ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ບັນ​ດາຜູ້​ສະ​ໝັກ ປະ​ທາ​ນາ​ທິ​ບໍ​ດີ ​ຂອງພັກ​ເດ​ໂມ​ແຄ​ຣັດ ກະ​ກຽມ ໂຕ້​ວາ​ທີ ທີ່​ນະ​ຄອນ​ແອັດ​ແລນ​ຕາ


ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຈາກ​ພັກ​ເດ​ໂມ​ແຄ​ຣັດ​ຈະ​ຈັດ​ການ​ໂຕ້​ວາ​ທີ​ເທື່ອ​ທີ 5 ທີ່​ນະ​ຄອນ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ ໃນ​ວັນ​ພຸດມື້ນີ້. ບັນ​ດາ​ຜູ້​ສະ​ໝັກ​ທັງ 10 ຄົນ ​ຈະ​ໂຕ້​ວາ​ທີ​ກັນ​ ກ່ຽວ​ກັບການ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະທາ​ນາ​ທິ​ບໍ​ດີ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ ແມ່ນ​ໄດ້​ຖືກ​ບົດ​ບັງ​ໂດຍ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ເພື່ອຟ້ອງຮ້ອງທີ່​ພົວ​ພັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ. ຈິມ ມາ​ໂລນ ນັກ​ຂ່າວວີ​ໂອ​ເອ ມີ​ລາຍ​ງານ ກ່ຽວ​ກັບ​ເລື້ອງນີ້ ຊຶ່ງໄພ​ສານ ຈະ​ນຳ​ເອົາລະອຽດ​ມາສະເໜີ ທ່ານ ໃນອັນດັບຕໍ່ໄປ.


ມັນ​ຈະ​ເປັນ​ການ​ໂຕ້​ວາ​ທີ ທີ່​ມີ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຈຳ​ນວນ​ຫຼວງ​ຫຼາຍ​ ຈາກ​ພັກ​ເດ​ໂມ​ແຄ​ຣັດ ເຂົ້າ​ຮ່ວມ​ອີກ​ເທື່ອ​ນຶ່ງ ຢູ່ທີ່​ນະ​ຄອນ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ ​ຊຶ່ງໃນ​ເທື່ອນີ້ ​ບັນ​ດາ​ຜູ້ສະ​ໝັກທັງສິບຕ່າງ​ກໍ​ຈະ​ແຂ່ງ​ຂັນ​ກັນ​ເພື່ອ​ໃຫ້ເປັນ​ຈຸດ​ສົນ​ໃຈ​ຂອງ​ພວກ​ຜູ້​ຊົມ​ແລະ​ຜູ້​ຟັງ.

ຜູ້​ສະ​ໝັກ​ທີ່​ມີ​ຄະ​ແນນ​ນຳ​ໜ້າ​ສອງ​ຄົນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນແລະ​ ສະ​ມາ​ຊິກ​ສະ​ພາ​ສູງ​ເອ​ລີ​ຊາ​ແບັດ ວໍ​ເຣັນ ຈາກ​ລັດ​ແມັ​ສຊາ​ຈູ​ແຊັ​ສ ຈະ​ເປັນ​ຈຸດ​ສູນ​ກາງ​ຂອງ​ເວ​ທີ.

ແຕ່​ຜູ້​ສະ​ໝັກ​ຄົນ​ນຶ່ງ ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດໃນ​ເວ​ລານີ້​ກໍ​ຄື ເຈົ້າ​ຄອງ​ກຳ​ແພງ​ເມືອງ​ເຊົາ​ເບັນ​ ໃນ​ລັດ​ອິນ​ດຽນ​ນາ ທ່ານ​ພີດ ບຸດ​ຕີ​ເຈັກ.

ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ບຸດ​ຕີ​ເຈັກ ແມ່ນ​ມີ​ຄະ​ແນນ​ນຳ​ໜ້າ​ທີ່​ສູງ​ຂຶ້ນ​ຢູ່​ທີ່​ລັດ​ໄອ​ໂອ​ວາຊຶ່ງ​ເປັນ​ລັດ​ທີ່​ຈະ​ເລີ້ມການ​ປະ​ຊຸມ​ສະ​ມາ​ຊິກ​ຂອງ​ພັກ​ແລະການ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໃນ​ເດືອນ​ກຸມ​ພາທີ່​ຈະ​ມາ​ເຖິງນີ້. ທ່ານ​ບຸດ​ຕີ​ເຈັກ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ມີ​ຜູ້​ໄດ້​ຟັງ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຫຼາຍ​ປານ​ໃດ ກໍ​ຍິ່ງ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ໃຫ້​ການ​ສະ​ໜັບ​ສະ​ໜຸນຂ້າ​ພ​ະ​ເຈົ້າ​ເພີ້ມ​ຂຶ້ນ ແລະ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ຂະ​ຫຍາຍພື້ນ​ຖານ​ຫຼາຍ​ຂຶ້ນ​ຕື່ມ​ອີກ.”

ທ່ານ​ໄບ​ເດັນ​ຍັງ​ສືບ​ຕໍ່​ມີ​ຄະ​ແນນ​ນຳ​ໜ້າ ​ໃນ​ການ​ຢັ່ງ​ຫາງ​ສຽງ​ທົ່ວ​ປະ​ເທດ ແລະ​ຖົກ​ຖ​ຽງວ່າ ທ່ານ​ຈະ​ເປັນ​ຜູ້​ສະ​ໝັກ​ທີ່​ເຂັ້ມ​ແຂງ​ສຸດ​ຂອງ​ພັກ​ເພື່ອ​ລົງ​ແຂ່ງ​ຂັນ​ກັບ

ປະ​ທານ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃນ​ປີ​ໜ້າ. ທ່ານ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ຜູ້​ໃດ​ກໍ​ຕາມ​ໃນ​ໝູ່​ຂອງ​ພວກ​ເຮົາ​ ຊຶ່ງ​ໃນ​ທີ່​ສຸດ​ກໍ​ຈະ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ລົງ​ສະ​ໝັກ​ແຂ່ງ​ຂັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ຕໍ່​ໄປ ແມ່ນຈະ​ເປັນ​ຜູ້​ສືບ​ທອດ 2 ຢ່າງ ​ທີ່ແນ່ນອນ ນັ້ນກໍ​ຄື​ປະ​ເທດ​ຊາດ​ທີ່​ມີ​ການ​ແບ່ງ​ແຍກແລະ​ໂລກ ​ທີ່ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ.

ສະ​ມາ​ຊິກ​ສະ​ພາ​ສູງວໍ​ເຣັນ ກໍ​ຍັງ​ສືບ​ຕໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ເປັນ​ທີ​ສອງ​ຂອງ​ພັກເດ​ໂມ​ແຄ​ຣັດ ແຕ່​ກໍ​ໄດ້​ພົບ​ເຫັນ​ວ່າທ່ານ​ນາງ​ແມ່ນ​ຢູ່​ໃນ​ທ່າ​ຕັ້ງ​ຮັບ​ໃນ​ຕອນ​ຫຼັງໆມານີ້ ກ່ຽວ​ກັບ​ໂຄງ​ການ​ຮັກ​ສາ​ສຸ​ຂະ​ພາບ​ແບບ​ໃໝ່ ​ຂອງ​ລັດ​ຖະ​ບານ ນັ້ນ​ກໍ​ຄືເມ​ດີ​ແຄ​ສຳ​ລັບ​ທຸກໆ​ຄົນ. ສະ​ມາ​ຊິກ​ສະ​ພາ​ສູງວໍ​ເຣັນ ກ່າວ​ວ່າ:

“ມາ ສະ​ມາ​ຊິກ​ຜູ້​ລົງ​ຄະ​ແນນ​ສຽງ​ຂອງ​ພັກ ມາ​ສະ​ໜັບ​ສະ​ໜຸນ​ຂ້າ​ພະ​ເຈົ້າ ແລະ​ຕໍ່​ສູ້​ຄຽງ​ຂ້າງ​ຂ້າ​ພະ​ເຈົ້າ ຍ້ອນ​ວ່ານີ້​ແມ່ນ​ຍຸກ​ສະ​ໄໝ​ຂອງ​ພວກ​ເຮົາ​ທີ່​ຈະ​ມີ​ຄວາມຝັນ​ທີ່​ໃຫຍ່ໆ ຕໍ່​ສູ້​ຢ່າງ​ບໍ່​ຮູ້​ອິດ​ເມື່ອຍ ແລະ​ຈະ​ເອົາ​ຊະ​ນະ!”

ຜູ້​ສະ​ໝັກ​ໜ້າ​ໃໝ່​ຄົນ​ນຶ່ງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຊຶ່ງ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໂຕ້​ວາ​ທີ​ຄັ້ງ​ນີ້ ກໍ​ໄດ້​ແກ່​ອະ​ດີດ​ຜູ້​ປົກ​ຄອງ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ທ່ານ​ແພ​ຕ​ຣິກ ເດ​ວາ​ລຊຶ່ງ​ທ່ານ​ໄດ້​ປະ​ກາດ​ໃນ​ອາ​ທິດ​ແລ້ວນີ້ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ທ່ານ​ກ່າວ​ກ່ຽວ​ກັບ​ເລື້ອງນີ້ວ່າ:

“ການ​ໂຄ​ສະ​ຫາ​ສຽງ​ນີ້ ຂ້າ​ພະ​ເຈົ້າ​ຄິດ​ວ່າ ແມ່ນ​ເປັນ​ໂອ​ກາດ​ເພື່ອ​ນຳ​ເອົາ​ຜູ້​ຄົນ​ໃຫ້ເຂົ້າ​ມາ​ຫາ​ກັນ.”

​ເຊັ່ນ​ດຽວ​ກັນ ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ​ນິວຢອກ ມະ​ຫາ​ເສດ​ຖີ​ພັນ​ລ້ານ ໄມ​ເກີ​ລ ບ​ລູມ​ເບີກ ກໍ​ເຂົ້າ​ຮ່ວມໃນ​ການ​ແຂ່ງ​ຂັນ.

ທ່ານ​ເລ​ຣີ ຊາ​ບາ​ໂຕ ນັກ​ວິ​ເຄາະ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ເວີ​ຈີ​ເນຍ ກ່າວ​ວາ ການ​ເຂົ້າ​ຮ່ວມ​ເພີ້ມ​ຂຶ້ນ​ຂອງ​ຜູ້​ສະ​ໝັກພາ​ໃຫ້​ມີຄຳ​ຖາມ​ກ່ຽວ​ກັບ​ບັນ​ດາ​ຜູ້​ລົງແຂ່ງ​ຂັນ​ທີ່​ມີ​ຢູ່​ໃນ​ເວ​ລານີ້ ຊຶ່ງ​ທ່ານ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ມັນ​ເປັນ​ທີ່​ເຫັນ​ໄດ້​ແຈ້ງ ພວກ​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍໆ​ຄົນມີ​ຄວາມເປັນ ​ຫ່ວງ​ຫຼາຍ ​ກ່ຽວ​ກັບ​ພວກ​ຜູ້​ສະ​ໝັກທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ. ຜູ້​ສະ​ໝັກ​ແຕ່​ລະ​ຄົນຕ່າງ​ກໍ​ມີ​ບັນ​ຫາ ຄືມີ​ອາ​ຍຸ​ສູງ​ໂພດ ມີ​ອາ​ຍຸ​ນ້ອຍ​ໂພດ ມີ​ປະ​ສົບ​ພະ​ການ​ຫຼາຍ​ໂພດ ມີ​ປະ​ສົບ​ພະ​ການ​ບໍ່​ພຽງ​ພໍ ນິ​ຍົມ​ຊ້າຍ​ຫຼາຍ​ໂພດ ນິ​ຍົມ​ຂວາ​ຫຼາຍ​ໂພດ ແມ່ນ​ຫຍັງກໍ​ຕາມ​ທີ່​ທ່ານ​ສາ​ມາດ​ຄິດ​ໄດ້.”

ຜູ້​ສະ​ໝັກ​ຄົນ​ອື່ນໆ​ອີກ 8 ຄົນ​ກໍ​ຈະ​ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ​ທີ່​ນະ​ຄອນ​ແອັດ​ແລນ​ຕາ ຮວມ​ທັງ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມັນ​ທ໌ ທ່ານ​ເບີ​ນີ ແຊນ​ເດີ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ແຄ​ລີ​ຟໍ​ເນຍ ທ່ານ​ນາງ​ຄາ​ມາ​ລາ ແຮ​ຮິ​ສ ສະ​ມາ​ຊິກ​ສະ​ພາສູງ​ຈາກ​ລັດ​ມິນ​ເນ​ໂຊ​ຕາ ທ່ານ​ນາງ​ເອ​ມີ ໂກ​ລ​ບາ​ຊາ ແລະ​ສະ​ມາ​ຊິກ​ສະ​ພາ​ສູງຈ​າກ​ລັດ​ນິວ​ເຈີ​ຊີ ທ່ານ​ຄໍ​ຣີ ບຸກ​ເກີ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG