ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ສ​ຫລ ຄາດ​ວ່າ ຈະ​ຮັບ​ຜ່ານ ຍັດ​ຕິ ຈຳ​ກັດ ການ​ປະ​ຕິ​ບັດ​ງານ ທາງ​ທະ​ຫານ ຕໍ່​ອີ​ຣ່ານ


ປະ​ທານ​ສະ​ພາ​ຕ່ຳ ສ​ຫລ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຕອບ​ຄຳ​ຖາມ​ພວກ​ນັກ​ຂ່າວ ຫຼັງ​ຈາກ​ການ​ປະ​ຊຸມ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ເມື່ອ​ວັນ​ທີ 8 ມັງ​ກອນ 2020. REUTERS/Leah Millis
ປະ​ທານ​ສະ​ພາ​ຕ່ຳ ສ​ຫລ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຕອບ​ຄຳ​ຖາມ​ພວກ​ນັກ​ຂ່າວ ຫຼັງ​ຈາກ​ການ​ປະ​ຊຸມ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ເມື່ອ​ວັນ​ທີ 8 ມັງ​ກອນ 2020. REUTERS/Leah Millis

ເປັນ​ທີ່​ຄາດ​ກັນ​ວ່າ ສະ​ພາ​ຕ່ຳ​ສະ​ຫະ​ລັດ​ຈະ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຍັດ​ຕິ​ສະ​ບັບ​ນຶ່ງ​ໃນ​ວັນ​ພະ​ຫັດ​ມື້ນີ້ ສັ່ງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ​ ທ​ຣຳ ບໍ່​ໃຫ້​ໃຊ້​ກຳ​ລັງ​ທະ​ຫານ​ທີ່​ພົວ​ພັນ​ກັບ​ການ​ເປັນ​ປໍ​ລະ​ປັກ​ກັບ​ອີຣ່ານ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດໄດ້​ປະ​ກາດ​ກ່ຽວ​ກັບການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຕ້ອງ​ຕິລັດ​ຖະ​ບານ​ປະ​ທານາ​ທິ​ບໍ​ດີ​ທ​ຣຳ ທີ່​ໄດ້​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ອາ​ທິດ​ແລ້ວ ຊຶ່ງ​ໄດ້​ສັງ​ຫານ​ຜູ້​ບັນ​ຊາການ​ກຳ​ລັງ​ອາ​ລ​ກຸດ​ຂອງ​ອີ​ຣ່ານ ທ່ານ​ກາ​ສ​ເຊັມ ຊູ​ເລ​ມາ​ນີ ໂດຍ​ບໍ່​ໄດ້​ປຶກ​ສາ​ຫາລື​ກັບ​ລັດ​ຖະ​ສະ​ພາ.

ທ່ານ​ນາງ​ເອີ້ນ​ການ​ໂຈມ​ຕີ​ທາງ​ອາ​ກາດນັ້ນ​ວ່າ ເປັນການ​ກະ​ທຳ “​ທີ່​ທ້າ​ທາຍ​ແລະ​ບໍ່​ສົມ​ສ່ວນ” ທີ່​ເຮັດ​ໃຫ້​ທະ​ຫານ​ແລະ​ນັກ​ການ​ທູດ​ສະ​ຫະ​ລັດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.”

ຍັດ​ຕິ​ດັ່ງ​ກ່າວ​ ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ຍຸ​ຕິ​ການ​ໃຊ້​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດຕໍ່​ອີ​ຣ່ານ ນອກ​ຈາກວ່າ​ລັດ​ຖະ​ສະ​ພາ​ໄດ້​ປະ​ກາດ​ສົງ​ຄາມ ຫຼື​ໃຫ້​ການ​ອະ​ນຸ​ມັດ ຫຼືນອກ​ຈາກວ່າ ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ດັ່ງ​ກ່າວ​ມີ​ຄວາມ​ຈຳ​ເປັນເພື່ອ​ປ້ອງກັນ​ການ​ໂຈມ​ຕີ​ທີ່​ພວມ​ຈະ​ເກີດ​ຂຶ້ນ​ຕໍ່​ສະ​ຫະ​ລັດ ດິນ​ແດນ ຫຼື​ກຳ​ລັງ​ທະ​ຫານ​ຂອງຕົນ.

ທ່ານ​ນາງ​ເພ​ໂລ​ຊີ​ກ່າວ​ວ່າ “ລັດ​ຖະ​ບານ​ຕ້ອງ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ລັດ​ຖະ​ສະ​ພາລ່ວງ​ໜ້າ ກ່ຽວ​ກັບ​ຍຸດ​ທະ​ສາດ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ໃນ​ທັນ​ທີ ຢ່າງ​ມີ​ປະ​ສິດ​ທິຜົນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຕື່ມ​ອີກ. ອາ​ເມ​ຣິ​ກາ ແລະ​ໂລກ​ຂອງເຮົາບໍ່​ຕ້ອງ​ການ​ສົງ​ຄາມ.”

ຍ້ອນ​ພັກ​ເດ​ໂມ​ແຄ​ຣັດ​ເປັນ​ຜູ້​ຄວບ​ຄຸມ​ສະ​ພາ​ຕ່ຳ ດັ່ງ​ນັ້ນ​ຈຶ່ງ​ຄາດ​ວ່າ​ມາດ​ຕະ​ການນີ້ ຈະ​ມີ​ການ​ຮັບ​ຜ່ານ​ຢ່າງ​ງ່າຍ​ດາຍ. ສ່ວນ​ຊະ​ຕາ​ກຳ​ຂອງ​ມາດ​ຕະ​ການ​ດັ່ງ​ກ່າວຢູ່​ໃນ​ສະ​ພາ​ສູງ ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ຄວບ​ຄຸມນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ.

ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ລັດ​ຖະ​ບານ​ສະ​ຫະ​ລັດຮວມ​ທັງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານມາກ ແອັ​ສ​ເປີ ແລະ​ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ຊີ​ໄອ​ເອ ທ່ານ​ນາງ​ຈີ​ນາ ຮາ​ສ​ແພ​ລ ໄດ້​ພາ​ກັນ​ໄປ​ລັດ​ຖະ​ສະ​ພາ​ໃນ​ວັນ​ພຸດ​ວານນີ້ ເພື່ອ​ລາຍ​ງານ​ໃຫ້​ບັນ​ດາ​ສະ​ມາ​ຊິກສະ​ພາ​ຕ່ຳ ແລະ​ສະ​ພາ​ສູງ​ຊາບ ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ ທຳ​ການ​ໂຈມ​ຕີ​ທາງ​ອາອາ​ກາດ ທີ່​ໄດ້​ສັງ​ຫານ​ທ່ານ​ຊູ​ເລ​ມາ​ນາ.ງ

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍ​ໆ​ຄົນໄດ້​ພາ​ກັນ​ຕ້ອງ​ຕິ​ກອງ​ປະ​ຊຸມ​ສະ​ພາ​ດັ່ງ​ກ່າວ ທີ່​ບໍ່​ໄດ້​ໃຫ້​ເຫດ​ຜົນ​ພຽງ​ພໍໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ. ແຕ່​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG