ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ດຳ​ເນີນ​ຄະ​ດີ ຟ້ອງ​ຮ້ອງ ປ. ທ​ຣຳ ຈະ​ເລີ້ມ​ຄືນ​ອີກ ໃນ​ວັນ​ອັງ​ຄານ


ຕຶກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.
ຕຶກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ຜູ້​ສະ​ແດງບົດ​ລະ​ຄອນ​ທີ່​ເສົ້​າ​ໂສກ​ໃນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ມີ​ວັນ​ພັກ​ທ້າຍ​ອາ​ທິດ ເພື່ອ​ຕຶກ​ຕອງ​ກ່ຽວ​ກັບ​ບົດບາດ ແລະ​ຄວາມ​ຮັບ​ຜິດ​ຊອບຂອງ​ຕົນ ຍ້ອນ​ວັນ​ພັກ​ແຫ່ງ​ຊາດ ​ເພື່ອ​ລະ​ນຶກ​ເຖິງ ​ທ່ານມາ​ຕິນ ລູ​ເທີ ຄິງ ໃນ​ວັນ​ຈັນ​ຈະ​ມານີ້.

ສະ​ພາ​ສູງ​ໄດ້​ສົ່ງ​ໝາຍ​ຮ້ອງ​ໄປ​ໃຫ້​ທ່ານ​ທ​ຣຳ ໃນ​ວັນ​ພະ​ຫັດຜ່ານ​ມານີ້ ເພື່ອ​ແຈ້ງ​ໃຫ້ທ່ານ​ຊາບ ກ່ຽວ​ກັບ​ການ​ດຳ​ເນີນ​ຄະ​ດີ ແລະ​ການ​ກ່າວ​ຫາ​ຕໍ່​ທ່ານ. ທ່ານ​ຕ້ອງ​ໄດ້ຕອບ​ຢ່າງ​ເປັນ​ລາຍ​ລັກ​ອັກ​ສອນ ພາຍ​ໃນ​ແລງວັນ​ເສົາ​ມື້ນີ້.

ການ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ ມີ​ຂຶ້ນ​ໃນ​ເວ​ລາ​ທີ່​ມີ​ການ​ແຕກ​ແຍກ​ຢ່າງ​ເລິກ​ເຊິ່ງ​ທາງ​ດ້ານ​ການ​ເມືອງ​ຢູ່​ໃນ​ປະ​ເທດ ແລະ​ໃນ​ເວ​ລາ​ທີ່​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ ຮວມທັງ​ສະ​ມ​າ​ຊິກ​ສະ​ພາ​ສູງ​ຫຼາຍໆ​ທ່ານ ພວມ​ແຂ່ງ​ຂັນ​ກັນ ເພື່ອ​ຈະ​ໄດ້​ເປັນ​ຜູ້​ສະ​ໝັກ ເພື່ອ​ເຂົ້າ​ຊິງ​ຕຳ​ແໜ່ງ​ກັບ​ທ່ານ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ຈະ​ມາ.

ໃນ​ວັນ​ພະ​ຫັດ​ແລ້ວນີ້ ພະ​ແນກ​ການ​ຕິດ​ຕາມ​ການ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານສະ​ຫລຸບ​ວ່າ ທ່ານ​ທ​ຣຳ​ໄດ້​ລະ​ເມີດກົດ​ໝາຍ​ ການ​ໃຊ້​ຈ່າຍ​ຂອງ​ປະ​ເທດ ເວ​ລາ​ທ່ານໄດ້​ກັກ​ເງິນ 391 ລ້ານ​ໂດ​ລາ ທີ່​ທາງ​ສະ​ພາ​ໄດ້​ໃຫ້​ການ​ອະ​ນຸ​ມັດ ໃນ​ການຊ່ວຍ​ເຫຼືອ​ທາງ​ທະ​ຫານ​ແກ່​ຢູ​ເຄ​ຣນ ຊຶ່ງ​ໃນ​ເວ​ລາ​ດຽວ​ກັນ ກໍ​ກົດ​ດັນ​ໃຫ້​ຢູ​ເຄ​ຣນເລີ້ມ​ການ​ສືບ​ສວນ ເພື່ອ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ທ່ານ​ທາງ​ດ້ານ​ການ​ເມືອງ. ການຕັດ​ສິນ​ໃຈ​ດັ່ງ​ກ່າວ ແມ່ນ​ເປັນ​ຈຸດ​ໃຈ​ກາງ​ ໃນ​ຄະ​ດີ​ການ​ຟ້ອງ​ຮ້ອງ ​ຕໍ່​ຜູ້​ນຳ​ຂອງ​ສະ
ຫະ​ລັດ.

ທ່ານ​ທ​ຣຳ​ໄດ້​ສັ່ງ​ໃຫ້​ປ່ອຍ​ເງິນ​ຊ່ວຍ​ເຫຼືອ​ດັ່ງ​ກ່າວທີ່​ຢູ​ເຄ​ຣນ​ຕ້ອງ​ການ​ທີ່​ສຸດ​ສຳ​ລັບຕໍ່​ສູ້​ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ ​ທີ່​ນິ​ຍົມ​ຣັດ​ເຊຍ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ໃນ​ເດືອນ​ກັນ​ຍາ ຫຼັງ​ຈາກ​ໄດ້​ມີ​ການ​ຊັກ​ຊ້າ​ເປັນ​ເວ​ລາ 55 ມື້ ແລະ​ໂດຍ​ທີ່ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ບໍ່​ໄດ້ເປີດ​ການ​ສືບ​ສວນ​ກ່ຽວ​ກັບ​ອະ​ດີ​ດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ນຶ່ງ​ໃນ​ຈຳ​ນວນ​ຜູ້​ທ້າ​ທາຍ​ຄົນ​ສຳ​ຄັນ ຈາກ​ພັກ​ເດ​ໂມ​ແຄ​ຣັດຂອງ​ທ່ານ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020 ແລະ​ລູກ​ຊາຍ​ຂອງ​ທ່ານ ທ່ານ​ຮັນ​ເຕີ ໄບ​ເດັນ ທີ່​ມີ​ໜ້າ​ທີ່​ເປັນ​ຄະ​ນະ​ກຳ​ມະ​ການຢູ່​ໃນ​ບໍ​ລິ​ສັດ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຢູ​ເຄ​ຣນ.

ແຕ່​ຫຼັງ​ຈາກ​ການ​ສືບ​ສວນ​ແລ້ວ ຫ້ອງ​ການ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ ໄດ້​ຕັດສິນ​ວ່າ “ການ​ປະ​ຕິ​ບັດ​ກົດ​ໝາຍ​ດ້ວຍ​ຄວາມ​ຊື່​ສັດບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິບໍ​ດີ ໃຊ້ນະ​ໂຍ​ບາຍ​ທີ່​ເປັນ​ບູ​ລິ​ມະ​ສິດ​ຂອງ​ທ່ານ​ເອງ ແທນ​ກົດ​ໝາຍ​ທີ່​ສະ​ພາ​ໄດ້ອະ​ນຸ​ມັດ​ແລ້ວນັ້ນ.” ການ​ສືບ​ສວນກ່າວ​ຕື່ມ​ວ່າ ພະ​ແນກ​ງົບ​ປະ​ມານ​ສະ​ຫະ​ລັດ​ທີ່​ທ່ານ​ທ​ຣຳຄວບ​ຄຸມ ໄດ້​ຂັດ​ຂວາງ​ການ​ປ່ອຍ​ເງິນ “ຍ້ອນ​ເຫດ​ຜົນ​ທາງ​ດ້ານ​ນະ​ໂຍບາຍ” ຊຶ່ງ​ບໍ່ອະ​ນຸຍາດ​ໃຫ້​ເກີດ​ຂຶ້ນ​ໄດ້ ພາຍ​ໃຕ້​ກົດ​ໝາຍ​ຂອງ​ສະ​ຫະ​ລັດ.

ການ​ຕັດ​ສິນ​ໂດຍຫ້ອງ​ການ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ ມີ​ຂຶ້ນ​ບໍ່​ຮອດ​ສອງ​ຊົ່ວ​ໂມງກ່ອນ​ການ​ດຳ​ເນີນ​ຄະ​ດີ​ຢ່າງ​ເປັນ​ທາງ​ການ​ຕໍ່​ທ່ານ​ທ​ຣຳ​ເລີ້ມ​ຂຶ້ນກ່ຽວ​ກັບ 2 ຂໍ້​ຫາ​ໃນ​ການ​ຟ້ອງ​ຮ້ອງ ຄື​ທ່ານ​ທ​ຣຳ​ໃຊ້​ອຳ​ນາດ​ປະ​ທາ​ນາ​ທິ​ບໍ​ດີ​ໄປ​ໃນ​ທາງ​ທີ່​ບໍ່ຖືກ​ຕ້ອງ ໂດຍ​ພະ​ຍາ​ຍາມ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລັນ​ສ​ກີ ເປີດ​ການ​ສືບ​ສວນ​ຕໍ່ທ່ານ​ໄບ​ເດັນ ໃນ​ຂະ​ນະ​ທີ່​ມີ​ກາ​ນ​ກັກ​ເງິນ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ແລະ​ການ​ຂັດຂວາງ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ພາ​ທີ່​ຈະ​ສືບ​ສວນ​ການ​ກະ​ທຳ​ຂອງ​ທ່ານ​ທຣຳ ກ່ຽວ​ກັບ​ເລື້ອງ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG