ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພູ​ໄຟ​ຢູ່ຟີ​ລິບ​ປິນ ​ພົ່ນຂີ້​​ເທົ່າ​ແຫລວ ແລະຝຸ່ນ​ເທົ່າ ອອກ​ມາ ເປັນ​ມື້​ທີ​ສາມ​ແລ້ວ


ຊາຍ​ຄົນ​ນຶ່ງ​ຍ່າງ​ຢູ່​ໃນ​ຫັນ​ທາງ​ທີ່​ປັກ​ຄຸມ​ໄປ​ດ້ວຍ​ຂີ້​ເທົ່າ​ທີ່​ມາ​ຈາກ​ການ​ລະ​ເບີດຂອງ​ພູ​ໄຟຕາ​ລ (Taal) ໃນ​ເມືອງ Talisay, ແຂວງ Batangas ຂອງ​ຟີ​ລິບ​ປິນໃນ​ວັນ​ທີ 13, 2020
ຊາຍ​ຄົນ​ນຶ່ງ​ຍ່າງ​ຢູ່​ໃນ​ຫັນ​ທາງ​ທີ່​ປັກ​ຄຸມ​ໄປ​ດ້ວຍ​ຂີ້​ເທົ່າ​ທີ່​ມາ​ຈາກ​ການ​ລະ​ເບີດຂອງ​ພູ​ໄຟຕາ​ລ (Taal) ໃນ​ເມືອງ Talisay, ແຂວງ Batangas ຂອງ​ຟີ​ລິບ​ປິນໃນ​ວັນ​ທີ 13, 2020

ຫລາຍກວ່າ 30,000 ຄົນ​ ທີ່​ຢູ່​ໃກ້​ກັບ​ນະ​ຄອນ​ຫລວງ​ມະ​ນີ​ລາ​ຂອງ​ຟີ​ລິບ​ປິນ ໄດ້​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ເຂດ​ທີ່​ຢູ່​ໃກ້ໆ​ກັບ​ພູ​ໄຟທີ່​ກຳ​ລັງ​ພົ່ນ​ຂີ້​ເທົ່າ​ແຫລວ, ​ຝຸ່ນຂີ້​ເທົ່າ ແລະ​ອາຍ​ນ້ຳອອກ​ມາ ນັບ​ແຕ່​ມັນ​ລະ​ເບີດ​ຂຶ້ນ​ໃນ​ວັນ​ອາ​ທິດ​ຜ່ານ​ມາ.

ບັນ​ດາ​ນັກ​ວິ​ທະ​ຍາ​ສາດຢູ່​ອົງ​ການຄົ້ນ​ຄວ້າ​ກ່ຽວ​ກັບ​ແຜ່ນ​ດິນ​ໄຫວຂອງ​ຟີ​ລິບ​ປິນ ໄດ້​ອອກ​ຄຳ​ເຕືອນວ່າ​ຈະ​ມີ​ການ​ລະ​ເບີດ​ທີ່​ໃຫຍ່ ແລະ​ເປັນ​ການ​ລະ​ເບີດ​ທີ່​ແຮງ ຫລາຍ​ຂຶ້ນ ຢູ່ໃນ​ການ​ລະ​ເບີດ​ຢູ່​ພູ​ໄຟຕາລ (Taal) ທີ່​ຕັ້ງ​ຢູ່​ຫ່າງ​ຈາ​ກນະ​ຄອນ​ຫລວງ​ມະ​ນີ​ລາ​ໄປ​ 60 ກິ​ໂລ​ແມັດໄປທາງ​ທິດ​ເໜືອ. ເມກ​ຂອງ​ຂີ້​ເທົ່າ​ທີ່​ໄດ້​ພຸ້ງຂຶ້ນໄປ​ເທິງ​ທ້ອງ​ຟ້າ​ສູງ​ຫລາຍ​ກິ​ໂລ​ແມັດ ຢູ່​ໃນ​ການ​ລະ​ເບີດ​ທຳ​ອິດຂອງ​ພູ​ໄຟຕາລ (Taal) ກໍ​ໄດ້ສົ່ງ​ສາຍ​ຟ້າ​ແມບເຫລື້ອມ​ ອອກ​ມາ​ໃນ​ທັນ​ທີ​ທັນ​ໃດ​ເຊັ່ນ​ກັນ.

ຂີ້​ເທົ່າ​ດັ່ງ​ກ່າວ​ ໃນ​ທີ່​ສຸດ​ກໍ​ໄດ້​ຕົກ​ລົງ​ມາ​ສູ່ນະ​ຄອນ​ຫລວງ​ມະ​ນີ​ລາ​ ຊຶ່ງ​ບັງ​ຄັບ​ໃຫ້​ເຈົ້າ​ໜ້າ​ທີ່​ຕ່າງໆ ຕ້ອງ​ໄດ້​ປິດ​ສະ​ໜາມ​ບິນ​ໃຫຍ່​ຂອງ​ປະ​ເທດ​ໄວ້ ຈົນ​ຮອດ​ເຊົ້າ​ວັນ​ຈັນ​ວານນີ້.

​ໄຟຕາລ (Taal) ໃນ​ຄັ້ງ​ກ່ອນ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ປີ 1977, ຊຶ່ງ​ເປັນ​ເວ​ລາ 12 ປີ ພ​າຍ​ຫລັງ​ທີ່​ມີ​ການ​ລະ​ເບີດ​ຂຶ້ນ​ຄັ້ງ​ນຶ່ງ​ທີ່​ໄດ້​ເຮັດ​ໃຫ້​ປະ​ມານ 200 ຄົນ​ເສຍ​ຊີ​ວິດ.

ທະ​ເລ​ບໍ​ລິ​ເວນ​ທີ່​ມີ​ໝູ່​ເກາະ​ໄດ້​ນອນ​ຢູ່​ໃນື່ງ​ທີ່​ເອີ້ນ​ວ່າ "ວົງ​ແຫວນ​ໄຟ," ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ ຊຶ່ງ​ເປັນ​ສາຍ​ຍາວທີ່​ມີຮອຍ​ເລື່ອ​ນຂອງ​ເປືອກ​ໂລກ ແລະ​ພູ​ໄຟ​ທີ່​ຍັງ​ມີ​ການ​ເຄື່ອນ​ໄຫວ​ຢູ່ ເປັນ​ບ່ອນ​ທີ່​ການ​ເຄື່ອນ​ໄຫວ​ຂອງ​ແຜ່ນ​ດິນ​ໄຫວ​ຂອງ​ໂລກ​ເກີດ​ຂຶ້ນ​ຫລາຍ​ທີ່​ສຸດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG