ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍ້ອນ​ການ​ເຈ​ລະ​ຈາ ຢຸດ​ຊະ​ງັກ​ລົງ ເກົາ​ຫຼີ​ເໜືອ ກ່າວ​ວ່າ ສຸດ​ແລ້ວ​ແຕ່ ສ​ຫລ ທີ່​ຈະ​ເລືອກ "ຂອງ​ຂວັນວັນຄ​ຣິ​ສ​ມັ​ສ"


ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​​ຂ່າວ​ ປ. ດໍ​ໂນ​ລ ທ​ຣຳ ແລະ ປ. ມູນ ແຈ ອິນ ແຫ່ງ​ເກົາ​ຫຼີ​ໃຕ້ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານກິມ ຈົງ ອຶນ ພົບ​ປະ​ກັນ​ທີ່​ບ້ານ​ປັນ​ມຸນ​ຈອມ ໃນ​ເຂດ​ປອດ​ທ​ະ​ຫານ ເມື່ອ​ວັນ​ທີ 30 ມິ​ຖຸ​ນາ​ 2019.
ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ພາບ ທີ່​ອອກ​​ຂ່າວ​ ປ. ດໍ​ໂນ​ລ ທ​ຣຳ ແລະ ປ. ມູນ ແຈ ອິນ ແຫ່ງ​ເກົາ​ຫຼີ​ໃຕ້ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານກິມ ຈົງ ອຶນ ພົບ​ປະ​ກັນ​ທີ່​ບ້ານ​ປັນ​ມຸນ​ຈອມ ໃນ​ເຂດ​ປອດ​ທ​ະ​ຫານ ເມື່ອ​ວັນ​ທີ 30 ມິ​ຖຸ​ນາ​ 2019.

ເກົາ​ຫຼີ​ເໜືອໄດ້​ປະ​ກາດເທື່ອຫລ້າ​ສຸດໃນ​ວັນ​ອັງ​ຄານມື້ນີ້ ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ລົງຂອງກຳ​ນົດ​ເສັ້ນ​ຕາຍ​ເປັນ​ເວ​ລາ​ນຶ່ງ​ປີ​ ສຳ​ລັບ​ສະ​ຫະ​ລັດ​ ເພື່ອ​ສະ​ເໜີ​ໃຫ້​ການ​ຜ່ອນຜັນ ​ໃນ​ການ​ເຈ​ລະ​ຈາ​ເລື້ອງ​ນິວ​ເຄ​ລຍ ທີ່​ພວມ​ຫຍັບ​ໃກ້​ເຂົ້າ​ມາ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ສື່ມວນ​ຊົນ​ລັດ ທ່ານນີ ແທ ຊອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ທີ່​ຮັບ​ຜິດຊອບ​ກິດ​ຈະ​ການ​ສະ​ຫະ​ລັດ ກ່າ​ວ​ວ່າ “ທັງ​ໝົດ​ແມ່ນ​ຂຶ້ນ​ຢູ່​ກັບ​ສະ​ຫະ​ລັດ​ ທີ່​ຂອງ​ຂວັນ​ວັນ​ຄ​ຣິ​ສ​ມັ​ສຂອງ​ຕົນ​ຈະ​ເລືອກນັ້ນ​ແມ່ນ​ຫຍັງ.”

ນອກນັ້ນ ທ່ານ​ນີ ຍັງ​ໄດ້​ຕ້ອງ​ຕິ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດທີ່​ຈະ​ເປີດ​ການເຈ​ລະ​ຈາ​ຕື່ມ​ກັບ​ເກົາ​ຫຼີ​ເໜືອໂດຍ​ເວົ້າ​ວ່າ ການ​ເຈ​ລະ​ຈາ​ດັ່ງ​ກ່າວ “ແມ່ນ​ເປັນພຽງເລ້​ຫຼ່ຽມທີ່​ໂງ່​ຈ້າ” ເພື່ອ​ຈຸດ​ປະ​ສົງ​ທາງ​ດ້ານ​ການ​ເມືອງ.

ການ​ເຈ​ລະ​ຈາ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ນັບ​ແຕ່​ເດືອນ​ກຸມ​ພາ​ຕົ້ນ​ປີນີ້ ໂດຍ​ທີ່​ເກົາ​ຫຼີ​ເໜືອ​ຢາກ​ໃຫ້​ມີ​ການ​ຜ່ອນ​ຜັນ​ໃນ​ການ​ລົງ​ໂທດ ກ່ອນ​ທີ່​ຈະ​ຍອມ​ຍົກ​ເລີກ​ຄວາມສາ​ມາດ​ໃນ​ດ້ານ​ນິວ​ເຄ​ລຍຂອງ​ຕົນ ອັນ​ເປັນ​ເສັ້ນ​ທາງ​ທີ່​ສະ​ຫະ​ລັດ​ໄດ້​ປະຕິ​ເສດ ມາ​ຈົນ​ຮອດ​ເວ​ລານີ້.

ການ​ເຕືອນ​ໃນ​ວັນ​ອັງ​ຄານມື້ນີ້ແມ່ນ​ເປັນ​ການ​ເຕືອນ​ແບບ​ເປັນ​ໄນ​ເທື່ອ​ຫຼ້າ​ສຸດ​ຂອງ​ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ເໜືອ ກ່ອນ​ໜ້າ​ເສັ້ນ​ຕາຍ ​ທີ່​ກຳ​ນົດ​ໂດຍ​ຜູ້​ນຳ ກິມ ຈົງ ອຶ​ນ ມາເຖິງ.

ໃນ​ອາ​ທິດ​ແລ້ວ ເກົາ​ຫຼີ​ເໜືອ​ໄດ້ທຳ​ການ​ທົດ​ລອງ​ເທື່ອ​ທີ 4 ​ໃນ​ປີນີ້ ​ໃນ​ອັນ​ທີ່​ເກົາ​ຫຼີ​ເໜືອ​ເອີ້ນ​ວ່າ “ລະ​ບົບ​ຍິງ​ຈະ​ຫຼວດ​ໄດ້​ຫຼາຍ​ລູກ​ພ້ອມ​ກັນ​ຂະ​ໜາດ​ໃຫຍ່” ແລະເຕືອນ​ວ່າ ຕົນ​ອາດ​ຈະ​ຍິງ “ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ແທ້​ຈິງ” ໄປ​ໃສ່​ບໍ​ລິ​ເວນ​ທີ່ຢູ່​ໃກ້ໆ​ປະ​ເທດ​ຍີ​ປຸ່ນ.

ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂ້າມ​ທະ​ວີບເທື່ອ​ສຸດ​ທ້າຍ​ຂອງ​ເກົາ​ຫລີ ເໜື​ອແມ່ນ​ມີ​ຂຶ້ນ​ໃນ​ເດືອນ​ພະ​ຈິກ​ປີ 2017 ແລະ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ແມ່ນໃນ​ເດືອນ​ກັນ​ຍາ​ປີ 2017.

ໃນ​ເດືອນ​ເມ​ສາ​ປີ 2018 ທ່ານ​ກິມ​ໄດ້ປະ​ກາດ​ໃຫ້​ເກົາ​ຫຼີ​ເໜືອໂຈະ​ການ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ແລະ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ ໂດຍເວົ້າ​ວ່າ ເກົາ​ຫຼີ​ເໜືອ​ບໍ່​ຈຳ​ເປັນ​ຕ້ອງ​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ​ແລະ​ອາ​ວຸດ​ນິວເຄ​ລຍ​ອີກ​ຕໍ່​ໄປ​ແລ້ວ.

ເມື່ອ​ໄວໆ​ມານີ້ ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ເໜືອ ໄດ້​ເຕືອນ​ຄວາມ​ຊົງ​ຈຳ​ວ່າ ເກົາ​ຫຼີ​ເໜືອ​ໂຈະ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ແລະ​ການ​ທົດ​ລອງອາ​ວຸດ​ນິວ​ເຄ​ລຍ ແມ່ນ​ມີ​ຂຶ້ນ​ຕາມ​ລຳ​ພັງ ແລະ​ສາ​ມາດ​ຕ່າວ​ປີ້ນ​ຄືນ​ໄດ້.

North Korea issued its latest warning Tuesday that its end-of-year deadline for the United States to offer concessions in nuclear talks is approaching.

In a statement carried by state media, Ri Thae Song, North Korea's vice minister of foreign affairs handling U.S. affairs, said it is "entirely up to the U.S. what Christmas gift it will select to get."

Ri also criticized U.S. efforts to conduct more talks with North Korea, saying such dialogue is only a "foolish trick" for political purposes.

The negotiations have been stalled since February with North Korea seeking sanctions relief before giving up any of its nuclear capability, a path the United States has so far rejected.

Tuesday's warning was the latest in veiled statements made by North Korean officials ahead of the deadline set by leader Kim Jong Un.

Last week, North Korea conducted its fourth launch this year of what it called a "super-large, multiple-rocket launch system," and warned it may soon launch a "real ballistic missile" in the vicinity of Japan.

North Korea last tested an intercontinental ballistic missile in November 2017, and conducted a nuclear test in September 2017.

In April 2018, Kim announced a self-imposed moratorium on ICBM and nuclear tests, saying North Korea "no longer need(s)" those tests.

Recently, North Korean officials have issued reminders that North Korea’s pause on ICBM and nuclear tests was self-imposed and can be reversed.

XS
SM
MD
LG