ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ອິນ​ເດຍ ຕັດ​ສິນ ເຫັນ​ພ້ອມ ໃຫ້​ສ້າງວັດ​ ຮິນ​ດູ ໃສ່​ດິນ ທີ່​ມີ​ການ​ຂັດ​ແຍ້ງ


ພວກ​ສະ​ແຫວງ​ບຸນ​ຊາວ​ຮິນ​ດູ ພວມ​ໄຫວ້​ຮູບ​ຂອງ​ພະ​ຣາມ
​ທີ່​ເມືອງ​ອະ​ໂຍ​ທະ​ຍາ ໃນ​ປະ​ເທດ​ອິນ​ເດຍ ເມື່ອ​ວັນ​ທີ 9 ພະ​ຈິກ 2019.
ພວກ​ສະ​ແຫວງ​ບຸນ​ຊາວ​ຮິນ​ດູ ພວມ​ໄຫວ້​ຮູບ​ຂອງ​ພະ​ຣາມ ​ທີ່​ເມືອງ​ອະ​ໂຍ​ທະ​ຍາ ໃນ​ປະ​ເທດ​ອິນ​ເດຍ ເມື່ອ​ວັນ​ທີ 9 ພະ​ຈິກ 2019.

ສານ​ສູງ​ສຸດ​ຂອງ​ອິນ​ເດຍ​ໃນ​ວັນ​ເສົາ​ມື້ນີ້ ໄດ້​ຕັດ​ສິນມອບ​ດິນ​ທີ່​ມີ​ການ​ຂັດ​ແຍ້ງ​ໃຫ້​ແກ່​ສາ​ສະ​ໜາ​ຮິນ​ດູ ຊຶ່ງ​ແຜ້ວ​ທາງ​ໄປ​ສູ່​ການ​ສ້າງວັດ​ໃໝ່ ທີ່​ເມືອງ​ອະ​ໂຍ​ທະ​ຍາ ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ອິນ​ເດຍ ບ່ອນທີ່​ຝູງ​ຊົນ​ຊາວ​ຮິນ​ດູ ໄດ້​ພາ​ກັນ​ມ້າງວັດ​ໃນ​ສັດ​ຕະ​ວັດ​ທີ 16 ຂອງ​ສາ​ສະ​ໜາ​ອິ​ສລາມ ເມື່ອ 25 ປີກວ່າໆ​ຜ່ານ​ມາ​ແລ້ວ.

ໃນການ​ຕັດ​ສິນ​ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະ​ສັນ ຕໍ່​ບັນ​ຫາ​ຂັດ​ແຍ້ງ​ທີ່​ເກົ່າ​ແກ່ແລະ​ມີ​ການ​ຖົກ​ຖຽງ​ກັນ​ແຮງ​ທີ່​ສຸດ​ຂອງ​ປະ​ເທດລະ​ຫວ່າງ​ກຸ່ມ​ຊາວ​ຮິນ​ດູ​ ແລະ​ຊາວ​ມຸ​ສ​ລິມນັ້ນ ຄະ​ນະ​ຜູ້​ພິ​ພາກ​ສາ 5 ທ່ານ ໄດ້​ສັ່ງ​ໃຫ້​ຊາວ​ມຸ​ສ​ລິມ​ຄວນ​ໄດ້​ຮັບດິນ​ທີ່​ເປັນ​ທາງ​ເລືອກ​ອີກ​ຕອນ​ນຶ່ງ ເພື່ອ​ສ້າງວັດ​ເຂົາ​ເຈົ້າ.

ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ທີ່​ດຳ​ເນີນ​ມາ​ໄດ້​ຫຼາຍ​ທົດ​ສະ​ວັດ ກ່ຽວ​ກັບ​ດິນ 2.77 ເອເຄີ້​ມີ​ຂຶ້ນ​ໃນ​ປີ 1992 ເວ​ລາ​ການ​ທຳ​ລາຍ​ວັດ​ດັ່ງ​ກ່າວ​ກໍ່​ໃຫ້​ເກີດ​ການ​ກະ​ບົດ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດສອງ​ພັນ​ຄົນ.

​ພວກ​ຜູ້ນຳ​ຂອງ​ສາ​ສະ​ໜາ​ຮິນ​ດູ ແລະ​ສາ​ສະ​ໜາ​ອິ​ສ​ລາມ ຕ່າງ​ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ສະ​ຫງົບ​ແລະ​ຄວາມ​ປຸ້ມ​ລຸ້ມ​ສາ​ມັກ​ຄີ ຫຼັງ​ຈາກ​ໄດ້​ມີ​ການ​ປະ​ກາດ​ຄຳ​ພິ​ພາກ​ສາ​ແລ້ວ.

ຊາວ​ຮິນ​ດູ​ເຊື່ອ​ວ່າ ດິນ​ທີ່​ມີ​ການ​ຂັດ​ແຍ້ງ​ຕອນນີ້ ເປັນ​ບ່ອນ​ປະ​ສູດ​ຂອງ​ພະ​ເຈົ້າ​ຣາ​ມາ ແລະ​ວັດ​ສາ​ສະ​ໜາ​ອິ​ສ​ລາມ​ແມ່ນ​ໄດ້​ສ້າງ​ໃສ່​ຊາກ​ຫັກ​ພັງ​ຂອງວັດ​ສາ​ສະ​ໜາ​ຮິນ​ດູ.

ທ່ານ​ຊາ​ຟາ​ຢັບ ຈີ​ລາ​ນີ ທະ​ນາຍ​ຄວາມ​ຂອງ​ຊາວ​ມຸ​ສ​ລິມ​ທີ່​ຟ້ອງ​ຮ້ອງ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ພໍ​ໃຈ​ກັບ​ຄຳ​ຕັດ​ສິນນີ້ ແຕ່​ກໍ​ຮ້ອງ​ຂໍ​ໃຫ້​ທຸກ​ຄົນ​ຢູ່​ໃນ​ຄວາມ​ສະ​ຫງົບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG