນັ້ນ​ໄດ້​ຮັບ​ການ​ອະ​ນຸ​ຍາດຈາກ​ລັດ​ຖະ​ສະ​ພາ.

ສະ​ພາ​ສູງ​ສະ​ຫະ​ລັດ​ໄດ້​ຮັບ​ຜ່ານ​ມະ​ຕິຈຳ​ກັດ​ອຳ​ນາດ​ໃນ​ການ​ເຮັດ​ສົງ​ຄາມ ທີ່​ໄດ້​ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ດ້ວຍ​ຄະ​ແນນ​ສຽງ 55 ຕໍ່ 45.

ເປັນ​ທີ່​ຄາດ​ກັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຈະ​ໃຊ້​ສິດ​ຢັບ​ຢັ້ງ​ຫຼື​ວີ​ໂຕ້​ຕໍ່​ມາດ​ຕະ​ການ​ດັ່ງ​ກ່າວ ໂດຍ​ໂຕ້​ແຍ້ງວ່າ ຈະ​ເປັນ​ອັນ​ຕະ​ລາຍ​ທີ່​ຈະ​ຈຳ​ກັດ​ອຳ​ນາດ​ໃນ​ການ​ເຮັດສົງ​ຄາມ​ຂອງ​ທ່ານ.

ທ່ານທ​ຣຳ​ ກ່າວ​ໃນ​ທວິດ​ເຕີ້ເມື່ອ​ວັນ​ພຸດ​ຜ່ານ​ມານີ້​ວ່າ “ມັນສຳຄັນຫຼາຍ​ຕໍ່​ຄວາມປອດ​ໄພ​ຂອງ​ປະ​ເທດ​ຂອງ​ເຮົາ ທີ່ສະ​ພາ​ສູງສະ​ຫະ​ລັດບໍ່​ລົງ​ຄະ​ແນນ​ສຽງ​ສະ​ໜັບ ​ສະ​ໜຸນ​ຍັດ​ຕິ​ຈຳ​ກັດອຳ​ນາດ ​ໃນ​ການ​ເຮັດ​ສົງ​ຄາ​ມ ກັບອີ​ຣ່ານ. ພວກ​ເຮົາພວມ ເຮັດ​ໄດ້​ດີຫຼາຍ​ກັບອີ​ຣ່ານ ແລະ ນີ້ບໍ່​ແມ່ນ​ເວ​ລາ​ທີ່​ຈະ​ສະ​ແດງ​ຄວາມ​ອ່ອນ​ແອ.”

ທ່ານ ທ​ຣຳ ໄດ້​ຂຽນ​ລົງໃນ​ທວິດ​ເຕີ​ວ່າ ປະ​ຊາ​ຊົນອາ​ເມ​ຣິ​ກັນສະ​ໜັບ​ໜູນ​ການ​ໂຈມ​ຕີທາງ​ອາ​ກາດຂອງ​ພວກ​ເຮົາ ​ທີ່​ໄດ້​ສັງ​ຫານ ນາຍ​ພົນ​ອີ​ຣ່ານ ທ່ານ ກາ​ສ​ເຊັມ ໂຊ​ເລ​ມາ​ນີ ໃນ​ເດືອນແລ້ວນີ້.

ທ່ານ​ກ່າວ​ວ່າ “ຖ້າ​ມື​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ມັດ​ໄວ້ ອີ​ຣ່ານ ກໍ​ຈະມີ​ຄວາມ​ໄດ້​ປຽບ. ມັນ​ຈະ​ສົ່ງ​ສັນ​ຍານ​ທີ່ບໍ່​ດີຫຼາຍ. ພວກ​ເດ​ໂມ​ແຄ​ຣັດ ມີ​ແຕ່​ເຮັດ​ສິ່ງນີ້​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃຫ້​ພັກ​ຣີ​ພັບ​ບ​ລີ​ກັນ. ຢ່າ​ໃຫ້​ມັນ​ເກີດ​ຂຶ້ນ.”

ສະ​ມາ​ຊິກ​ສະ​ພາ​ສູງ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ທິມ ເຄ​ນ ຜູ້​ທີ່ຮ່ວມ​ສະ​ເໜີຍັດ​ຕິ​ນັ້ນ ໄດ້​ໂຕ້​ແຍ້ງວ່າ ມັນ​ເຖິງ​ເວ​ລາ​ແລ້ວ​ທີ່ລັດ​ຖະ​ສະ​ພາ ຮຽກ​ເອົາ​ບົດ​ບາດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບການ​ປະ​ກາດ ສົງ​ຄາມ ໃນ​ຂະ​ນະ​ທີ່​ຄວາມ​ເຕັ່ງ​ຕຶງ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ອີ​ຣ່ານ​ພວມ​ເພີ້ມ​ທະວີ​ຂຶ້ນ​ຢູ່ນັ້ນ.

ທ່ານ​ເຄນ ​ກ່າວ​ຕໍ່​ສະ​ພາ​ສູງ​ໃນ​ວັນ​ພະ​ຫັດ​ວານີ້​ວ່າ “ສົງ​ຄາມ​ແມ່ນ​ຄວາມ​ຮັບ​ຜິດ​ຊອບຢ່າງ​ແທ້​ຈິງ​ທີ່​ພວກ​ເຮົາ​ມີ. ພວກ​ເຮົາ​ມີ​ພັນ​ທະ​ພິ​ເສດ​ທີ່​ຈະ​ໃຫ້​ເປັນ​ທີ່​ແນ່​ໃຈວ່າ ພວກ​ເຮົາ​ໄດ້​ພິ​ຈາ​ລະ​ນາ​ໄຕ່​ຕອງ ແລະ​ພິ​ຈາ​ລະ​ນາ​ໄຕ່​ຕອງ​ຢ່າ​ງ​ຮອບ​ຄອບ ກ່ອນ​ທີ່​ຈະ​ສົ່ງ​ທະ​ຫານ​ໄປ​ສູ່​ໃນ​ທາງ​ທີ່​ເປັນ​ອັນ​ຕະ​ລາຍ. ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະລັດ ປະ​ທາ​ນາ​ທິ​ບໍ​ດີ​ທ່ານນີ້ ແລະ​ທຸກໆ​ປະ​ທາ​ນາ​ທິ​ບໍ​ດີ ມີ​ຄວາມ​ຈຳ​ເປັນ​ສະ​ເໝີ ໃນ​ການ​ມີ​ຄວາມ​ສາ​ມາດ​ ເພື່ອ​ປົກ​ປ້ອງ​ສະ​ຫະ​ລັດຕໍ່​ການ​ໂຈມ​ຕີ​ທີ່​ຈະ​ມີ​ຂຶ້ນ ໂດຍ
ບໍ່​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ໃຜ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ໂລກ​ຂອງ​ເຮົາ​ຮູ້​ດີ​ວ່າ ພວກ​ເຮົາ​ຈະ​ເຮັດ​ໃນ​ສິ່ງນັ້ນ. ສະ​ຖາ​ບັນ​ນີ້ ແນວ​ໃດ​ກໍ​ຕາມເປັນ​ສະ​ຖາ​ບັນ​ທີ່​ຕ້ອງໄດ້​ຕິດ​ສິນ​ໃຈ​ວ່າ​ພວກ​ເຮົາ​ຈະ​ບຸກ​ໂຈມ​ຕີ​ແລະ​ພົວ​ພັນ​ໃນ​ການ​ປະ​ຕິ​ບັດ​ງານ​ທາງທະ​ຫານ​ຫຼື​ບໍ່.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG