ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ເນ​ຕັນ​ຢາ​ຮູ ກ່າວ​ອ້າງວ່າ 'ໄດ້​ຮັບ​ໄຊ​ຊະ​ນະ​ຄັ້ງ​ໃຫຍ່' ໃນ​ການ​ແຂ່ງ​ຂັນ ເປັນ​ຜູ້​ນຳ​ພັກ​ລີ​ຄູດ


ຮູບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ທີ່​ເຈ​ຣູ​ຊາ​ແລັມ ເມື່ອ​ວັນ​ທີ 17 ພະ​ຈິກ 2019 ແລະ​ທ່ານ​​ກີ​ດຽນ ຊາ ສະ​ມາ​ຊິກ​ພັກ​ລີ​ຄູດ ທີ່​ກ່າວ​ຄຳ​ປາ​ໄສ ຢູ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ເມື່ອ​ວັນ​ທີ 16 ພະ​ຈິກ 2010.
ຮູບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ທີ່​ເຈ​ຣູ​ຊາ​ແລັມ ເມື່ອ​ວັນ​ທີ 17 ພະ​ຈິກ 2019 ແລະ​ທ່ານ​​ກີ​ດຽນ ຊາ ສະ​ມາ​ຊິກ​ພັກ​ລີ​ຄູດ ທີ່​ກ່າວ​ຄຳ​ປາ​ໄສ ຢູ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ເມື່ອ​ວັນ​ທີ 16 ພະ​ຈິກ 2010.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້ຮັບ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ໄຊ​ຊະ​ນະ​ຄັ້ງ​ໃຫຍ່” ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໃນ​ວັນ​ພະ​ຫັດ​ວານນີ້ ​ເພື່ອເປັນ​ຜູ້​ນຳ​ຂອງ​ພັກ​ລີ​ຄູດ ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ.

​ຜົນ​ການ​ນັບ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ​ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ເນ​ຕັນ​ຢາ​ຮູ​ໄດ້​ຮັບຄະ​ແນນຈາກ​ຜູ້ມີ​ສິດປ່ອນ​ບັດ​ທັງ​ໝົດຂອງ​ພັກ​ລີ​ຄູດ 72 ເປີ​ເຊັນ ໃນ​ຂະ​ນະ​ທີ່​ຜູ້​ທ້າ​ທາຍທ່ານ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ ແລະ​ກະ​ຊວງ​ສຶກ​ສາ ​ທ່ານກິ​ດຽນ ຊາ ໄດ້​ຮັບ 28 ເປີ​ເຊັນ.

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ທີ່​ໄປ​ປ່ອນ​ບັດ​ມີ​ບໍ່​ຮອດ 50 ເປີ​ເຊັນ ຍ້ອນ​ສະ​ພາບ​ອາ​ກາດ​ບໍ່​ດີ ເຮັດ​ໃຫ້​ຫຼາຍໆ​ຄົນ​ພາ​ກັນ​ຢູ່​ເຮືອນ ບໍ່​ໄປ​ປ່ອນ​ບັດ.

ການ​ໄດ້​ຮັບ​ໄຊ​ຊະ​ນະ​ດັ່ງ​ກ່າວ​ແມ່ນ​ຄ້ຳ​ປະ​ກັນ​ວ່າ​ທ່ານ​ເນ​ຕັນ​ຢາ​ຮູ​ຈະ​ສືບ​ຕໍ່​ເປັນ​ຜູ້​ນຳ​ພາ​ພັກ​ຝ່າຍ​ຂວາ​ລີ​ຄູດ ແລະ​ຈະ​ເປັນ​ຜູ້​ສະ​ໝັກ​ຂອງ​ພັກ ໃນ​ການ​ເລືອກ​ຕັ້ງ​ທົ່ວໄປ​ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາ​ຈະ​ມານີ້.

ທ່ານ​ເນ​ຕັນ​ຢາ​ຮູ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ຂໍ​ຂອບ​ໃຈສະ​ມາ​ຊິກ​ພັກ​ລີ​ຄູດໃນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ການ​ສະ​ໜັບ​ສະ​ໜຸນແລະ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຈະ​ນຳ​ພາ​ພັກ​ລີ​ຄູດ​ໄປ​ສູ່​ໄຊ​ຊະ​ນະ​ຄັ້ງ​ໃຫຍ່ ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຈະ​ມາ​ແລະຈະ​ສືບ​ຕໍ່​ນຳ​ພາ​ປະ​ເທດ​ອິ​ສ​ຣາ​ແອ​ລ​ໄປ​ສູ່​ການ​ບັນ​ລຸ​ຄວາມ​ສຳ​ເລັດ​ທີ່ບໍ່​ໜ້າ​ເຊື່ອ.”

ທ່ານ​ຊາ ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ນຳ​ທ່ານ​ເນ​ຕັນ​ຢາ​ຮູ ແລະ​ເວົ້າ​ວ່າ ທ່ານ​ຈະ​ໃຫ້ການສະ​ໜັບ​ສະ​ໜຸນ ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຈະ​ມາ. ທ່ານ​ບໍ່​ໄດ້​ປາ​ກົດ​ວ່າ​ມີ​ຄວາມ​ເສຍ​ໃຈ​ແຕ່​ຢ່າງ​ໃດ ໃນ​ການ​ເສຍ​ໄຊ​ດ້ວຍ​ຄະ​ແນນ​ສຽງ​ຢ່າງຫຼວງ​ຫຼາຍນັ້ນ.

ທ່ານ​ຊາ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ ແນ່ນອນ ຮູ້​ສຶກ​ສະ​ບາຍ​ໃຈ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ລົງ​ສະ​ໝັກ​ແຂ່ງ​ຂັນ. ຜູ້​ໃດ​ກໍ​ຕາມ​ທີ່​ຍັງ​ບໍ່​ພ້ອມ ເພື່ອ​ຮັບ​ເອົາ​ຄວາມ​ສ່ຽງ​ຢູ່​ໃນເສັ້ນ​ທາງ​ທີ່​ຜູ້​ກ່ຽວ​ເຊື່​ອ​ໝັ້ນ​ນັ້ນ ຈະ​ບໍ່​ໄດ້​ຮັບ​ໄຊ​ຊະ​ນະ​ຈັກ​ເທື່ອ.”

ພວກ​ນັກ​ວິ​ເຄາະ​ອິ​ສ​ຣາ​ແອ​ລ ກ່າວ​ວ່າ ສະ​ມາ​ຊິກ​ຂອງ​ພັກ​ລີ​ຄູດຫຼາຍໆ​ຄົນ ແມ່ນ​ຮູ້​ສຶກ​ເມື່ອຍກັບ​ທ່ານ​ເນ​ຕັນ​ຢາ​ຮູ ທີ່​ໄດ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ໄດ້ 10 ປີແລ້ວ ແຕ່​ພວກ​ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ ໂດຍ​ທົ່ວ​ໄປ ​ທ່ານ​ຍັງ​ມີ​ຄວາມ​ນິ​ຍົມ​ສູງ​ຢູ່​ພາຍ​ໃນ​ພັກ​ແລະ​ກໍ​ບໍ່​ໄດ້​ເປັນ​ທີ່​ແປກ​ໃຈ​ຫຍັງ​ເລີຍ ທີ່​ທ່ານ​ເປັນ​ຜູ້​ຊະ​ນະ.

ທ່ານ​ເນ​ຕັນ​ຢາ​ຮູ​ທີ່​ພວມດີ້ນ​ຮົນ​ໄດ້​ສູ້​ຊົນ​ເພື່ອ​ຊີ​ວິດ​ທາງ​ດ້ານ​ການ​ເມືອງ​ຂອງ​ທ່ານ​ມາ​ໄດ້​ເກືອບ​ນຶ່ງ​ປີ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG