ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ຈະ​ຖອນ ກຳ​ລັງ​ສູ້​ລົບ ຈຳ​ນວນ​ນຶ່ງ ອອກ​ຈາກ ອາ​ຟ​ຣິ​ກາ


ສິບ​ເອກ ກຳ​ລັງ​ພິ​ເສດ ສ​ຫລ ພວມ​ໂອ້​ລົມ​ກັບ​ພວກ​ທະ​ຫານ ຈາກສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ແລະ​ປະ​ເທດ​ອູ​ການ​ດາ ທີ່​ ເມືອງ​ໂອ​ໂບ ບ່ອນ​ທີ່​ກຳ​ລັງ​ພິ​ເສດ ພວມ​ປະ​ຕ​ິ​ບັດ​ງານ ຮ່ວມ​ກັບ​ກຳ​ລັງ​ທ້ອງ​ຖິ່ນ ແລະ​ອູ​ການ​ດາ ເພື່ອ​​ຕາມ​ລ່າ ກຳ​ລັງ LRA ຂອງ​ທ້າວ Joseph Kony.
ສິບ​ເອກ ກຳ​ລັງ​ພິ​ເສດ ສ​ຫລ ພວມ​ໂອ້​ລົມ​ກັບ​ພວກ​ທະ​ຫານ ຈາກສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ແລະ​ປະ​ເທດ​ອູ​ການ​ດາ ທີ່​ ເມືອງ​ໂອ​ໂບ ບ່ອນ​ທີ່​ກຳ​ລັງ​ພິ​ເສດ ພວມ​ປະ​ຕ​ິ​ບັດ​ງານ ຮ່ວມ​ກັບ​ກຳ​ລັງ​ທ້ອງ​ຖິ່ນ ແລະ​ອູ​ການ​ດາ ເພື່ອ​​ຕາມ​ລ່າ ກຳ​ລັງ LRA ຂອງ​ທ້າວ Joseph Kony.

ສະ​ຫະ​ລັດ​ເລີ້ມ​ປ່ຽນແປ​ງ​ການ​ມີ​ໜ້າ​ກຳ​ລັງ​ທະ​ຫານ​ຂອງ​ຕົນ​ໃນ​ອາ​ຟ​ຣິ​ກາໂດຍ​ປະ​ກາດ​ວ່າ ຈະ​ສົ່ງ​ທະ​ຫານ​ລາບ​ນຶ່ງກອງ​ພັນ​ກັບ​ຄືນ​ປະ​ເທດ ແລະ​ສົ່ງ​ພວກ​ຄູ​ຝຶກ​ທະ​ຫານພິ​ເສດ​ໄປ​ແທນ.

ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້​າ​ແຈ​ກ່າວ​ເຖິງ​ການ​ເຄື່ອນ​ໄຫວນີ້​ວ່​າ “ເປັນ​ການ​ເຄື່ອນ​ໄຫວອັນທຳອິດ​ຂອງ​ຫຼາຍໆ​ຢ່າງ” ທີ່​ຈະ​ມີ​ຜົນ​ຕໍ່​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ສະຫະ​ລັດ​ຢູ່​ໃນ​ທະ​ວີບ​ດັ່ງ​ກ່າວໃນ​ຂະ​ນະ​ທີ່​ຕົນ​ໄດ້​ປ່ຽນ​ແປງໃນ​ການ​ເພັ່ງ​ເລັງຈາກການ​ກໍ່​ການ​ຮ້າຍ ໄປ​ໃສ່​ການ​ແຂ່ງ​ຂັນ​ທາງ​ອຳ​ນາດ​ໂດຍ​ລວມ.

ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານນີ້ ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ​ທ່ານ​ນາງອາ​ລິ​ສ​ສາ ຟາ​ຣາ (Alyssa Farah) ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວນີ້ ຈະຊ່ວຍ​ສະ​ຫະ​ລັດ “ໃຫ້​ສາ​ມາດ​ແຂ່ງ​ຂັນ​ໄດ້​ດີ​ຂຶ້ນ ກັບ​ຈີນ ແລະ​ຣັດ​ເຊຍ ຢູ່​ໃນ​ທະວີບ​ອາ​ຟ​ຣິ​ກາ.”

ທ່ານ​ນາງຟາ​ຣາ ກ່າວ​ວ່າ ສະ​ຫະ​ລັດ​ຈະ​ເລີ້ມ​ສົ່ງກຳ​ລັງ​ສູ້​ລົບ​ຈາກກອງ​ພົນ​ໂດດ​ຈ້ອງ 101 ຂອງກອງ​ທັບ​ບົກ ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ ໃນໄລ​ຍະ​ສອງ​ສາມ​ອາ​ທິດ​ຕໍ່ໜ້ານີ້.

ເພື່ອ​ທົດ​ແທນ​ກຳ​ລັງ​ດັ່ງ​ກ່າວ ສະ​ຫະ​ລັດ​ຈະ​ຈັດ​ສົ່ງກອງ​ພັນ​ທະ​ຫານ​ບົກ​ຊ່ວຍ​ຮັກ​ສາ​ຄວາມ​ປອດ​ໄພ (SFAB) ​ທີ 1 ​ໄປ​ປະ​ຕິ​ບັດ​ງານ ຮ່ວມ​ກັບ​ກຳ​ລັງ​ທີ່​ເຈົ້າ​ໜ້າທີ່​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ​ເອີ້ນ​ວ່າ ຢູ່​ໃນ​ປະ​ເທດ “ທີ່ພວມ​ເປັນ​ຈຸດ​ສົນ​ໃຈ.”

“ກອງ​ພັນ​ທະ​ຫານ​ບົກ ​ຊ່ວຍ​ຮັກ​ສາ​ຄວາມ​ປອດ​ໄພ SFAB ​ມີ​ເຈົ້າ​ໜ້າ​ທີ່ໄດ້​ຮັບ​ການ​ຝຶກ​ມາ​ແລ້ວ ​ແລະ​ມີ​ອຸ​ບ​ປະ​ກອນ​ພິ​ເສດ ​ສຳ​ລັບໃຫ້​ການ​ຝຶກ​ແອບ ໃຫ້​ຄຳ​ແນະ​ນຳ​ແລະໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ງານ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານນາງຟາ​ຣາ ຢູ່​ໃນ​ຖະ​ແຫຼງ​ການ ແລະທ່ານນ​າງ​ກ່າວ​ຕື່ມວ່າ ມັນ​ເປັນ​ພາ​ລະ​ກິດທີ່​ພວກ​ເຂົາ​ເຈົ້າ​ສາ​ມາດ “ເຮັດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຫຼາຍກວ່າ​ກົມ​ກອງ​ທຳ​ມະດາ.”

ສະ​ມາ​ຊິກ​ຂອງ​ກອງ​ພັນ​ທະ​ຫານ​ບົກຊ່ວຍ​ຮັກ​ສາ​ຄວາມ​ປອດ​ໄພ SFAB ທີ 1 ກ່ອນ​ໜ້ານີ້ເຄີຍ​ຖືກ​ສົ່ງ​ໄປໃຫ້​ການ​ຝຶກ​ແອບ​ແລະ​ໃຫ້​ຄຳ​ແນະ​ນຳ​ແກ່​ກຳ​ລັງ​ຮັກ​ສາ​ຄວາມສະ​ຫງົບ​ຂອ​ງ​ອັ​ຟ​ກາ​ນິ​ສ​ຖານ​ມາ​ແລ້ວ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວນີ້ ຄາດ​ຈະ ຈະ​ຫລຸດ​ຈຳ​ນວນ​ທະ​ຫານ​ອາ​ເມ​ຣິ​ກັນ​ທັງໝົດ​ທີ່​ປະ​ຈຳ​ການ​ໃນ​ອາ​ຟ​ຣິ​ກາ​ລົງ ແລະ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ທຳ​ນຽບ​ຫ້າ​ແຈພວມທົບ​ທວນ​ເບິ່ງ​ແຜນ​ການ ທີ່​ຈະ​ຕັດ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ ​ປະ​ມານ 6,000 ຄົນ ໃນ​ອາ​ຟ​ຣິ​ກາ​ລົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG