ຄົນເຂົ້າເມືອງ 11 ຄົນເສຍຊີວິດ ໃນວັນເສົາວານນີ້ ຊຶ່ງລວມທັງເດັກນ້ອຍ 8 ຄົນ ເມື່ອເຮືອຂອງພວກເຂົາເຈົ້າຫລົ້ມຢູ່ໃນທະເລ ແອຈີນ (Aegean) ທີ່ຢູ່ນອກຝັ່ງທະເລຂອງປະເທດເທີກີ, ອີງຕາມລາຍງານຂອງອົງການຂ່າວອານາໂດລູ (Anadolu) ຂອງທາງການປະເທດນັ້ນ.
ເຮືອດັ່ງກ່າວ ຈົມລົງຢູ່ຝັ່ງທະເລຂອງເກາະເຊັສມີ (Cesme), ຊຶ່ງເປັນບ່ອນຕາກອາກາດທີ່ມີຊື່ສຽງໂດ່ງດັງແຫ່ງນຶ່ງ ຢູ່ໃນພາກຕາເວັນຕົກຂອງເທີກີ ທີ່ຢູ່ຝັ່ງກົງກັນຂ້າມກັບເກາະໄຊໂອສ (Chios) ຂອງກຣີສ, ອີງຕາມ ອົງການຂ່າວ ອານາໂດລູ (Anadolu) ໂດຍໄດ້ກ່າວເພີ້ມວ່າ ມີອີກ 8 ຄົນໄດ້ຖືກຊ່ວຍຊີວິດໄວ້ໄດ້.
ຍັງບໍ່ມີໃຜຮູ້ສັນຊາດຂອງພວກໄດ້ຮັບເຄາະຮ້າຍເຫລົ່ານີ້ເທື່ອ.
ເຫດການເຮືອຫລົ້ມເກີດຂຶ້ນ ໃນເວລາບໍ່ເທົ່າໃດຊົ່ວໂມງ ພາຍຫລັງທີ່ມີເຮືອອີກລຳນຶ່ງຫລົ້ມຢູ່ໃນທະເລ ແອຈີນ (Aegean) ໃກ້ກັບເກາະ ແພກຊີ (Paxi) ຂອງກຣີສ ຊຶ່ງເຮັດໃຫ້ຢ່າງໜ້ອຍ 12 ຄົນ ເສຍຊີວິດ.
ເທີກີຮັບເອົາຄົນເຂົ້າເມືອງ ແລະພວກອົບພະຍົບ ປະມານ 4 ລ້ານຄົນ ຊຶ່ງສ່ວນໃຫຍ່ແມ່ນຊາວຊີເຣຍ ແລະເປັນປະເທດທາງຜ່ານທີ່ສຳຄັນ ໃຫ້ແກ່ພວກທີ່ຫລົບໜີຄວາມຂັດແຍ້ງ ແລະຫາທາງເຂົ້າໄປຢູໂຣບ ຊຶ່ງສ່ວນໃຫຍ່ແລ້ວແມ່ນຜ່ານປະເທດກຣີສໄປ.
ມີຂໍ້ຕົກລົງທີ່ເຊັນກັນໃນເດືອນມີນາ 2016 ຜ່ານມາ ລະຫວ່າງອັງກາຣາ ແລະສະຫະພາບຢູ່ໃນຢູໂຣບ ທີ່ເຮັດໃຫ້ມີການຫລຸດຈຳນວນຄົນທີ່ເດີນທາງໄປຍັງເກາະ 5 ແຫ່ງທີ່ໃກ້ກັບເທີກີຫລາຍທີ່ສຸດນັ້ນ ຢ່າງໄດ້ຮັບຜົນສຳເລັດດີ.
ອ່ານຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້
Eleven migrants, including eight children, died Saturday when their vessel sank in the Aegean Sea off the coast of Turkey, state news agency Anadolu reported.
The boat sank off Cesme, a popular tourist resort in western Turkey opposite the Greek island of Chios, Anadolu said, adding that eight others were rescued.
The nationality of the victims was not yet known.
The sinking came hours after another boat sank in the Aegean near the Greek island of Paxi, leaving at least 12 dead.
Turkey has taken in around 4 million migrants and refugees, most of them Syrians, and is an important transit country for those fleeing conflicts and seeking to reach Europe, largely via Greece.
An agreement reached in March 2016 between Ankara and the European Union succeeded in considerably reducing the number of people arriving on the five islands closest to Turkey.