ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ສະ​ຫະ​ລັດ ຮັບ​ຜ່ານ​ມະ​ຕິ ກ່ຽວ​ກັບອຳ​ນາດ ​ໃນ​ການ​ເຮັດ​ສົງ​ຄາມ


ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຕອບ​ຄຳ​ຖາມ ພວກ​ນັກ​ຂ່າວ ທີ່​ຕຶກ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 8 ມັງ​ກອນ 2020. REUTERS/Leah Millis
ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຕອບ​ຄຳ​ຖາມ ພວກ​ນັກ​ຂ່າວ ທີ່​ຕຶກ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 8 ມັງ​ກອນ 2020. REUTERS/Leah Millis

ສະ​ພາ​ຕ່ຳ​ສະ​ຫະ​ລັດ ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ອຳ​ນາດ​ໃນ​ການ​ເຮັດ​ສົງ​ຄາມ ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ບັງ​ຄັບ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຕ້ອງ​ໄດ້​ຮັບ​ການອະ​ນຸ​ມັດ ​ຈາກ​ສະ​ພາ​ເສຍ​ກ່ອນ ກ່ອນ​ທີ່​ຈະ​ເອົາ​ມາດ​ຕະ​ການ​ທາງ​ດ້ານ​ທະ​ຫານ​ຕື່ມ ຕໍ່​ປະ​ເທດ​ອີ​ຣ່ານ.

ການ​ລົງ​ຄະ​ແນນ​ສຽງ 224 ຕໍ່ 194 ຊຶ່ງ​ສ່ວນ​ໃຫຍ່​ເປັນ​ໄປຕາມ​ການ​ສັງ​ພັກ​ຂອງ​ສະ​ມາ​ຊິກ​ສະ​ພາ ໂດຍ​ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຈຳ​ນວນ​ນຶ່ງ ໄດ້​ເຂົ້າ​ຂ້າງ​ພັກເດ​ໂມ​ແຄ​ຣັດ​ທີ່​ກຳ​ສຽງ​ສ່ວນ​ຫຼາຍ.

ມະ​ຕິ​ດັ່ງ​ກ່າວ​ແມ່ນ​ເປັນ​ປະ​ຕິ​ກິ​ລິ​ຍາ​ໂດຍ​ກົງຕໍ່​ການ​ໂຈມ​ຕີ​ທີ່​ແນ​ເປົ້າ​ໝາຍ​ເພື່ອ​ສັງ​ຫານ​ນາຍພົນ​ກາ​ສ​ເຊັມ ຊູ​ເລ​ມາ​ນີ ​ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການ​ຄົນ​ສຳ​ຄັນ​ຂອງ​ອີ​ຣ່ານ. ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍໆ​ຄົນພ້ອມ​ກັບ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຈຳ​ນວນນຶ່ງ ກ່າວ​ວ່າ ພວກ​ເພິ່ນ​ບໍ່​ຄ່ອຍ​ພໍ​ໃຈ​ປານ​ໃດ ກ່ຽວ​ກັບ​ການ​ໃຫ້​ຄຳ​ອະ​ທິ​ບາຍ​ຂອງລັດ​ຖະ​ບານ​ທີ່​ວ່າ ເປັນ​ຫຍັງ​ຈຶ່ງ​ສັງ​ຫານ​ນາຍ​ພົນ​ຊູ​ເລ​ມານີ ໃນ​ເວ​ລານີ້.

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ໂຮ​ແກັນ ກີ​ດ​ລີ ເອີ້ນ​ການ​ຮັບ​ຜ່ານ​ມະ​ຕິ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ເປັນ​ການ​ແນະ​ນຳ​ທີ່​ຜິດໆ” ແລະ “ເປັນ​ຕາ​ຢາກ​ຫົວ.”

ທ່ານ​ກ່າວ​ຕື່ມ​ວ່າ “ມະ​ຕິ​ຂອງ​ສະ​ພາ​ຕ່ຳ​ນີ້ ແມ່ນ​ພະ​ຍາຍ​າມ​ ທີ່​ຈະ​ບ່ອນ​ທຳ​ລາຍຕໍ່​ຄວາມ​ສາ​ມາດ​ຂອງກອງ​ທັບ​ສະ​ຫະ​ລັດ ໃນ​ການ​ປ້ອງ​ກັນ​ການ​ໂຈມ​ຕີ​ກໍ່ການ​ຮ້າຍໂດຍ​ອີ​ຣ່ານ ແລະ​ພວກ​ລູກ​ສະ​ໝຸນ ແລະ​ພະ​ຍາ​ຍາມ​ທີ່​ຈະ​ຂັດ​ຂວາງ​ອຳ​ນາດ​ຂອງ

ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈະ​ປົກ​ປ້ອງ​ອາ​ເມ​ຣິ​ກາ ແລະ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ​ຢູ່​ໃນ​ຂົງ​ເຂດ ຈາກ​ການ​ສືບ​ຕໍ່​ຕົກ​ຢູ່​ໃນ​ໄພ​ຂົ່ມ​ຂູ່.”

ເຖິງ​ແມ່ນ​ວ່າ ​ມະ​ຕິ​ໃນ​ວັນ​ພະ​ຫັດ​ວານນີ້ ເປັນ​ມະ​ຕິ​ທີ່​ບໍ່​ມີ​ການ​ບັງ​ຄັບ​ກໍ​ຈິງຢູ່ ແຕ່ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ກ່າວ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ວ່າ ມັນ​ມີ “ອຳ​ນາດ​ທີ່​ແທ້​ຈິງ.”

ທ່ານ​ນາງ​ເພ​ໂລ​ຊີກ່າວ​ວ່າ “ມັນ​ເປັນ​ຄຳ​ຖະ​ແຫຼງ​ ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດມັນ​ຈະ​ປົກ​ປ້ອງ​ຊີ​ວິດ ແລະ​ຫຼັກ​ຄຸນ​ຄ່າ ​ຂອງ​ຊາວ​ອາ​ເມ​ຣິ​ກັນ.”

ພັນ​ທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ທ່ານ​ທ​ຣຳ​ຢູ່​ໃນ​ສະ​ພາ​ຕ່ຳ ກ່າວ​ວ່າ ມະ​ຕິ​ສະ​ບັບ​ນີ້ ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ ແລະ​ມັນ​ຈະ​ບໍ່​ຈຳ​ກັດ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ມີ​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ແຕ່​ຢ່າງ​ໃດ​ເລີຍ.

ແຕ່​ນຶ່ງ​ໃນ​ຜູ້​ທີ່​ເປັນ​ປາກ​ເປັນ​ສຽງ​ໃນ​ການ​ກ່າວ​ປ້ອງ​ກັນ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ສະ​ມາຊິກ​ສະ​ພາ​ແມັດ ກາ​ແອັດ​ສ໌ (Matt Gaetz) ໄດ້​ຄັດ​ຄ້ານ ​ຕໍ່​ພັກ​ຂອງ​ທ່ານ​ແລະ​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອ​ມ​ກັບ​ມະ​ຕິ​ດັ່ງ​ກ່າວ ໂດຍຖະ​ແຫຼງຢູ່​ໃນ​ຫ້ອງ​ສະ​ພາ​ວ່າ ທ່ານ​ແມ່ນ​ຕາງ​ໜ້າ​ໃຫ້​ທະ​ຫານສະ​ຫະ​ລັດ​ຢູ່​ໃນ​ສະ​ພາ​ຕ່ຳຫຼາຍກວ່າ​ສະ​ມາ​ຊິກ​ຄົນ​ອື່ນໃດ​ທັງ​ໝົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG