ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທັກ​ໂນ​ໂລ​ຈີ​ໃໝ່ ສາ​ມາດ​ຜະ​ລິດ​ຢາ​ວັກ​ຊີນ ຕ້ານ​ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ໄວ​ເປັນ​ປະ​ຫວັດ​ການ


ຮູບ​ການ​ສະ​ແດງ​ທີ່​ສະ​ໜອງ​ໂດຍ​​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ ສ​ຫລ ໃນ​ເດືອນ​ມັງ​ກອນ ປີ 2020 ທີ່​ສະແດງ​ໃຫ້​ເຫັນ​ເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ (2019-nCoV).
ຮູບ​ການ​ສະ​ແດງ​ທີ່​ສະ​ໜອງ​ໂດຍ​​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ ສ​ຫລ ໃນ​ເດືອນ​ມັງ​ກອນ ປີ 2020 ທີ່​ສະແດງ​ໃຫ້​ເຫັນ​ເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ (2019-nCoV).

ຢາ​ວັກ​ຊີນ​ຕ້ານ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາຊະ​ນິດ​ໃໝ່​ຢູ່​ເມືອງວູ​ຮານ​ຫຼື​ອູ່​ຮັ້ນ ສາ​ມາດ​ທຳ​ການ​ທົດ​ລອງ​ໄດ້​ພາຍ​ໃນ​ເວ​ລາ 3 ເດືອນ ​ອີງ​ຕາມຄຳ​ເວົ້າ​ຂອງ​ຜູ້​ອຳ​ນວຍການ​ສະ​ຖາ​ບັນ​ພູມ​ແພ້​ແລະ​ພະ​ຍາດ​ຕິດ​ຕໍ່​ແຫ່ງ​ຊາດຂອງ​ສະ​ຫະ​ລັດ ​ທ່ານ​ແອນໂທ​ນີ ຟາວ​ຈີ (Anthony Fauci.)

ມັນ​ໃຊ້​ເວ​ລາ 20 ເດືອນ ກ່ອນ​ທີ່​ວັກ​ຊີນ​ຕ້ານ​ລະ​ບົບ​ຫາຍ​ໃຈ​ອັກ​ເສບ​ຮ້າຍແຮງ​ຫຼື SARS ພ້ອມ​ທີ່​ຈະ​ທົ​ດ​ລອງ​ຢູ່​ໃນ​ຄ​ລີ​ນິກ.

ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ພວກ​ເຮົາ​ສາ​ມາດ​ເຂົ້າ​ແຖວເພື່ອ​ໄປສັກ​ຢາ​ໄດ້​ພາຍ​ໃນ​ເວ​ລາ 3 ເດືອນ. ຢາ​ວັກ​ຊີນ​ດັ່ງ​ກ່າວ ຕ້ອງ​ການ​ເວ​ລາ​ໃນ​ການ​ທົດ​ລອງ​ແລະ​ທົດ​ສອບ​ປະ​ສິດ​ທິ​ພາບ ຊຶ່ງນັ້ນ​ຈະ​ໃຊ້​ເວ​ລາ​ຕື່ມ​ອີກ​ຫຼາຍໆ​ເດືອນ.

ນັບ​ຕັ້ງ​ແຕ່​ທ່ານ​ເອັດ​ເຫວີດ ເຈັນ​ເນີ ໄດ້​ພັດ​ທະ​ນາ​ຢາ​ວັກ​ຊີນ​ເທື່ອ​ທຳ​ອິດ​ໃນ​ສັດ​ຕະ​ວັດ​ທີ 18 ຕ້ານ​ໂຣກ​ໝາກ​ສຸກ ຢາ​ວັກ​ຊີນ​ແມ່ນ​ມີ​ໜ້າ​ທີ່ໆ​ສຳ​ຄັນ​ຕ່າງໆ​ແບບດຽວ​ກັນ. ພວກ​ຄົນ​ປ່ວຍ​ໄດ້​ຮັບ​ການ​ປູກ​ເຊື້ອ ​ເພື່ອ​ຄວບ​ຄຸມເຊື້ອ​ຈຸ​ລິນ​ຊີທີ່ອ່ອນ​ແອຫຼື​ບໍ່​ກໍ​ຂ້າ​ເຊື້ອ​ດັ່ງ​ກ່າວ​ຫຼື​ທາດ​ໂປ​ຣ​ຕີນ​ທີ່​ສຳ​ຄັນໆ. ລະ​ບົບພູມ​ຕ້ານ​ທານ​ຂອງ​ຮ່າງ​ກາຍ​ຈະ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ຢາ​ວັກ​ຊີນ ແລະ​ເທື່ອ​ຕໍ່​ໄປ ເວ​ລາ​ເຊື້ອ​ຈຸ​ລິນຊີ​ປາ​ກົດ​ຕົວ​ຂຶ້ນ ຮ່າງ​ກາຍ​ຂອງ​ເຮົາ​ກໍ​ຈະ​ຮັບ​ຮູ້​ແລະ​ກຳ​ຈັດ​ມັນ.

ບໍ​ລິ​ສັດ​ຕ່າງໆ​ໄດ້​ລ້ຽງ​ເຊື້ອ​ຈຸ​ລິນ​ຊີ ຫຼື​ຊິ້ນ​ສ່ວນ​ຂອງ​ເຊື້ອ​ຈຸ​ລິນ​ຊີ​ຢູ່​ໃນ​ໄຂ່​ໄກ່​ຫຼື​ຖັງຂອງ​ແຊ​ລ​ທີ່​ມີ​ຊີ​ວິດ. ການ​ຜະ​ລິດ​ເຊື້ອ​ຈຸ​ລິນ​ຊີ​ທີ່​ພ້ອມ​ແລ້ວ​ຈະ​ເຮັດ​ຢາ​ວັກ​ຊີນ​ໃຫ້

ພຽງ​ພໍ​ສຳ​ລັບ​ການ​ຊັກ​ຢາ​ໃຫ້​ຫຼາຍໆ​ລ້ານ​ຄົນ​ນັ້ນ ອາດ​ໃຊ້​ເວ​ລາເຖິງ​ນຶ່ງ​ປີ​ຫຼື​ດົນ​ກວ່ານັ້ນ ຢູ່​ໃນ​ສະ​ຖານ​ທີ່​ຜະ​ລິດ​ຂະ​ໜາດ​ໃຫຍ່.

ແຕ່​ແນວ​ໃດ​ກໍ​ຕາມ ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ພວກ​ນັກ​ວິ​ທະ​ຍາ​ສາດ​ໄດ້​ເລີ້ມ​ຊອກ​ຫາ​ວິ​ທີ​ໃໝ່. ແທນ​ທີ່​ຈະ​ສັກ​ພາກ​ສ່ວນ​ຂອງ​ເຊື້ອ​ຈຸ​ລິນ​ຊີ​ເຂົ້າ​ໄປ ຢາ​ວັກຊີນ​ທີ່​ພວມ​ໄດ້​ຮັບ​ການ​ທົດ​ລອງ ແມ່ນ​ສັກ​ແຜນ​ແມ່​ບົດ​ຂອງ​ເຊື້ອ​ຈີນ​ຫຼື​ພັນ​ທຸ​ກຳ​ຂອງ​ຊິ້ນ​ສ່ວນຈຸ​ລິນ​ຊີ​ເຂົ້າ​ໄປ ແລະ​ໃຫ້​ຮ່າງ​ກາຍ​ຂອງ​ຄົນ​ປ່ວຍ​ຜະ​ລິດ​ເອົາ​ເອງ.

ສ່ວນ​ປະ​ສົມ​ທີ່​ສຳ​ຄັນໆ​ຂອງ​ຢາ​ວັກ​ຊີນ​ເຫຼົ່າ​ນີ້ ກໍ​ມີ ດີ​ເອັນ​ເອ ຫຼື ອາ​ຣ໌​ເອັນ​ເອ ຊຶ່ງເປັນ​ຄຳ​ສັ່ງ​ໃຫ້​ພັນ​ທຸ​ກຳ​ຫຼື​ຈີນ​ສ້າງ​ທາດ​ໂປ​ຣ​ຕີນ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG