ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ທະ​ຫານ ຈາກ​ພາກ​ຕາ​ເວັນ​ອອກ ຂອງ​ລີ​ເບຍ ບໍ່​ຍອມທຳ​ການ​ຢຸດ​ຍິງ​


​ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ (Khalifa Haftar) ຜູ້​ບັນ​ຊາ​ການ​ທະ​ຫານ​ທີ່​ ຢຶດ​ຄອງ​ພາກ​ຕາ​ເວັນ​ເວັນ​ອອກ​ຂອງ​ລີ​ເບຍ ກຳ​ລັງໄປເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ລີ​ເບຍ ຢູ່​ທຳ​ນຽບ Elysee ໃນ​ນະ​ຄອນປາ​ຣີຂອງ​ຝ​ຣັ່ງ, ວັນ​ທີ 29 ພຶດ​ສະ​ພາ, 2018 (ຖ່າຍ​ໂດຍ Philippe Wojazer)
​ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ (Khalifa Haftar) ຜູ້​ບັນ​ຊາ​ການ​ທະ​ຫານ​ທີ່​ ຢຶດ​ຄອງ​ພາກ​ຕາ​ເວັນ​ເວັນ​ອອກ​ຂອງ​ລີ​ເບຍ ກຳ​ລັງໄປເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ລີ​ເບຍ ຢູ່​ທຳ​ນຽບ Elysee ໃນ​ນະ​ຄອນປາ​ຣີຂອງ​ຝ​ຣັ່ງ, ວັນ​ທີ 29 ພຶດ​ສະ​ພາ, 2018 (ຖ່າຍ​ໂດຍ Philippe Wojazer)

ກຳ​ລັງ​ທະ​ຫານ​ຈາກ​ພາກຕາ​ເວັນ​ອອກ​ຂອງ​ລີ​ເບຍ ​ທີ່​ນຳ​ພາ​ໂດຍ​ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ (Khalifa Haftar) ປະ​ຕິ​ເສດ​ຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ເທີ​ກີ​ກັບຣັດ​ເຊຍ​ທີ່ ໃຫ້​ເລີ້ມ​ທຳ​ການ​ຢຸດ​ຍິງ​ໃນ​ວັນ​ອ​າ​ທິດ​ຈະ​ມາ​ເຖິງນີ້.

ກອງ​ທັບ​ແຫ່ງ​ຊາດ​ລີ​ເບຍ ​ຂອງທ່ານຮັ​ຟ​ຕາ ໄດ້​ອອ​ກ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ເວົ້າ​ວ່າ​ ເຖິງ​ແມ່ນ​ວ່າ​ຕົນ​ຈະສັນ​ລະ​ເສີນການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງພວກ​ເຂົາ​ເຈົ້າ​ໃນ​ການ "ສະ​ແຫວງ​ຫາ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ" ຢູ່​ກໍ​ຕາມ ຕົນ​ຈະສືບ​ຕໍ່ທຳ​ສົງ​ຄາມຕໍ່ "ກຸ່ມກໍ່​ການ​ຮ້າຍ​ຕ່າງໆ," ຊຶ່ງ​ໝາຍ​ເຖິງ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອ​ນ​ຫລວງຕ​ຣີ​ໂ​ປ​ລີ (Tripoli).

ລັດ​ຖະ​ບານ​ທີ່ຕັ້ງ​ຢູ່​ໃນຕ​ຣີ​ໂ​ປ​ລີ (Tripoli) ທີ່​ນຳ​ພາ​ໂດຍນາ​ຍົກ​ລັດ​ຖະ​ມົນ​ຕີ ຟາ​ເຢ​ສ ຊາ​ຣາ​ຊ (Fayez Sarraj) ເວົ້າ​ວ່າ ຕົນ​ມີ​ຄວາມ​ຍິນ​ດີ​ຕໍ່​ການ​ຢຸດ​ຍິງໄປ​ຄຽງ​ຄູ່​ກັບ "ການ​ດຳ​ເນີນ​ຂັ້ນ​ຕອນ​ທາງ​ການ​ເມືອງ​ຄືນ​ອີກ ແລະ​ກຳ​ຈັດຄວາມ ຢ້ານ​ກົວ​ຂອງ​ສົງ​ຄາມໃຫ້​ໝົດ​ໄປ."

ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດິ​ເມຍ ປູ​ຕິນ​ຂອງ​ຣັດ​ເຊ​ຍ ແລະ​ປະ​ທາ​ນາ​ທິ​ບໍ​ດີ ຣີ​ເຊັບ ຕາ​ຢິບ ເອີ​ດູ​ອານ (Recep Tayyip Erdogan) ຂອງ​ເທີ​ກີ​ ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ຮ່ວມ​ ໃນ​ຕົ້ນອາ​ທິດນີ້ວ່າ "ການ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ໂດຍ​ໃຊ້​ການ​ທະ​ຫານ ຕໍ່​ຄວາມ​ຂັດ​ແຍ້ງ​ຢູ່​ໃນ​ລີ​ເບຍ ມີ​ແຕ່​ຈະ​ເຮັດ​ໃຫ້​ເກີດ​ຄວາມລຳ​ບາກ ແລະ​ເຮັດ​ໃຫ້ຊາວ​ລີ​ເບຍແຕກ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງ​ຂຶ້ນ​ໄປ​ອີກ. ສະ​ພາບ​ການ​ທີ່ຊຸດ​ໂຊມ​ລົງ​ ຢູ່​ໃນ​ລີ​ເບຍ​ກຳ​ລັງບ່ອນ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ ແລະ​ສະ​ຖຽນ​ລະ​ພາບ​ຂອງ ປະ​ເທດ​ເພື່ອນ​ບ້ານຂອງ​ລີ​ເບຍຢູ່​ໃນ​ເຂດທີ່ກວ້າງ​ຂວາງ​ຂຶ້ນ, ຢູ່​ທົ່ວ​ທັງ​ຂົງ​ເຂດ​ທະ​ເລ​ເມ​ດີ​ແຕ​ຣາ​ເນ ນັບ​ທັງ​ທະ​ວີບ​ອາ​ຟ​ຣິ​ກາ​ອີກ​ດ້ວຍ."

ລັດ​ຖະ​ບານທີ່​ເປັນ​ປໍ​ລະ​ປັກກັນ​ທີ່​ນຳ​ພາ​ໂດຍ​ທ່ານ ຮັ​ຟ​ຕາ (Haftar) ແລະ​ທ່ານ ຊາ​ຣາ​ຊ (Sarraj) ກຳ​ລັງ​ສູ້​ຢັນ​ກັນ​ເພື່ອຄວບ​ຄຸມ​ເອົາ​ລີ​ເບຍໃຫ້​ໄດ້. ກຳ​ລັງ​ທະ​ຫານ​ຂອງ​ທ່ານຮັ​ຟ​ຕາ (Haftar) ໄດ້​ຍຶດ​ເອົາ​ເມືອງເຊີ​ເຕ, ເມືອງ​ທ່າ​ເຮືອ​ສຳ​ຄັນ​ແຫ່ງ​ນຶ່ງ​ຂອງ​ເຂດ​ທະ​ເລ​ເມ​ດີ​ແຕ​ຣາ​ເນ ໃນ​ຕົ້ນ​ອາ​ທິດນີ້, ແຕ່​ວ່າການ​ສູ້​ລົບ​ເພື່ອ​ຍາ​ດ​ເອົາ​ນະ​ຄອນ​ຫລວງ​ຕ​ຣີ​ໂປ​ລີ ກໍ​ໄດ້​ຖືກຢຸດ​ສະ​ງັກ​ລົງ ນັບ​ແຕ່​ເດືອນ​ເມ​ສາແລ້ວນີ້ ​ເປັນ​ຕົ້ນ​ມາ ໂດຍ​ທີ່​ມີ​ພົນ​ລ​ະ​ເຮືອນຫລາຍ​ພັນ​ຄົນ ໄດ້​ຕົກ​ໄປ​ຢູ່​ໃນ​ສະ​ພາບ​ທີ່​ຢູ່ກາງ​ການ​ຂັດ​ແຍ້ງ​ກັນດັ່ງ​ກ່າວນີ້.

ຣັດ​ເຊຍ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ກຳ​ລັງ​ທະ​ຫານ​ຂອງ​ທ່ານ ຮັ​ຟ​ຕາ ໃນ​ຂະ​ນະ​ທີ່​ເທີ​ກີ ໄດ້​ເລີ້ມ​ສົ່ງ​ທະ​ຫານ​ໄປ​ປະ​ຈຳ​ຢູ່​ໃນ​ລີ​ເບຍ ເພື່ອ​ໃຫ້​ການ​ໜູນ​ຫລັງ​ແກ່​ທ່ານ ຊາ​ຣາ​ຊ (Sarraj).

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ໄຮ​ໂກ ມາ​ຊ (Heiko Maas) ກຳ​ລັງ​ເຕືອນວ່າ​ໃຫ້​ທຸກ​ຝ່າຍຄັດ​ຄ້ານ​ຕໍ່ການ​ທີ່​ປ່ອຍ​ໃຫ້ລີ​ເບຍ​ກາຍ​ເປັນ "ຊີ​ເຣຍທີ 2," ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ເກືອດ​ຫ້າມການ​ໃຊ້​ອາ​ວຸດ ແລະ​ໃຫ້​ມີ​ການ​ແກ້​ໄຂໂດຍ​ທາງ​ການ​ເມືອງ.

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG