ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ປູ​ຕິນ ສະ​ແດງ​ຄວາມ​ເຫັນ ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ ປ. ທ​ຣຳ ແລະ​ໃຫ້​ຮ່ອງ​ຮອຍ ທີ່​ຈະ​ກຳ​ອຳ​ນາດ​ຕໍ່​ໄປ


ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ​ຖະ​ແຫຼງ​ຂ່າວ ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 19 ທັນ​ວາ 2019.
(Photo by Alexander NEMENOV / AFP)
ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ​ຖະ​ແຫຼງ​ຂ່າວ ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 19 ທັນ​ວາ 2019. (Photo by Alexander NEMENOV / AFP)

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫ​ລງ​ຂ່າວ​ປະ​ຈຳ​ປີ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ພະ​ຫັດ​ວານນີ້ ເປັນ​ເວ​ລາ​ດົນ​ກວ່​າ 4 ຊົ່ວ​ໂມງ ຊຶ່ງ​ທ່ານ​ໄດ້​ກ່າວ​ໂຈມ​ຕີ​ການ​ຊຸກ​ຍູ້​ໃຫ້​ມີ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ການ​ສະ​ເໜີ​ແນະ ໃຫ້​ມີ​ການ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຣັດ​ເຊ​ຍ​ທີ່ອາດ​ຈະ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຕໍ່​ອາ​ຍຸ ໃນ​ການ​ກຳ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປູຕິນ​ອອກ​ໄປ​ຕື່ມ​ອີກເວ​ລາ​ກຳ​ນົດ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ໃນ​ປັດ​ຈຸ​ບັນ​ສິ້ນ​ສຸດ​ລົງ
ໃນ​ປີ 2024.

ກອງ​ປະ​ຊຸມ​ປະ​ຈຳ​ປີ ຊຶ່ງ​ໃນ​ປີນີ້ແມ່ນ​ປີ​ທີ 15 ນັ້ນ ​ດົນ​ນານ​ມາ​ແລ້ວ​ໄດ້​ປ່ຽນ​ພາບ​ພົດ​ຂອງ​ທ່ານ​ປູ​ຕິນ​ວ່າ ​ເປັນ​ຜູ້​ນຳ​ທີ່​ຂາດ​ບໍ່​ໄດ້​ ຂອງ​ປະ​ເທດ. ຜູ້​ນຳ​ຂອງ​ຣັດ​ເຊຍກ່າວ​ເຖິງແບບ​ສະ​ບາຍໆໃນເລື້ອງເງິນ​ເດືອນ​ຂອງ​ພວກ​ທ່ານ​ໝໍໃນ​ເຂດ​ທີ່​ສອກຫຼີກ​ຫ່າງ​ໄກ​ຂອງ​ຣັດ​ເຊຍ ຄື​ກັນ​ກັບ​ການ​ເວົ້າ​ເຖິງ ​ເຫດ​ການ​ທີ່​ສຳ​ຄັນ​ຕ່າງໆ​ຂອງ​ໂລກ.

ການ​ຖະ​ແຫຼງ​ຂ່າວ​ໃນ​ປີນີ້ ມີ​ຂຶ້ນ​ນຶ່ງມື້​ຫຼັງ​ຈາກ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຊຶ່ງ​ເປັນ​ຄັ້ງ​ທີ 3 ໃນ​ປະ​ຫວັດ​ສາດ​ສະ​ຫະ​ລັດ ທີ່​ຜູ້​ນຳ​ຂອງ​ອາ​ເມ​ຣິ​ກັນ​ໄດ້ຖືກ​ຟ້ອງ​ຢ່າງ​ເປັນ​ທາງ​ການ​ໂດຍ​ລັດ​ຖະ​ສະ​ພາ.

ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ໃນ​ອັນ​ທີ່​ທ່ານ​ປູ​ຕິນ​ອາດ​ເວົ້າ​ເຖິງ​ກ່ຽວ​ກັບ​ຂັ້ນ​ຕອນ​ທີ່​ໄດ້​ກ່າວ​ຫາ​ຣັດ​ເຊຍ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ນັ້ນແລະ​ການ​ສົມ​ຮູ້​ຮ່ວມ​ຄິດ

ທີ່​ບໍ່​ສາ​ມາດພິ​ສູດ​ໄດ້ ໃນ​ການ​ແຊກ​ແຊງ​ຂອງ​ຢູ​ເຄ​ຣນ ຊຶ່ງ​ເປັນ​ເພື່ອນ​ບ້ານ​ຂອງ​ຣັດ​ເຊຍ ເຂົ້າ​ໃນ​ການ​ເມືອງ​ຂອງ​ສະ​ຫະ​ລັດ ຊຶ່ງ​ຢູ່​ພາຍ​ໃຕ້​ການກວດ​ກາ​ຢ່າງ​ຂຸ້ນ​ຂ້ຽວ​ໃນ​ວໍ​ຊິງ​ຕັນ.

ແຕ່​ຢ່າງວ່ອງ​ໄວ ທ່ານ​ປູ​ຕິນ​ປາ​ກົດ​ວ່າ ໄດ້​ສະ​ທ້ອນ​ໃຫ້​ເຫັນ​ຄຳ​ຖະ​ແຫຼງ​ຂອງ​ທຳ​ນຽບ​ຂາວ​ທີ່​ໂຕ້​ແຍ້ງວ່າ ຂັ້ນ​ຕອນ​ໃນ​ການ​ຟ້ອງ​ຮ້ອງ ແມ່ນ​ແຜນ​ການ​ຫຼອກ​ລວງ​ທີ່ລິ​ເລີ້ມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ເພື່ອ “ເຫດ​ຜົນ​ໃນ​ການ​ເສກ​ສັນ​ປັ້ນ​ແຕ່ງ ​ຢ່າງ​ສິ້ນ​ເຊີງ.”

ທ່ານ​ປູ​ຕິນ​ກ່າວ​ວ່າ “ນີ້​ແມ່ນ​ບໍ່​ມີ​ຫຍັງ​ເລີຍ ແຕ່​ເປັນ​ການ​ສືບ​ຕໍ່​ໃນ​ການ​ຕໍ່​ສູ້​ທາງ​ດ້ານ​ການ​ເມືອງ​ພາຍ​ໃນ ໂດຍ​ທີ່​ພັກ​ສູນ​ເສຍ​ການ​ເລືອກ​ຕັ້ງ ຄື​ພັກ​ເດ​ໂມ​ແຄ​ຣັດ ພະ​ຍາ​ຍາມ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ຕົນ ດ້ວຍ​ວິ​ທີ​ທີ່​ແຕກ​ຕ່າງ​ອອກ​ໄປ.”

​ຜູ້​ນຳ​ຂອງ​ຣັດ​ເຊຍ ​ກ່າວ​ວ່າ ພັກ​ເດ​ໂມ​ແຄ​ຣັດໄດ້​ພະ​ຍາ​ຍາມ​ທີ່​ຈະ​ຕ່າວ​ປີ້ນ​ຜົນ ການ​ເລືອກ​ຕັ້ງ​ປີ 2016 ດ້ວຍ​ການ​ສືບ​ສວນ​ ໃນ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ. ທ່ານ​ກ່າວ​ຕື່ມ​ວ່າ ຍ້ອນບໍ່​ສາ​ມາດ​ເຮັດ​ແບບນັ້​ນ​ໄດ້ “ເວ​ລານີ້​ມັນ​ແມ່ນ​ຊ່ວງ​ຂອງ​ຢູ​ເຄ​ຣນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG