ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ ສ​ຫລ ກ່າວ​ວ່າ ເຂົາ​ເຈົ້າ​ຮູ້​ ຜູ້​ນຳ​ຄົນ​ໃໝ່ ກຸ່ມ​ລັດ​ອິ​ສ​ລາມ ແມ່ນ​ໃຜ


ກຸ່ມ​ລັດ​ອິ​ສ​ລາມ​ສະ​ແດງ​ທຸງ​ຂອງ​ພວກ​ເຂົາ ໃນ​ລະ​ຫວ່າງ​ການ​ສະ​ຫຼອງ ທີ່​ເມືອງ​ໂມ​ຊູ​ລ ປະ​ເທດ​ອີ​ຣັກ.
ກຸ່ມ​ລັດ​ອິ​ສ​ລາມ​ສະ​ແດງ​ທຸງ​ຂອງ​ພວກ​ເຂົາ ໃນ​ລະ​ຫວ່າງ​ການ​ສະ​ຫຼອງ ທີ່​ເມືອງ​ໂມ​ຊູ​ລ ປະ​ເທດ​ອີ​ຣັກ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ​ເຊື່ອ​ວ່າ ເຂົາ​ເຈົ້າ​ໄດ້​ເປີດ​ເຜີຍ​ຜູ້​ນຳ​ຄົນ​ປັດ​ຈຸ​ບັນ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ ຊຶ່ງ​ມາ​ຈົນ​ຮອດ​ເວ​ລານີ້ ແມ່ນ​ຮູ້​ກັນ​ແຕ່​ພຽງ​ຊື່ຫຼິ້ນ​ຂອງ​ຜູ້​ກ່ຽວ ອາ​ບູ ອີບ​ຣາ​ຮິມ ອາ​ລ-ຮາ​ຊິ​ມີ ອາ​ລ-ກູ​ຣ​າ​ຊີ (Abu Ibrahim al-Hashimi al-Qurashi.)

ກຸ່ມ​ລັດ​ອິ​ສ​ລາມ​ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ເລືອກ​ເອົາ​ທ້າວ​ກູ​ຣາ​ຊີ ຂຶ້ນ​ເປັນ​ຜູ້​ນຳ​ຄົນ​ໃໝ່ ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ນຳ​ຄົນ​ເກົ່າ ທ້າວ​ອາ​ບູ ບາກ​ເກີ ອາ​ລ-ບັກ​ດາ​ດີ ໃນ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ ແຕ່​ຜູ້ກ່ຽວ​ໂຕ​ຈິງ​ເປັນ​ໃຜ​ແທ້ນັ້ນ ຍັງ​ເປັນ​ຄຳ​ຖາມ​ກັນ​ຢູ່.

ເວ​ລານີ້ ສະ​ຫະ​ລັດ ໄດ້​ລົງ​ຄວາມ​ເຫັນ​ຢ່າງ​ເຊື່ອ​ໝັ້ນ​ວ່າ ທ້າວ​ກູ​ຣາ​ຊີ ທີ່​ຈິງ​ແລ້ວກໍແມ່ນ​ທ້າວ ຮາ​ຈີ ອັບ​ດາ​ລ​ລາ​ (Haji Abdallah) ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທີ່​ກ່າວ​ຕໍ່​ວີ​ໂອ​ເອ​ໂດຍ​ຂໍ​ສະ​ຫງວນ​ຊື່.

ທ້າວອັບ​ດາ​ລ​ລາ ຜູ້​ຊື່ງ​ມີ​ການ​ເອີ້ນ​ອີກ​ຊື່​ນຶ່ງວ່າ ອາ​ເມຍ ມູ​ຮຳ​ໝັດ ຊາ​ອີດ ອັບ​ດາ​ລ ຣາ​ມານ ອາ​ລ-ມາວ​ລາ (Amir Muhammad Said Abdal Rahman al-Mawla) ແມ່ນ​ນັກ​ວິ​ຊາ​ການ​ທາງ​ດ້ານ​ສາ​ສະ​ໜາ ທີ່​ໄຕ່​ເຕົ້າ​ຂຶ້ນມາ​ໃນ​ຖັນ​ແຖວ ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ກ່ອນ​ກຸ່ມ​ລັດ​ອິ​ສ​ລາມຢູ່​ໃນ​ປະ​ເທດ​ອີ​ຣັກ ແມ່ນ​ນຶ່ງ​ໃນ​ຄະ​ນະ​ຜູ້​ນຳ​ຄົນ​ສຳ​ຄັນ​ຂອງ​ທ້າວ​ອາ​ລ-ບັກ​ດາ​ດີ.

ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ສະ​ຫະ​ລັດ​ແລ້ວ ທ້າວອັບ​ດາ​ລ​ລາ ຍັງ​ເປັນ​ຫົວ​ໂຈກ​ຄົນ​ສຳຄັນ ຂອງ​ກຸ່ມ​ລັດ​ອິ​ສ​ລາມໃນ​ການ​ສັງ​ຫານ​ພວກ​ສາ​ສະ​ໜາ​ກຸ່ມ​ນ້ອຍ​ ຢາ​ຊີ​ດີ ​ແລະ​ຖືກ​ກ່າວ​ຫາ​ວ່າ ເປັນ​ຜູ້​ກຳ​ກັບ ​ນຳ​ການ​ປະ​ຕິ​ບັດ​ງານ​ໃນ​ທົ່ວ​ໂລກຂອງ​ກຸ່ມ​ດັ່ງ​ກ່າວ​ນຳ​ດ້ວຍ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ໄດ້ມີ​ການ​ສົງ​ໄສ​ມາ​ດົນ​ນານ​ແລ້ວ​ວ່າ ທ້າວ​ກູ​ຣາ​ຊີ​ແລະອັບ​ດາ​ລ​ລາ ແມ່ນ​ບຸກ​ຄົນດຽວ​ກັນ ໂດຍ​ເວົ້າ​ເຖິງ​ຜູ້​ກ່ຽວ​ວ່າ ແມ່ນ “ການ​ເລືອກ​ທີ່​ມີ​ເຫດ​ຜົນ” ໃຫ້​ເປັນ​ຜູ້ນຳ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ແຕ່​ມາ​ຈົນ​ຮອດ​ປັດ​ຈຸ​ບັນ ແມ່ນ​ຍັງ​ສະ​ຫງວນ​ທ່າ​ທີ​ຢູ່ກ່ຽວ​ກັບ​ການ​ລະ​ບຸ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG