ພວກຜູ້ບັນຊາການທະຫານອາເມຣິກັນສາມາດນຳໃຊ້ລະເບີດຝັງດິນໄດ້ອີກຢູ່ໃນເຂດທີ່ມີການຂັດແຍ້ງ ໃນຂະນະທີ່ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ສະໜັບສະໜຸນການປ່ຽນແປງດັ່ງກ່າວ ຫຼັງຈາກໄດ້ມີການສຶກສາເປັນເວລານຶ່ງປີທີ່ສະຫລຸບວ່າ ກຳລັງສະຫະລັດບໍ່ມີຄວາມຈຳເປັນ ຕ້ອງຕົກຢູ່ໃນສະພາບທີ່ເປັນອັນຕະລາຍຈາກການໂຈມຕີຂອງກຸ່ມຕ່າງໆ ນັບແຕ່ປະເທດມະຫາອຳນາດທີ່ສຳຄັນໆໄປຫາກຸ່ມກໍ່ການຮ້າຍຕ່າງໆ.
ທຳນຽບຂາວໄດ້ປະກາດກ່ຽວກັບການປ່ຽນແປງໃນວັນສຸກວານນີ້ ຍົກເລີກກົດລະບຽບທີ່ຫ້າມບໍ່ໃຫ້ນຳໃຊ້ລະເບີດຝັງດິນຢູ່ໃນເຂດຕ່າງໆນອກແຫຼມເກົາຫຼີ ໂດຍໂຕ້ແຍ້ງວ່າ ການຫ້າມໂດຍສະຫະລັດເອງດັ່ງກ່າວ ເຮັດໃຫ້ພວກທະຫານສະຫະລັດ “ຕົກຢູ່ໃນທ່າເສຍປຽບຢ່າງໜັກ.”
ທ່ານນາງສເຕຟານີ ກຣິສແຮມ (Stephanie Grisham) ໂຄສົກຂອງທຳນຽບຂາວ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ປະທານາທິບໍດີ ບໍ່ເຕັມໃຈທີ່ຈະຮັບເອົາຄວາມສ່ຽງນີ້ ສຳລັບທະຫານຂອງພວກເຮົາ. ປະທານາທິບໍດີ ຈະສືບຕໍ່ ໃຫ້ການສະໜັບສະໜຸນແລະໃຫ້ພວກທະຫານເຮົາມີໄວ້ ເພື່ອວ່າພວກເຂົາເຈົ້າຍັງຈະເປັນກຳລັງສູ້ລົບທີ່ຍິ່ງໃຫຍ່ທີ່ສຸດໃນໂລກຕໍ່ໄປ.”
ສະຫະລັດ ໄດ້ຫ້າມບໍ່ໃຫ້ນຳໃຊ້ລະເບີດຝັງດິນ ຢູ່ນອກແຫຼມເກົາຫຼີ ໃນປີ 2014 ແລະເລີ້ມທຳລາຍຄັງລະເບີດດັ່ງກ່າວ ພາຍໃຕ້ຄຳສັ່ງຂອງປະທານາທິບໍດີບາຣັກ ໂອບາມາ ໃນເວລານັ້ນ.
ທ່ານໂອບາມາ ຍັງໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະຊອກຫາຊ່ອງທາງເພື່ອໃຫ້ສະຫະລັດປະຕິບັດຕາມສົນທິສັນຍາອັອດຕາວາຢ່າງຄົບຖ້ວນ ຊຶ່ງໄດ້ຫ້າມການນຳໃຊ້ ເກັບສະສົມ ຜະລິດ ແລະໂອນລະເບີດຝັງດິນຕໍ່ຕ້ານບຸກຄົນ ໃນປີ 1997.
ອີງຕາມທຳນຽບຂາວແລ້ວ ນະໂຍບາຍໃໝ່ນີ້ຈະອະນຸຍາດໃຫ້ພວກຜູ້ບັນຊາການ “ໃນສະພາບການພິເສດ ສາມາດນຳໃຊ້ລະເບີດຝັງດິນທີ່ກ້າວໜ້າທັນສະໄໝ ຕໍ່ຕ້ານບຸກຄົນ ທີ່ສາມາດທຳລາຍຕົນເອງ ຊຶ່ງໄດ້ອອກແບບ ເພື່ອຫລຸດຜ່ອນການບາດເຈັບລົ້ມຕາຍຂອງພົນລະເຮືອນແລະທະຫານທີ່ເປັນພັນທະມິດ ໂດຍທີ່ບໍ່ໄດ້ຕັ້ງໃຈໄວ້ນັ້ນ.”
ໃນການຖະແຫຼງໃນວັນສຸກວານນີ້ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານມາກ ແອັສເພີ ໂຕ້ແຍ້ງວ່າ ກອງທັບ ຈຳເປັນຕ້ອງມີ ລະເບີດຝັງດິນເພື່ອ “ຄວບຄຸມສະໜາມລົບ” ແລະປົກປ້ອງກຳລັງສະຫະລັດ.