ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຖານ​ທູດ ກ່າວ​ວ່າ ຄົນ​ອາ​ເມ​ຣິ​ກັນ ຜູ້​ທຳ​ອິດ ເສຍ​ຊີ​ວິດ ຍ້ອນ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ເມືອງວູ​ຮານ


ຮູບ​ທ່ານ​ໝໍ​ຫຼີ ເຫວິນ​ຫລຽງ ທີ່​ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ ເສຍ​ຊີ​ວິດ​ໃນ​ວັນ​ສຸກ ທີ 7 ກຸມ​ພາ ທີ່​ໂຮງ​ໝໍ​ໃຫຍ່​ເມືອງວູ​ຮານ.
ຮູບ​ທ່ານ​ໝໍ​ຫຼີ ເຫວິນ​ຫລຽງ ທີ່​ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ ເສຍ​ຊີ​ວິດ​ໃນ​ວັນ​ສຸກ ທີ 7 ກຸມ​ພາ ທີ່​ໂຮງ​ໝໍ​ໃຫຍ່​ເມືອງວູ​ຮານ.

ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ​ ທີ່​ເມືອງວູ​ຮານ ໃນ​ປະ​ເທດ​ຈີນ ໄດ້​ເສຍ​ຊີ​ວິດ​ຍ້ອນໄວ​ຣັ​ສ​ໂຄ​ໂຣ​ນາ ອີງ​ຕາມ​ຄຳ​ເວົ້າ​ ຂອງ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ອາ​ເມ​ຣິ​ກັນ ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງໃນ​ວັນ​ເສົາ​ມື້ນີ້.

ສະ​ຖານ​ທູດ​ສະ​ຫະ​ລັດ​ກ່າວ​ວ່າ ຜູ້​ຊາຍ​ອາ​ເມ​ຣິ​ກັນ​ອາ​ຍຸ 60 ປີ ໄດ້​ເສຍ​ຊີ​ວິດ​ໃນວັນ​ທີ 6 ກຸມ​ພາ. ປະ​ຊາ​ຊົນຍີ​ປຸ່ນ​ຄົນ​ນຶ່ງ ກໍ​ມີ​ລາຍ​ງານ​ວ່າໄດ້​ເສຍ​ຊີ​ວິດ​ທີ່​ເມືອງວູ​ຮານ​ຍ້ອນ​ປອດ​ອັກ​ເສບ ຊຶ່ງ​ມີ​ທ່າ​ທາງວ່າ​ຈະ​ເປັນ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣນ​າ ແຕ່ຍັງ​ ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັນ​ເທື່ອ.

ສະ​ຫະ​ລັດ​ກ່າວ​ວ່າ ຕົນ​ໄດ້​ສະ​ເໜີ​ໃຫ້​ເງິນ​ຊ່ວຍ​ເຫຼືອຫຼາຍ​ເຖິງ 100 ລ້ານ​ໂດ​ລາ ​ແກ່​ຈີນ​ ແລະ​ປະ​ເທດ​ອື່ນໆທີ່​ໄດ້ຮັບ​ຜົນ​ກະ​ທົບ​ຈາກເຊື້ອ​ໄວ​ຣັ​ສ​ໂຄ​ໂຣນ​າ​ທີ່​ຮ້າຍ​ແຮງເພື່ອຄວບ​ຄຸມ​ການ​ແຜ່​ລະ​ບາດ ໃນ​ຂະ​ນະ​ທີ່​ຈຳ​ນວນ​ຜູ້​ເສຍ​ຊີ​ວິດຢູ່​ຈີນ ​ເພີ້ມ​ຂຶ້ນ​ເປັນ 722 ຄົນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ປະ​ກາດ​ໃນວັນ​ສຸກວານນີ້ ໂດຍ​ເວົ້າ​ວ່າ “ຄວາມ​ໝັ້ນ​ໝາຍນີ້ ພ້ອມ​ກັບ​ເງິນຫຼາຍ​ຮ້ອຍ​ລ້ານ​ໂດ​ລາ ທີ່​ໄດ້​ບໍ​ລິ​ຈ​າກ​ໂດຍ​ພາກ​ເອກ​ກະ​ຊົນ​ຂອງ​ອາ​ເມ​ຣິ​ກັນ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄະ​ນະ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ອາ​ເມຣິ​ກັນ​ເພື່ອ​ຮັບ​ມື​ກັບ​ການ​ລະ​ບາດ.”

ໃນ​ຕອນ​ເຊົ້າ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່າ​ນ​ດໍ​ໂນ​ລ ທ​ຣຳ ກໍ​ໄດ້​ກ່າວ​ຊົມ​ເຊີຍ ຄວາມ​ພະ​ຍາ​ຍາມ ​ຂອງປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ​ທີ່​ຈະ​ກຳ​ຈັດ​ເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາ​ ຂະ​ນະ​ທີ່​ທ່ານ​ສີ​ ປະ​ເຊີນ​ກັບ​ການ​ຕ້ອງ​ຕິ​ເພີ້ມ​ຂຶ້ນ​ຢູ່ພາຍ​ໃນ​ປະ​ເທດ​ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ທີ່​ພົວ​ພັນ​ກັບ​ເຊື້ອ​ໄວ​ຣັ​ສຂອງ​ທ່ານ​ໝໍ​ຄົນ​ນຶ່ງ​ທີ່​ໄດ້ອອກ​ຄຳ​ເຕືອນ​ໃນ​ຕອນ​ຕົ້ນໆ​ກ່ຽວ​ກັບ​ການ​ລະ​ບາດ.

ຫຼັງ​ຈາກ​ໄດ້​ໂທ​ລະ​ສັບ​ໄປ​ໂອ້​ລົມ​ກັບ​ທ່ານ​ສີ ໃນ​ວັນ​ສຸກວານນີ້​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກໍ​ໄດ້​ກ່າວ​ຊົມ​ເຊີຍ​ການ​ຮັບ​ມື​ຂອງ​ຈີນ ແລະ​ກ່າວ​ວ່າ ທ່ານ​ສີ​ແມ່ນ​ເປັນ​ຜູ້​ນຳພາ “ໃນ​ອັນ​ທີ່​ຈະ​ເປັນ​ການ​ປະ​ຕິ​ບັດ​ງານ​ທີ່​ສຳ​ເລັດ​ຜົນ.” ທ່ານ​ທ​ຣຳ​ຍັງ​ສືບ​ຕໍ່​ກ່າວຊົມ​ເຊີຍ​ທ່ານ​ສີ ໃນ​ການ​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້ໃນ​ວັນ​ສຸກວານນີ້ ໂດຍ​ກ່າວເຖິງ​ທ່ານ​ສີ​ວ່າ ເປັນ​ບຸ​ກ​ຄົນ​ທີ່ “ເຂັ້ມ​ແຂງ ສະ​ຫຼາດ ແລະ​ມີ​ອິດ​ທິ​ພົນ.”

ທ່ານ​ທ​ຣຳ​ກ່າວ​ວ່າ “ລະ​ບຽບ​ວິ​ໄນ​ທີ່​ຍິ່ງ​ໃຫຍ່​ພວມ​ເລີ້ມ​ຂຶ້ນ​ຢູ່​ຈີນ ໃນ​ຂະ​ນະ​ທີ່​ທ່ານ​ສີ​ໄດ້​ນຳ​ພາ​ຢ່າງ​ແຂງ​ຂັນໃນ​ອັນ​ທີ່​ຈະ​ເປັນ​ການ​ປະ​ຕິ​ບັດ​ງານ​ທີ່​ສຳ​ເລັດ​ຜົນ. ພວກເຮົາ​ຮ່ວມມືກັນ​ຢ່າງ​ໃກ້​ຊິດ​ກັບ​ຈີນ​ເພື່ອ​ຊ່ວຍ!”

ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ໝໍ​ຈີນ​ທີ່​ຖືກກວດ​ສອບ​ໂດຍ​ເຈົ້າ​ໜ້າ​ທີ່​ພັກ​ຄອມ​ມູ​ນິ​ສ​ຈີນຫຼັງ​ຈາກ​ທ່ານ​ໄດ້​ເຕືອນ​ກ່ຽວ​ກັບ​ເຊື້ອ​ໄວ​ຣັ​ສ​ໃໝ່​ທີ່​ຍັງ​ບໍ່​ທັນ​ມີ​ການ​ລະ​ບຸ​ໄດ້​ເທື່ອ​ວ່າ ແມ່ນ​ຫຍັງ ໃນ​ເດືອນ​ທັນ​ວາ​ທ້າຍ​ປີ​ກາຍ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີການ​ສະ​ແດງຄວາມ​ໂກດ​ແຄ້ນ​ທາງ​ອິນ​ເຕີ​ແນັດ​ຕໍ່​ເຈົ້າ​ໜ້າ​ທີ່​ພັກ ທີ່​ໄດ້​ຄວບ​ຄຸມ​ຂໍ້​ມູນ​ຢ່າງ​ເຄັ່ງ​ຄັດ​ກ່ຽວກັບ​ວິ​ກິດ​ການ.

ຕຳ​ຫຼວດ​ໄດ້​ກ່າວ​ຫາ​ທ່ານໝໍ​ຫຼີ ເຫວິນ​ຫລຽງ ທີ່​ໄດ້​ເສຍ​ຊີ​ວິດ​ໃນຕອນ​ເຊົ້າວັນ​ສຸກ ວານນີ້ ທີ່​ໂຮງ​ໝໍ​ໃຫຍ່​ໃນ​ເມືອງວູ​ຮານວ່າ “ປ່ອຍ​ຂ່າວ​ລື​ທາງ​ອິນ​ເຕີ​ແນັດ” ແລະ “ໄດ້​ລົບ​ກວນ​ຄວາມ​ເປັນ​ລະ​ບຽບ​ຂອງ​ສັງ​ຄົມ​ຢ່າງ​ຮ້າຍ​ແຮງ.”

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ໝໍ​ຫຼີ ເຫວິນ​ຫລຽງ ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ຫຼາຍໆ​ຄົ​ນ​ຮວມ​ທັງ​ຫົວ​ໜ້າ​ນັກ​ວິ​ທະ​ຍາ​ສາດ​ທີ່ສູນ​ກາງ​ຄວບ​ຄຸມ​ພະ​ຍາດ​ຂອງ​ຈີນ ​ທ່ານ​ເຊັງກວາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG