ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ພັນ​ຄົນ ຢູ່​ນະ​ຄອນ​ຫຼວງແບັກ​ແດດ ໄວ້​ທຸກ​ໃຫ້ ​ນາຍ​ພົນ​ອີ​ຣ່ານ ທີ່​ຖືກ ສ​ຫລ ຂ້າ​ຕາຍ


ພວກ​ໄວ້​ທຸກ​ຫຼາຍ​ພັນ​ຄົນ ຫ້ອມ​​ອ້ອມ​ລົດ ທີ່​ບັນ​ທຸກ​ສົບ ນາຍ​ພົນ​ກາ​ສ​ແຊມ ຊູ​ເລ​ມາ​ນີ ແລະ​ທ່ານ​ອາ​ບູ ມາ​ດີ ອາ​ລ-ມູ​ຮານ​ດິ​ສ ຜູ້​ນຳ​ທະ​ຫານ​ບ້ານ​ທີ່​ອີ​ຣ່ານ​ໜຸນ​ຫຼັງ ທີ່​ໄດ້​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ ເມື່ອ​ວັນ​ສຸ​ກວານນີ້.
ພວກ​ໄວ້​ທຸກ​ຫຼາຍ​ພັນ​ຄົນ ຫ້ອມ​​ອ້ອມ​ລົດ ທີ່​ບັນ​ທຸກ​ສົບ ນາຍ​ພົນ​ກາ​ສ​ແຊມ ຊູ​ເລ​ມາ​ນີ ແລະ​ທ່ານ​ອາ​ບູ ມາ​ດີ ອາ​ລ-ມູ​ຮານ​ດິ​ສ ຜູ້​ນຳ​ທະ​ຫານ​ບ້ານ​ທີ່​ອີ​ຣ່ານ​ໜຸນ​ຫຼັງ ທີ່​ໄດ້​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ ເມື່ອ​ວັນ​ສຸ​ກວານນີ້.

ພວກ​ໄວ້​ທຸກ​ຈຳ​ນວນ​ຫຼາຍ​ພັນ​ຄົນ ເຂົ້າ​ແຖວ​ຍາວ​ຢຽດ​ຢູ່ຕາມ​ຫົນ​ທາງ​ໃນ​ນະ​ຄອນ​ຫຼວງ​ແບັກ​ແດດ ໃນ​ວັນ​ເສົາ​ມື້ນີ້ ເພື່ອ​ເຂົ້າ​ຮ່ວມ​ຂະ​ບວນ​ແຫ່ ໃນ​ພິ​ທີ​ສົ່ງ​ສະ​ການ​ໃຫ້​ແກ່​ນາຍ​ພົນ​ກາ​ສ​ແຊມ ຊູ​ເລ​ມານີ ຜູ້​ບັນ​ຊາ​ການ​ທະ​ຫານ​ອີ​ຣ່ານ ແລະ​ນາຍ​ທະຫານ​ອີ​ຣັກ​ ຫຼາຍໆ​ຄົນ ທີ່​ເສຍ​ຊີ​ວິດ​ໃນ​ວັນ​ສຸກ ວານນີ້ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດຂອງ​ສະ​ຫະ​ລັດ ທີ່​ສະ​ໜາມ​ບິນ​ນະ​ຄອນ​ຫຼວງ​ແບັກ​ແດດ.

ທ່ານ​ຊູ​ເລ​ມານີແມ່ນ​ເປົ້າ​ໝາຍ ໃນ​ຄຳ​ສັ່ງ​ການ​ໂຈມ​ຕີ​ທາງ​ອາ​ກາດ​ດັ່ງ​ກ່າວ​ຂອງ​ສະ​ຫະ​ລັດ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ ກ່າວ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ເພື່ອ​ຍຸ​ຕິ​ການ​ໂຈມ​ຕີ​ທີ່​ພວມ​ຈະ​ເກີດ​ຂຶ້ນ ຊຶ່ງ​ທ່ານ​ເວົ້າ​ວ່າ ຊູ​ເລ​ມາ​ນີ​ພວມ​ວາງ​ແຜນ​ທີ່​ຈະ​ກໍ່​ການ​ຕໍ່​ຊາວ​ອາ​ເມ​ຣິ​ກັນ​ຢູ່​ໃນ​ຂົງ​ເຂດ.

ພວກ​ໄວ້​ທຸກ​ຫຼາຍໆ​ຄົນ​ໃນ​ວັນ​ເສົາ​ມື້ນີ້ ແມ່ນ​ນຸ່ງ​ຫົ່ມ​ເຄື່ອງ​ສີ​ດຳ ແລະ​ຖືທຸງ​ຊາດ​ອີ​ຣັກ ແລະ​ທຸງ ກອງ​ກຳ​ລັງ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ. ບາງ​ຄົນ​ພາ​ກັນ​ຮ້ອງ​ຂຶ້ນ​ວ່າ “ຄວາມ​ຕາຍ​ຈົ່ງ​ເປັນ​ຂອງ​ອາ​ເມ​ຣິ​ກາ.”

ອີ​ຣ່ານ​ສັນ​ຍາ​ວ່າ ຕົນ​ຈະ​ທຳ​ການ​ຕອບ​ໂຕ້​ຄືນ ຊຶ່ງ​ພວກ​ຜູ້​ນຳ​ຂອງ​ໂລກທີ່​ມີ​ຄວາມ​ຢ້ານ​ກົວ​ວ່າ ​ຈະ​ເກີດ​ສົງ​ຄາມ​ຢູ່​ໃນ​ຂົງ​ເຂດນັ້ນ ​ຈຶ່ງ​ພາ​ກັນຮຽກ​ຮ້ອງ​ໃຫ້​ໃຊ້​ຄວາມ​ຢັບ​ຢັ້ງ.

ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານ​ໄດ້​ສັ່ງ​ໃ​ຫ້​ທຳ​ການ​ໂຈມ​ຕີ່​ເພື່ອ “ຢຸດ​ເຊົາ​ສົງ​ຄາມ” ທ່ານ​ກ່າວ​ວ່າ ການ​ກະ​ທຳ​ດັ່ງ​ກ່າວ ບໍ່​ແມ່ນ​ເພື່ອ​ຈະ “ເລີ້ມ​ສົງ​ຄາມ.”

ສະ​ຫະ​ລັດ​ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ທີ່​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕື່ມ​ອີກ ຫຼັງ​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ສຸກວານນີ້ ທີ່​ໄດ້​ສັງ​ຫານ​ທ່ານ​ຊຸ​ເລ​ມານີ້ນັ້ນ.

ສະ​ຫະ​ລັດ​ໄດ້​ປິດ​ສະ​ຖານ​ທູດ​ຂອງ​ຕົນ​ທີ່​ນະ​ຄອນ​ຫຼວງ​ແບັກ​ແດດ ແລະ​ສັ່ງ​ໃຫ້​ປະ​ຊາ​ຊົນ​ຂອງ​ຕົນ​ອອກ​ເດີນ​ທາງ​ຈາກ​ປະ​ເທດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG