ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ຈະ​ເພັ່ງ​ເລັງ​ໃສ່ ການ​ໃຊ້​ອຳ​ນາດ ໄປ​ໃນ​ທາງ​ຜິດ ໃນ​ມື້​ທີ​ສອງ ຂອງ​ການ​ດຳ​ເນີນ​ຄະ​ດີ ປ. ທ​ຣຳ


ປະ​ທານ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ທ່ານ​ແອ​ແດັມ ຊິ​ຟ ຈາກ​ລັດ​ຄາ​ລີ​ຟ​ໍ​ເນຍ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ຈັດ​ການ​ຂອງ​ສະ​ພາ​ຕ່ຳ ປະ​ທານ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ແຈ​ໂຣ​ລ​ດ໌ ແນດ​ເລີ ສະ​ມາ​ຊິກ​ສະພາ​ຕ່ຳ Hakeem Jeffries ສະ​ມາ​ຊິກ​ສະ​ພາ​ຕ່ຳ Sylvia Garcia ແລະ​ສະ​ມາ​ຊິກສະ​ພາ​ຕ່ຳ​ Val Demings.
ປະ​ທານ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ທ່ານ​ແອ​ແດັມ ຊິ​ຟ ຈາກ​ລັດ​ຄາ​ລີ​ຟ​ໍ​ເນຍ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ຈັດ​ການ​ຂອງ​ສະ​ພາ​ຕ່ຳ ປະ​ທານ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ແຈ​ໂຣ​ລ​ດ໌ ແນດ​ເລີ ສະ​ມາ​ຊິກ​ສະພາ​ຕ່ຳ Hakeem Jeffries ສະ​ມາ​ຊິກ​ສະ​ພາ​ຕ່ຳ Sylvia Garcia ແລະ​ສະ​ມາ​ຊິກສະ​ພາ​ຕ່ຳ​ Val Demings.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ພັກ​ເດ​ໂມ​ແຄ​ຣັດທີ່ໄດ້​ນຳ​ສະ​ເໜີ​ການ​ຟ້ອງ​ຮ້ອງ​ໃນ​ຄະ​ດີ​ຂອງ​ພວກ​ເຂົາ​ເຈົ້າ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ມີ​ແຜນ​ການ​ທີ່ຈະ ​ໃຊ້​ເວ​ລາໃນ​ວັນ​ພະ​ຫັດ​ມື້ນີ້ ແນ​ໃສ່​ຜົນ​ກະ​ທົບ​ທີ່​ຈະ​ຕິດ​ຕາມ​ມາ​ທາງ​ດ້ານ​ກົດ​ໝາຍແລະ​ລັດ​ຖະ​ທຳ​ມະ​ນູນ ໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ໂຕ້​ຖຽງວ່າເປັນ​ການ​ໃຊ້​ອຳ​ນາດ​ໃນຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີໄປ​ໃນ​ທາງ​ທີ່​ຜິດ ໂດຍ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ຕ່າງ​ປະ​ເທດເພື່ອ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການ​ເມືອງ​ຂອງ​ທ່ານ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ແອ​ແດັມ ຊິ​ຟ ກ່າວ​ໃນ​ການ​ສະ​ຫຼຸບ​ການ​ດຳ​ເນີນ​ຄະ​ດີມື້​ທຳ​ອິດ​ ໃນ​ຕອນ​ແລງວັນ​ພຸດ​ວານນີ້​ວ່າ “ພວກ​ເຮົາ​ໄດ້​ນຳ​ສະ​ເໜີ​ຄະ​ດີ ພວກ​ເຮົາ​ໄດ້ລຽງ​ລຳ​ດັບ​ເຫດ​ການ ແລະ​ມື້​ອື່ນ​ ພວກ​ເຮົາ​ຈະ​ນຳໃຊ້​ຄວາມ​ຈິງ​ຕໍ່​ກົດ​ໝາຍວ່າ​ມັນກ່ຽວ​ຂ້ອງ​ກັບ​ການ​ໃຊ້​ອຳ​ນາດ​ໄປ​ໃນ​ທາງ​ຜິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ.”

ທ່ານ​ຊິ​ຟ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ເປັນ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະພາ​ຕ່ຳ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນ​ດາຜູ້​ຈັດ​ການທີ່​ເຮັດ​ໜ້າ​ທີ່​ເປັນ​ໄອ​ຍະ​ການ​ຂອງ​ສະ​ພາຕ່ຳ ໄດ້​ວາງ​ຂອບເຂດຂອງ​ຄະ​ດີ ໃນ​ລະ​ຫວ່າງ​ 8 ຊົ່ວ​ໂມງ​ທຳ​ອິດຂອງ​ການ​ດຳ​ເນີນຄະ​ດີ. ພວກ​ເຂົາ​ເຈົ້າ​ຈະ​ມີ​ເວ​ລາຕື່ມ ໃນ​ວັນ​ພະ​ຫັດ​ມື້ນີ້ແລະວັນ​ສຸກມື້​ອື່ນ​ເພື່ອ​ໂຕ້ແຍ້ງ ກ່ອນ​ທີ່​ຄະ​ນະ​ທີມ​ງານ​ທາງ​ດ້ານ​ກົດ​ໝາຍ​ຂອງ​ທ່ານ​ທ​ຣຳ ຈະ​ໄດ້​ຮັບ​ເວ​ລາ 24 ຊົ່ວ​ໂມງ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ມີ​ທ່າ​ທ​າງວ່າ ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ​ຈະ​ມານີ້.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ໄດ້​ກ່າວ​ຫາ​ທ່ານ​ທ​ຣຳ​ວ່າປະ​ຕິ​ບັດ “ແຜນ​ການ​ສໍ້​ໂກງ” ໂດຍ​ກົດ​ດັນ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ປະ​ກາດຢ່າງ​ເປັນ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ສືບ​ສວນ​ອະ​ດີດ​ຮອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ທ່ານ​ໂຈ ໄບ​ເດັນ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນ​ດາ​ຜູ້​ທ້າ​ທາຍ​ຄົນ​ສຳ​ຄັນ​ຂອງ​ທ່ານ​ທ​ຣຳ​ໃນການ​ເລືອກ​ຕັ້ງ​ປີ 2020 ຕະ​ຫຼອດ​ທັງ​ເປີດ​ເຜີຍ​ກ່ຽວ​ກັບ​ທິດ​ສະ​ດີ​ທີ່​ວ່າ ​ຢູ​ເຄ​ຣນບໍ່​ແມ່ນ​ຣັດ​ເຊຍ ເປັນ​ຜູ້​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ຂອງ​ສະ​ຫະ​ລັດ.

“ບໍ່​ມີ​ການ​ໂຕ້​ແຍ້ງ​ທີ່​ຈິງ​ຈັງ​ໃດໆ​ກ່ຽວ​ກັບສາ​ເຫດ​ທີ່​ເປັນ​ຮາກ​ຖານ​ຂອງ​ຄວາມ​ຈິງ” ນັ້ນ​ຄື​ຄວາມ​ເວົ້າ​ຂອງທ່ານ​ຊິ​ຟ​ແລະ​ທ່ານກ່າວ​ຕື່ມ​ວ່າ ​ແຕ່​ແທນ​ທີ່ ພວກ​ທະ​ນາຍຄວາມ​ຂອງ​ທຳ​ນຽບ​ຂາວທີ່​ຕໍ່​ສູ້​ຄະ​ດີ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຈະ​ໂຕ້​ແຍ້ງວ່າ ທ່ານບໍ່​ສາ​ມາດ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ໄດ້ ຍ້ອນ​ໃຊ້​ອຳ​ນາດ​ປະ​ທາ​ນາ​ທິ​ບໍ​ດີ​ໄປ​ໃນທາງ​ທີ່​ຜິດ.

ທ່ານ​ເຈ ເຊ​ກູ​ໂລ ນຶ່ງ​ໃນ​ທະ​ນາຍ​ຄວາມ​ຂອງ​ທ່ານ​ທ​ຣຳ ກ່າວ​ຫຼັງ​ຈາກ​ການ​ດຳ​ເນີນ​ຄະ​ດີ​ໃນ​ວັນ​ພຸດ​ວານນີ້​ວ່​າ ຄວາມ​ຈິງ​ທີ່​ວ່າການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ເກີດຂຶ້ນນັ້ນ ແມ່ນ “ເປັນ​ໜ້າ​ຢາກ​ຫົວ.”

​ທ່ານ​ເຊ​ກູ​ໂລ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ພວມ​ມີ​ການ​ຟ້ອງ​ຮ້ອງ​ກ່ຽວ​ກັບການ​ໂທ​ລະ​ສັບ​ບໍ? ຫຼືນີ້​ແມ່ນ​ເປັນ​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ 3 ປີເພື່ອ​ປົດ​ປະທາ​ນາ​ທິ​ບໍ​ດີ ທີ່​ຖືກ​ເລືອກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໂດຍ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນອອກ​ຈາກ​ຕຳ​ແໜ່ງ? ແລະ​ພວກ​ເຮົາ​ເຮັດ​ສິ່ງນີ້ 10 ເດືອນ ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ. ມັນ​ເປັນ​ອັນ​ຕະ​ລາຍ​ຫຼາຍ​ສຳ​ລັບ​ສາ​ທາ​ລະ​ນະ​ລັດ​ຂອງ​ພວກ​ເຮົາ ຂ້າ​ພະ​ເຈົ້າ​ຄິດ​ວ່າ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ກ່າວ​ມາ​ໂດຍ​ຕະ​ຫຼອດ​ວ່າ ທ່ານ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ໃນ​ການ​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ເຊ​ເລັນ​ສ​ກີ ໂດຍ​ມັກ​ຈະ​ກ່າວ​ເຖິງ​ການ​ໂອ້​ລົມ​ຂອງພວກ​ທ່ານ​ວ່າ “ເປັນ​ການ​ໂອ້​ລົມ​ທີ່​ດີ​ເລີດ.”

ທ່ານ​ເຊ​ກູ​ໂລ​ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ໂດຍ​ປາ​ສ​ະ​ຈາກ​ຄຳ​ຖາມ​ໃດໆ ປະ​ທາ​ນາ​ທິ​ບໍ​ດີ​ຈະ​ບໍ່​ມີ​ຄວາມ​ຜິດ ບໍ່​ມີ​ການ​ສົ່ງ​ໄສ​ໃດໆ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG