ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ຫລ ຈັດ​ຊື່ ຜູ້​ພິ​ພາກ​ສາ ບຸ​ລ​ກາ​ເຣຍ ເຂົ້າ​ໃນ​ບັນ​ຊີ​ດຳ ຍ້ອນພົວ​ພັນ ກັບ​ການ​ຄໍ​ຣັບ​ຊັ່ນ ທີ່​ສຳ​ຄັນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ຖະ​ແຫຼງ​ຕໍ່​​ສື່ມວນ​ຊົນ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊາ​ອາດ ຮາ​ຣີ​ຣີ ທີ່​ກະ​ຊວງ​ຕ່​າງ​ປະ​ເທດ ເມື່ອ​ວັນ​ທີ 19 ສິງ​ຫາ 2019. (AP Photo/Carolyn Kaster)
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ຖະ​ແຫຼງ​ຕໍ່​​ສື່ມວນ​ຊົນ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊາ​ອາດ ຮາ​ຣີ​ຣີ ທີ່​ກະ​ຊວງ​ຕ່​າງ​ປະ​ເທດ ເມື່ອ​ວັນ​ທີ 19 ສິງ​ຫາ 2019. (AP Photo/Carolyn Kaster)

ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ທ່ານແອນ​ດອນ ມີ​ລາ​ຕອ​ຟ ຜູ້​ພິ​ພາກ​ສາ​ຊາວບຸ​ລ​ກາ​ເຣຍ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ກ່າວ​ວ່າ ພົວ​ພັນ​ກັບການສໍ້​ ລາດ​ບັງ​ຫຼວງ “ທີ່​ສຳ​ຄັນ” ຢູ່​ໃນ​ປະ​ເທດ ທີ່​ຕັ້ງ​ຢູ່​ໃນ​ແຫຼມບອ​ລ​ກັນ​ແຫ່ງນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຢູ່​ໃນ​ຖະແຫຼງ​ການ​ສະ​ບັບ​ນຶ່ງທີ່​ອອກ​ໃນ​ວັນ​ທີ 5 ກຸມ​ພາວ່າ ທ່ານ​ໄດ້​ຈັດ​ເອົາ​ຊື່​ຜູ້​ພິ​ພາກ​ສາສານ​ອາ​ຍາ​ພິ​ເສດ​ຂອງ​ບຸ​ລ​ກາ​ເຣຍ ທ່ານແອນ​ດອນ ມີ​ລາ​ຕອ​ຟ ເຂົ້າ​ໄວ້​ໃນບັນ​ຊີ​ດຳ ຍ້ອນ​ທ່ານ​ໄດ້​ພົວ​ພັນ ນຳ​ການ “ຄໍ​ຣັບ​ຊັ່ນ ທີ່​ບ່ອນ​ທຳ​ລາຍ​ຕໍ່​ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສະ​ຖາ​ບັນ​ທີ່​ເປັນ​ອິດ​ສະ​ຫຼະ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງ​ບຸ​ລ​ກາ​ເຣຍ.”

ຖ​ະ​ແຫຼງ​ການ​ກ່າວ​ຕື່ມ​ວ່າ ພັນ​ລະ​ຍາ​ຂອງ​ທ່ານແອນ​ດອນ ມີ​ລາ​ຕອ​ຟ ຍາ​ນາງຄໍ​ນີ​ເລຍ ສ​ຕອຍ​ໂກວາ ມີ​ລາ​ໂຕວາ (Kornelia Stoykova-Milatova) ແລະ​ລູກ​ສາວ​ຂອງ​ທ່ານ ນາງເກ​ຣ​ກາ​ນາ ມີ​ລາ​ໂຕວາ (Gergana Milatova) ກໍ​ໄດ້​ຮັບ​ຖາ​ນະ “ການ​ລະ​ບຸ​ຊື່​ພິ​ເສດ” ຊຶ່ງ​ໄດ້​ຫ້າມ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

ທ່ານແອນ​ດອນ ມີ​ລາ​ຕອ​ຟ ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ຫຼາຍໆ​ຄົນ​ທັງ​ຢູ່​ໃນແລະ​ນອກປະ​ເທດ​ບຸ​ລ​ກາ​ເຣຍ ​ເວ​ລາ​ທ່ານ​ອະ​ນຸ​ຍາດ​ໃຫ້​ທ່ານ​ນິ​ໂກ​ລາຍ ມີ​ລານອ​ຟ ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ບຸ​ລ​ກາ​ເຣຍ ທີ່​ຖືກ​ກ່າວ​ຫາ​ວ່າ​ສອດ​ແນມ​ໃຫ້​ແກ່ຣັດ​ເຊຍນັ້ນ ໄປ​ຢ້ຽມ​ຢາມ​ມົ​ສ​ກູ ບ່ອນ​ທີ່​ທ່ານ​ໄດ້​ຮັບ​ລາງວັນ​ເປັນ​ການ​ສ່ວນ​ໂຕຈາກ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG