ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສານ​ໂລກ ສັ່ງ​ໃຫ້​ມຽນ​ມາ ປ້ອງ​ກັນບໍ່​ໃຫ້​ເກີດ​ ການ​ຂ້າ​ລ້າງ​ເຜົ່າ​ພັນ ຕໍ່​ຊາວ​ໂຣ​ຮິງ​ຢາ


ປະ​ທານ​ຜູ້​ພິ​ພາກ​ສາ ທ່ານອັບ​ດຸນ​ກາ​ວີ ອາ​ເໝັດ ຢູ​ຊຸບ ທີ 4 ຈາກ​ຂວາ ອ່ານ​ຄຳ​ຕັດ​ສິນ ທີ່​ສານ​ຍຸ​ຕິ​ທຳ​ສາ​ກົນ ຢູ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ ໃນ​ວັນ​ພະ​ຫັດ ທີ 23 ມັງ​ກອນ 2020.
ປະ​ທານ​ຜູ້​ພິ​ພາກ​ສາ ທ່ານອັບ​ດຸນ​ກາ​ວີ ອາ​ເໝັດ ຢູ​ຊຸບ ທີ 4 ຈາກ​ຂວາ ອ່ານ​ຄຳ​ຕັດ​ສິນ ທີ່​ສານ​ຍຸ​ຕິ​ທຳ​ສາ​ກົນ ຢູ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ ໃນ​ວັນ​ພະ​ຫັດ ທີ 23 ມັງ​ກອນ 2020.

​ສານ​ຍຸ​ຕິ​ທຳ​ສາ​ກົນຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຫຼື​ສານ​ໂລກ ໄດ້​ສັ່ງ​ໃຫ້​ມຽນ​ມາ “ດຳ​ເນີນ​ທຸກ​ມາດ​ຕະ​ການ ​ທີ່​ຢູ່​ພາຍ​ໃຕ້​ອຳ​ນາດ​ຂອງ​ຕົນ” ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ​ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ ຊຶ່ງ​ໄດ້ພາ​ກັນ​ຫຼົບ​ໜີ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ ທ່າມ​ກາງ​ການ​ປາບ​ປາມ​ຢ່າງ​ນອງ​ເລືອດຂອງ​ພວກ​ທະ​ຫານ​ໃນ​ປີ 2017.

ການ​ຕັດ​ສິນ​ຂອງ​ສານ​ໂລກ​ທີ່​ນະ​ຄອນ​ເຮກ ມີ​ຂຶ້ນ​ເພື່ອ​ເປັນ​ການ​ສະ​ໜອງ​ຕອບ​ຕໍ່​ການ​ຟ້ອງ​ຮ້ອງ ທີ່​ຍື່ນ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ ໂດຍ​ປະ​ເທດ​ແກມ​ເບຍທີ່​ຕັ້ງ​ຢູ່​ໃນເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ໃນ​ນາມ​ອົງ​ການການ​ຮ່ວມ​ມື​ຂອງ​ສາ​ສະ​ໜາ​ອິ​ສ​ລາມ ທີ່​ມີ​ສະ​ມາ​ຊິກ 57 ປະ​ເທດ ຕໍ່​ມຽນ​ມາ ໂດຍ​ກ່າວ​ຫາ​ມຽນ​ມາ​ວ່າ ລະ​ເມີດ​ສັນ​ຍາວ່າ​ດ້ວຍ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ສະ​ບັບ​ປີ 1948.

ມີ​ຊາວ​ໂຣ​ຮິງ​ຢາ​ຫຼາຍກວ່າ 700,000 ຄົນ​ໄດ້​ພາ​ກັນຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ບັງ​ກ​ລາ​ແດັ​ສ ໃນ​ເດື​ອງ​ສິງ​ຫາ ​ປີ 2017 ເພື່ອ​ຫຼົບ​ໜີ​ການ​ປາ​ບ​ປາມ​ຢ່າງນອງ​ເລືອດ​ຂອງ​ພວກ​ທະ​ຫານມຽນ​ມາ. ລັດ​ຖະ​ບານ​ກ່າວ​ວ່າ ຕົນ​ໄດ້​ຕອບ​ໂຕ້​ຕໍ່​ການໂຈມ​ຕີ​ປ້ອມ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ໂດຍ​ພວກ​ຫົວ​ຮຸນ​ແຮງ​ໂຣ​ຮິງ​ຢາ ຢູ່​ທີ່ລັດ​ຣາ​ໄຄ​ນ໌ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ.

ຄະ​ນະ​ສືບ​ສວນ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ສະ​ຫຼຸບ​ວ່າ ການ​ປາບ​ປາມ​ດັ່ງ​ກ່າວມີ​ຂຶ້ນ “ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ” ອີງ​ຕາມ​ການບອກ​ເລົ່າ​ຂອງ​ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້ກ່ຽວ​ກັບ​ການ​ສັງ​ຫານ​ໝູ່ ການ​ຂ້າ​ແບບຮວມ​ຮັດ​ຕັດ​ຕອນ ການ​ຂົ່ມ​ຂືນ​ສຳ​ເລົາແບບເປັນ​ກຸ່ມ ແລະ​ການ​ຈູດ​ເຜົາບ້ານຕ່າງໆ ​ໝົດ​ທັງ​ບ້ານ​ເລີຍ.

ຢູ່​ທີ່​ສູນ​ອົບ​ພະ​ຍົບ​ຂະ​ໜາດ​ໃຫຍ່ ກູ​ຕູ​ປາ​ລອງ ໃນ​ເຂດ​ບາ​ຊາ​ຂອງ​ເມືອງ​ຄັອ​ກ​ສ໌ນັ້ນ ສຽງ​ຮ້ອງ​ເຊຍ​ຂອງ​ພວກ​ອົບ​ພະ​ຍົບ​ ໄດ້​ດັງ​ຂຶ້ນ ໃນຂະ​ນະ​ທີ່​ມີ​ຂ່າວ​ດີ​ກ່ຽວ​ກັບ​ການຕັດ​ສິນ​ແຜ່​ຂະ​ຫຍາຍ​ອອກ​ໄປ. ພວກ​ອົບ​ພະ​ຍົບ​ ໄດ້​ກ່າວ​ຊົມ​ເຊີຍ​ປະ​ເທດ​ແກມ​-ເບຍ ທີ່​ໄດ້​ຍື່ນ​ຟ້ອງ​ກ່ຽວ​ກັບ​ເລື້ອງ​ນີ້.

ທ້າວ​ໂມ​ຮຳ​ໝັດ ຊູ​ແບ ອົບ​ພະ​ຍົບ​ທີ່​ສູນ ກູ​ຕູ​ປາ​ລອງ ແລະ​ສະ​ມາ​ຊິກ​ຂອງ​ກຸ່ມ​ສັງ​ຄົມ​ຊາວ​ໂຣ​ຮິງ​ຢາ​ເພື່ອ​ສັນ​ຕິ​ພາບ​ແລະ​ສິດ​ທິ​ມະ​ນຸດ ກ່າວ​ວ່າ “ພວກ​ເຮົາ​ໄດ້ເຫັນ​ຜົນ​ໄປ​ໃນ​ທາງບວກ​ຈາກ​ການ​ຕັດ​ສິນນີ້ິ້.” ທີ່​ເຮືອນຂອງ​ລາວມີ​ສິບກວ່າ​ຄົນໄດ້​ຟັງ​ການ​ອອກ​ຂ່າວ​ສົດ​ໃນ​ການ​ດຳ​ເນີນ​ຄະ​ດີ​ຂອງ​ສານ ແລະລາວ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ລັດ​ຖະ​ບານ​ມຽນ​ມາ ບໍ່​ສາ​ມາດ​ປະ​ຕິ​ເສດ​ວ່າ ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ຕໍ່​ຊາວ​ໂຣ​ຮິງ​ຢາ​ອີກ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG