ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ການ​ທູດ ກ່າວ​ວ່າ ປ. ທ​ຣຳ ຢາກ​ໃຫ້ ທ່ານ​ເຊ​ເລນ​ສ​ກີ ກ່າວ 3 ຄຳ ຕໍ່​ສາ​ທາ​ລະ​ນະ ຄື ການ​ສືບ​ສວນ ໄບ​ເດັນ ແລະ ຄ​ລິນ​ຕັນ


ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ແລະ
ປະ​ທ​ນາ​ທິ​ບໍ​ດີ​ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ຢູ່​ຂ້າງນອກ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ທີ່​ນະ​ຄອນ​ນິວ​ຢອກ ເມື່ອ​ວັນ​ທີ 25 ກັນ​ຍາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ແລະ ປະ​ທ​ນາ​ທິ​ບໍ​ດີ​ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ຢູ່​ຂ້າງນອກ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ທີ່​ນະ​ຄອນ​ນິວ​ຢອກ ເມື່ອ​ວັນ​ທີ 25 ກັນ​ຍາ 2019.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຕ້ອງ​ການ​ຢາກ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີຂອງ​ຢູ​ເຄ​ຣນຢືນ​ຢູ່​ທີ່​ໄມ​ໂກ​ຣ​ໂຟນ ແລະ​ກ່າວ​ຄຳ​ເວົ້າສາມ​ຄຳ ຄື ສືບ​ສວນ ທ່ານໄບ​ເດັນ ແລະ​ທ່ານ​ນາງ​ຄ​ລິນ​ຕັນ ອີງ​ຕາມ​ຄຳ​ໃຫ້​ການ​ ຂອງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງກະ​ຊວງ​ການ​ຕ່າງ​ປະ​ເທດ.

​ການ​ສືບ​ສວນ​ຂອງສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ກ່ຽວ​ກັບ​ວ່າ​ຄວນ​ມີ​ການ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ​ຫຼື​ບໍ່ ໄດ້​ເປີດ​ເຜີຍ​ຄຳ​ໃຫ້​ການ​ໃນ​ເດືອນ​ແລ້ວນີ້ ຂອງ​ຮອງ​ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ຈອ​ຣ​ຈ ເຄັນ​ທ໌.

ທ່ານເຄັນ​ທ໌ກ່າວ​ວ່າ ຄຳ​ເວົ້າ​ທີ່​ທ່ານ​ທ​ຣຳ​ຕ້ອງ​ການ​ຢາກ​ໄດ້​ຍິນ ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ໄດ້​ຖືກ​ສົ່ງ​ໄປ​ໃຫ້​ທ່ານ​ເຄັນ​ທ໌ ໂດຍບຸກ​ຄົນ​ອື່ນໆ​ທີ່​ຢູ່​ໃນ​ຄະ​ນະ​ລັດ​ຖະ​ບານ ທີ່​ຕິດ​ຕໍ່​ໂດຍ​ກົງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ.

ມີ​ການ​ອ້າງ​ຄຳ​ເວົ້າ​ຂອງ​ທ່ານເຄັນ​ທ໌ ທີ່​ກ່າວ​ວ່າ “ນັ້ນ​ຄື​ຂໍ້​ຄວາມ ທີ່​ທ່ານ​ເຊ​ເລນ​ສກີ​ຈຳ​ເປັນ​ຕ້ອງ​ໄດ້​ໄປ​ທີ່​ໄມ​ໂກ​ຣ​ໂຟນ ແລະ​ຕ້ອງ​ໄດ້​ກ່າວ​ສາມ​ຄຳ ​ຢູ່​ຂໍ້​ຄວາມ​ດັ່ງ​ກ່າວ ແລະນັ້ນ​ຂຽນ​ເປັນ​ລະ​ຫັດ.”

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ ຕ້ອງ​ການ​ຢາກ​ຮູ້​ຈັກ​ວ່າ ທ່ານ​ທ​ຣຳ​ໄດ້​ກັກ​ເງິນ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ​ຕໍ່​ຢູ​ເຄ​ຣນ 400 ລ້ານ​ໂດ​ລາ ນອກ​ຈາກວ່າ​ທ່ານ​ເຊ​ເລນ​ສ​ກີຈະ​ທຳ​ການ​ສືບ​ສວນ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ຫຼື​ບໍ່ ຕໍ່​ທ່ານ​ໂຈ ໄບ​ເດັນ ຄູ່​ແຂ່ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ການ​ເລືອກ​ຕັ້ງ​ປີ 2020 ໃນ​ຂໍ້​ຫາສໍ້​ລາດ​ບັງ​ຫຼວງ.

ນອກນັ້ນ​ແລ້ວ ທ່ານ​ທ​ຣຳ​ຍັງ​ຢືນ​ຢັດ​ວ່າ ຢູ​ເຄ​ຣນ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ໃນ​ນາມ​ພັກ​ເດ​ໂມ​ແຄ​ຣັດ ແລະ​ຜູ້​ສະ​ໝັກ​ຂອງ​ພັກ ທ່ານນາງ​ຮິ​ລ​ລາ​ຣີ ຄ​ລິນ​ຕັນ.

ທ່ານເຄັນ​ທ໌ກ່າວ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ “ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເລີ້ມ​ຕົ້ນ​ການ​ຟ້ອງ​ຮ້ອງ​ທີ່​ມີ​ຈຸດ​ປະ​ສົງ​ທາງ​ການ​ເມືອງທີ່ເປັນ​ອັນ​ຕະ​ລາຍ​ໃຫ້​ແກ່​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ທັງ​ຢູ່​ໃນ​ຢູ​ເຄ​ຣນ ແລະ​ໃນ​ສະ​ຫະ​ລັດນຳ​ດ້ວຍ.

ນອກ​ນັ້ນ​ແລ້ວ ທ່ານ​ເຄັນ​ທ໌​ຍັງ​ໃຫ້​ການ​ວ່າ ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ​ທ​ຣຳ ໄດ້ທຳ​ການ "​ປຸກ​ລະ​ດົມຕົວະ​ລ່າຍ” ຕໍ່​ເອກ​ອັກ​ຄະ​ລັດຖະ​ທູດສະ​ຫະ​ລັດ​ປະ​ຈຳ​ຢູ​ເຄ​ຣນ ທ່ານ​ນາງ​ມໍ​ຣີ ໂຢ​ວາ​ໂນ​ວິ​ສ ກ່ອນ​ທີ່​ທ່ານ​ທ​ຣຳຈະ​ປົດ​ທ່ານ​ນາງ​ອອກ​ຈາກ​ຕຳ​ແໜ່ງ.

ທ່ານ​ເຄັນ​ທ໌​ໃຫ້​ການ​ວ່າ “ການ​ກ່າວ​ຢ້ຳ​ຂອງ​ທ່ານ ແລະ​ການ​ກ່າວ​ຫາ​ຕໍ່​ອະ​ດີດ​ເອກ​ອັກ​ຄະ​ລັດຖະ​ທູດໂຢ​ວາ​ໂນ​ວິ​ສແມ່ນ​ດຳ​ເນີນ​ໄປ​ໂດຍ​ປາ​ສະ​ຈາກ​ພື້ນ​ຖານບໍ່​ມີ​ມູນ​ຄວາມ​ຈິງ ຈ້ຳ​ເມັດ. ທ່ານ​ຈູ​ລີ​ອາ​ນີໄດ້​ທຳ​ການ​ປຸກ​ລະ​ດົມທີ່​ເຕັມ​ໄປ​ດ້ວຍການ​ຕົວະ​ລ່າຍ ​ແລະ​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ ມາ​ໄດ້ຫຼາຍ​ເດືອນ​ແລ້ວ.”

ທ່ານ​ເຄັນ​ທ໌​ກ່າວ​ວ່າ ທ່ານ​ເອງ​ກໍ​ໄດ້​ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ​ຂອງ​ທ່ານ​ຈູ​ລີ​ອາ​ນີ ແລະ​ຖືກ​ແຈ້ງ​ໃຫ້​ຊາບ​ວ່າ “ບໍ່​ໃຫ້​ເວົ້າ​ຫຍັງ​ຫຼາຍ” ເມື່ອ​ກ່າວ​ເຖິງ​ເລື້ອງ​ຢູ​ເຄ​ຣນ.

ທ່ານ​ເວົ້າ​ວ່າ “ຈູ​ລີ​ອາ​ນີ​ບໍ່​ໄດ້​ປຶກ​ສ​າ​ຫາ​ລື​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່ຽວ​ກັບ​ສິ່ງທີ່​ທ່ານ​ກຳ​ລັງ​ເຮັດ​ໃນ​ເຄິ່ງ​ປີ​ທຳ​ອິດ​ຂອງ 2019 ແລະ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ດີ​ທີ່​ສຸດ​ກໍ​ແມ່ນ​ວ່າ ທ່ານ​ບໍ່​ໄດ້​ສະ​ເໜີ​ແນະ​ວ່າ ທ່ານ​ໄດ້​ຊຸກ​ຍູ້​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG