ສະພາຕ່ຳສະຫະລັດ ໄດ້ລົງຄະແນນສຽງ ຟ້ອງຮ້ອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນແລງວັນພຸດ ໂດຍກ່າວຫາທ່ານວ່າ ໃຊ້ອຳນາດປະທານາທິບໍດີໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອສ້າງຜົນປະໂຫຍດທາງດ້ານການເມືອງໃຫ້ແກ່ທ່ານ ແລະຫຼັງຈາກນັ້ນກໍໄດ້ຂັດຂວາງຄວາມພະຍາຍາມຂອງລັດຖະສະພາທີ່ຈະສືບສວນເບິ່ງການກະທຳຂອງທ່ານ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຂັ້ນຕອນດັ່ງກ່າວຈະຖືກສົ່ງໄປໃຫ້ສະພາສູງໄວປານໃດ ເພື່ອຈະດຳເນີນຄະດີ ຊຶ່ງມີທ່າທາງວ່າຈະສິ້ນສຸດລົງໂດຍທີ່ປະທານາທິບໍດີຈະຖືກຕັດສິນວ່າ ບໍ່ມີຄວາມຜິດ ຍ້ອນສະມາຊິກພັກຣີພັບບລີກັນ ກຳສຽງສ່ວນຫຼາຍຢູ່ໃນສະພາດັ່ງກ່າວ. ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານມິຕຈ໌ແມັກຄອນແນລກ່າວວ່າ ການດຳເນີນຄະດີ ຈະເປັນບູລິມະສິດອັນດັບນຶ່ງ ໃນເດືອນມັງກອນຈະມາ ແລະທ່ານມີແຜນທີ່ຈະຖະແຫຼງກ່ຽວກັບການຟ້ອງຮ້ອງຢູ່
ທີ່ສະພາສູງໃນຕອນເຊົ້າວັນພະຫັດມື້ນີ້.
ກ່ອນທີ່ຈະພາສູງຈະຮັບເອົາເລື້ອງການດຳເນີນຄະດີ ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ຈະຕ້ອງໄດ້ສົ່ງການຟ້ອງຮ້ອງທັງສອງຂໍ້ໄປໃຫ້ ແລະບໍ່ດົນຫຼັງຈາກໄດ້ມີການລົງຄະແນນສຽງ ຢູ່ທີ່ສະພາຕ່ຳ ໃນແລງວັນພຸດແລ້ວນັ້ນ ທ່ານນາງກໍບໍ່ໄດ້ສະແດງທ່າທີໃຫ້ເຫັນ ກ່ຽວກັບເລື້ອງກຳນົດເວລາ. ທ່ານນາງກ່າວວ່າ ທ່ານນາງຢາກຮູ້ຈັກເລື້ອງກ່ຽວກັບພວກຜູ້ນຳໃນສະພາສູງຫຼາຍຂຶ້ນວ່າພວກທ່ານມີແຜນການທີ່ຈະດຳເນີນຄະດີແບບໃດ ກ່ອນທີ່ທາງສະພາຕ່ຳ ຈະເລືອກເອົາຜູ້ໃດເຮັດໜ້າທີ່ເປັນໄອຍະການ.
ໃນການລົງຄະແນນສຽງທີ່ເກືອບວ່າເປັນໄປຕາມສາຍພັກນັ້ນ ສະພາຕ່ຳທີ່ຄວບຄຸມໂດຍພັກເດໂມແຄຣັດໄດ້ໃຫ້ການອະນຸມັດໃນການຟ້ອງຮ້ອງສອງຂໍ້ຕໍ່ປະທານາທິບໍດີທຣຳ ຊຶ່ງເປັນສະມາຊິກຂອງພັກຣີພັບບລີກັນ ໂດຍເຮັດໃຫ້ທ່ານກາຍເປັນປະທານາທິບໍດີຄົນທີ 3 ຂອງສະຫະລັດ ທີ່ໄດ້ຖືກຟ້ອງ ໃນປະຫວັດສາດ 243 ປີຂອງສະຫະລັດ.
ທຳນຽບຂາວ ໄດ້ອອກຖະແຫຼງການສະບັບນຶ່ງ ບໍ່ດົນຫຼັງຈາກໄດ້ມີການລົງຄະແນນສຽງ ໂດຍເອີ້ນການເຄື່ອນໄຫວດັ່ງກ່າວນີ້ວ່າ “ເປັນການຟ້ອງຮ້ອງທີ່ຫຼອກລວງ” ແລະເປັນຈຸດສຸດຍອດ ຂອງ “ນຶ່ງໃນບົດຕອນທາງການເມືອງທີ່ໜ້າລະອາຍທີ່ສຸດໃນປະຫວັດສາດຂອງປະເທດພວກເຮົາ.”
ຖະແຫຼງການກ່າວຕື່ມວ່າ “ປະທານາທິບໍດີມີຄວາມເຊື່ອໝັ້ນວ່າສະພາສູງຈະຟື້ນຟູຄວາມເປັນລະບຽບຕາມປົກກະຕິ ຄວາມເປັນທຳ ແລະຂະບວນການທາງກົດໝາຍທີ່ຖືກຕ້ອງ ຊຶ່ງທັງໝົດນີ້ແມ່ນບໍ່ໄດ້ມີການເອົາຫົວຊາໃນການດຳເນີນການຂອງສະພາຕ່ຳ. ທ່ານພວມກະກຽມໃນການເອົາບາດກ້າວຂັ້ນຕໍ່ໄປແລະມີຄວາມເຊື່ອໝັ້ນວ່າທ່ານຈະລົບລ້າງຄຳກ່າວຫາໃຫ້ເປັນອິດສະຫຼະໄດ້ຢ່າງເຕັມທີ່.”
ສະພາຕ່ຳໄດ້ອະພິປາຍເຖິງຄວາມຄູ່ຄວນໃນການຟ້ອງຮ້ອງທ່ານທຣຳເປັນເວລາຫຼາຍ ກວ່າ 6 ຊົ່ວໂມງກ່ອນທີ່ຈະມີການລົງຄະແນນສຽງ. ສະມາຊິກພັກເດໂມແຄຣັດແມ່ນຈະແຈ້ງ ສະໜັບສະໜຸນການຟ້ອງຮ້ອງປະທານາທິບໍດີ. ພວກເຂົາເຈົ້າໄດ້ຜັດປ່ຽນກັນ ກັບສະມາຊິກພັກຣີພັບບລີກັນ ຜູ້ທີ່ກ່າວວ່າ ທ່ານທຣຳບໍ່ໄດ້ເຮັດຫຍັງຜິດ ໃນການຊຸກຍູ້ເປັນເວລາຫຼາຍເດືອນໃຫ້ຢູເຄຣນ ສືບສວນຜູ້ທ້າທາຍຄົນສຳຄັນຈາກພັກເດໂມແຄຣັດໃນປີ 2020 ຄືອະດີດຮອງປະທານາທິບໍດີໂຈ ໄບເດັນ ແລະລູກຊາຍທ່ານ ທ່ານຮັນເຕີ້ ໄບເດັນ ທີ່ເຮັດວຽກໃຫ້ແກ່ບໍລິສັດແກັສທຳມະຊາດຂອງຢູເຄຣນ ແລະທິສດີທີ່ມີການພິສູດແລ້ວວ່າບໍ່ມີຄວາມຈິງ ທີ່ວ່າຢູເຄຣນແຊກແຊງເຂົ້າໃນການເລືອກຕັ້ງປີ 2016 ຂອງສະຫະລັດ ທີ່ທ່ານທຣຳໄດ້ຮັບໄຊຊະນະ ດ້ວຍການບ່ອນທຳລາຍຕໍ່ການໂຄສະນາຫາສຽງຂອງທ່ານ.
ທ່ານທຣຳໄດ້ຮ້ອງຂໍໂດຍກົງຕໍ່ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ເພື່ອໃຫ້ສືບສວນທ່ານໄບເດັນ ໃນການໂອ້ລົມທາງໂທລະສັບ ຊຶ່ງໃນເວລານັ້ນທ່ານໂຈະເງິນຊ່ວຍເຫຼືອ ທາງທະຫານ 391 ລ້ານໂດລາໄວ້ ທີ່ກີຢິບຕ້ອງການເປັນທີ່ສຸດ ເພື່ອຊ່ວຍໃນການຕໍ່ສູ້ກັບພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍ ໃນພາກຕາເວັນອອກຂອງປະເທດ. ທ່ານທຣຳໄດ້ປ່ອຍເງິນດັ່ງກ່າວ ໃນເດືອນກັນຍາ ໂດຍທີ່ປະທານາທິບໍດີເຊເລນສກີ ບໍ່ໄດ້ທຳການສືບສວນທ່ານໄບເດັນເລີຍ.
ນຶ່ງໃນສອງຂໍ້ຫາຂອງການຟ້ອງຮ້ອງ ທີ່ໄດ້ຮັບການອະນຸມັດໂດຍສະເພາະຕ່ຳແມ່ນກ່າວຫາທ່ານທຣຳວ່າ ໃຊ້ອຳນາດປະທານາທິບໍດີໄປໃນທາງທີ່ບໍ່ຖືກຕ້ອງ ໂດຍຂໍໃຫ້ລັດຖະບານຕ່າງປະເທດ ຢູເຄຣນ ດຳເນີນການສືບສວນເພື່ອຊ່ວຍທ່ານໃນການລົງສະໝັກແຂ່ງກັບທ່ານໄບເດັນ ຊຶ່ງມີຄະແນນນຳໜ້າໃນການຢັ່ງຫາງສຽງແຫ່ງຊາດຂອງພັກເດໂມແຄຣັດ ເພື່ອໃຫ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າພັກ ສຳລັບແຂ່ງກັບທ່ານທຣຳໃນປີໜ້າ.
ກ່ຽວກັບການຟ້ອງຮ້ອງຂໍ້ທີ 1 ນັ້ນ ການລົງຄະແນນສຽງແມ່ນ 230 ຕໍ່ 197 ຊຶ່ງສະມາຊິກພັກເດໂມແຄຣັດທັງໝົດ ຍົກເວົ້ນ 2 ຄົນ ລົງຄະແນນສຽງໃຫ້ການອະນຸມັດ ແລະສະມາຊິກພັກຣີພັບບລີກັນທັງໝົດ ລົງຄະແນນສຽງຄັດຄ້ານ.
ໃນຂໍ້ຫາຟ້ອງຮ້ອງທີສອງນັ້ນ ກ່າວວ່າ ທ່ານທຣຳໄດ້ຂັດຂວາງລັດຖະສະພາໂດຍກັກບໍ່ໃຫ້ຄະນະສືບສວນຂອງສະພາຕ່ຳໄດ້ຮັບເອກກະສານທີ່ພົວພັນກັບຢູເຄຣນຫຼາຍພັນໜ້າ ແລະຂັດຂວາງບໍ່ໃຫ້ເຈົ້າໜ້າທີ່ຄົນສຳຄັນໆໃນຄະນະລັດຖະບານໄປໃຫ້ການຕໍ່ສະພາ ໃນການຮັບຟັງຄຳໃຫ້ການຂອງຄະນະກຳມະການຕ່າງໆ ທີ່ຄວບຄຸມໂດຍພັກເດໂມແຄຣັດ ທີ່ທຳການສືບສວນທ່ານທຣຳ ກ່ຽວກັບເລື້ອງທີ່ພົວພັນກັບຢູເຄຣນນັ້ນ.
ກ່ຽວກັບການຟ້ອງຮ້ອງຂໍ້ທີ 2 ການລົງຄະແນນສຽງແມ່ນ 229 ຕໍ່ 198 ຊຶ່ງສະມາຊິກພັກເດໂມແຄຣັດທັງໝົດ ຍົກເວັ້ນ 3 ຄົນ ໄດ້ລົງຄະແນນສຽງໃຫ້ການອະນຸມັດແລະສະມາຊິກພັກຣີພັບບລີກັນທັງໝົດ ລົງຄະແນນສຽງຄັດຄ້ານ.