ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​​ສະ​ຫະ​ລັດ ຮຽກ​ຮ້ອງ ໃຫ້​ເປີດ​ການ​ເຈ​ລະ​ຈາ ເພື່ອແກ້​ໄຂ ສະ​ພາບ​ການບໍ່​ໄປ​ບໍ່​ມາ ໃນ​ເຮ​ຕີ


FILE - Several hundred protesters march carrying signs in Creole calling for President Jovenel Moïse to resign, in Port-au-Prince, Haiti, Oct. 21, 2019.
FILE - Several hundred protesters march carrying signs in Creole calling for President Jovenel Moïse to resign, in Port-au-Prince, Haiti, Oct. 21, 2019.

ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງ ໄດ້​ອອກ​ຖະ​ແຫຼງ​ຂ່າວ​ສະ​ບັບ​ນຶ່ງ ໃນ​ຕອນ​ແລງວັນ​ພ​ະ​ຫັດ​ຜ່ານ​ມາກ່ຽວ​ກັບ​ວິ​ກິດ​ການທີ່​ຮ້າຍ​ແຮງທາງ​ດ້ານ​ການເມືອງ​ແລະ​ເສດ​ຖະ​ກິດຂອງ​ເຮ​ຕີ ໂດຍ​ຮຽກ​ຮ້ອງ​ໃຫ້​ພວກ​ທີ່​ມີ​ສ່ວນ​ໄດ້ສ່ວນ​ເສຍ​ເລີ້ມ​ການ​ປຶກ​ສາ​ຫາ​ລື​ເພື່ອ​ແກ້​ໄຂ​ບັນ​ຫາ​ຕ່າງໆ ທີ່​ເຮັດ​ໃຫ້​ປະ​ເທດ​ດັ່ງກ່າວ​ເປັນ​ອຳ​ມະ​ພາດ​ໄປ​ນັ້ນ.

ຖະ​ແຫຼງ​ຂ່າວ​ກ່າວ​ວ່າ “ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ພວກ​ທີ່​ມີ​ສ່ວນ​ໄດ້​ສ່ວນເສຍ​ທາງ​ດ້ານ​ການ​ເມືອງ ເສດ​ຖະ​ກິດ ແລະ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ​ຂອງ​ເຮ​ຕີ ເລີ້ມ​ເປີດ​ການ​ເຈ​ລະ​ຈາ​ຫາ​ລື ທີ່​ຮວມ​ເອົາ​ທຸກ​ພັກ​ຝ່າຍ ໂດຍ​ບໍ່​ມີ​ການຊັກຊ້າ ​ຫຼື​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້າເພື່ອ​ລ​ະ​ບຸ​ແລະ​ເອົາ​ເສັ້ນ​ທາງ​ໃນ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານທີ່​ສາ​ມາດ​ເຮັດ​ວຽກ​ໄດ້ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ຊາວ​ເຮ​ຕີ.”

ຖະ​ແຫຼງ​ຂ່າວ ທີ່​ອອກ​ເປັນ​ພາ​ສາ​ອັງ​ກິດ ຝ​ຣັ່ງ ແລະ​ເຄ​ຣ​ໂອ​ນ ບໍ່​ໄດ້​ເຊັນ​ໂດຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມີ​ແຊນ ຊີ​ຊົງ (Michele Sison). ຖະ​ແຫຼງ​ຂ່າວ​ແມ່ນສົ່ງ​ໄປ​ຫາ​ພວກ​ຜູ້​ນຳ​ຂອງ​ປະ​ເທດ ຄື​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ເວ​ແນ​ລ ມົວ​ເຊ ແລະ​ຜູ້ນຳ​ຝ່າຍ​ຄ້ານ ໂດຍ​ຊຸກ​ຍູ້​ໃຫ້​ບຸກ​ຄົນ​ທັງ​ສອງ “ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ກ້າວ​ໄປ​ສູ່ການ​ແກ້​ໄຂ​ດ້ວຍ​ຄວາມ​ສະ​ຫງົບ​ແລະ​ເປັນ​ປະ​ຊາ​ທິ​ປະ​ໄຕ ແບບ​ຮີບ​ຮ້ອນ​ຕື່ມ​ຂຶ້ນ.”

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່​ສະ​ຫະ​ລັດ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ເຈ​ລະ​ຈາ​ຫາ​ລືລະ​ດັບ​ຊາດ​ເພື່ອ​ເປັນ​ຊ່ອງ​ທາງ​ຍຸ​ຕິ​ສະ​ພາບ​ການ​ບໍ່​ໄປ​ບໍ່​ມາ​ທາງ​ດ້ານ​ການ​ເມືອງ. ເອກອັກ​ຄະ​ລັດ​ຖະ​ທູດ​ຊີ​ຊົງ ແລະ​ສະ​ມາ​ຊິກ​ຂອງ​ກຸ່ມ​ຫຼັກ ທີ່​ຮວມ​ທັງ​ເອກ​ອັກ​ຄະ​ລັດ

ຖະ​ທູດຝ​ຣັ່ງ ສະ​ເປນ ກາ​ນາ​ດາ ບ​ຣາ​ຊີ​ລ ສະ​ຫະ​ພາບ​ຢູ​ໂຣບ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ບັນ​ດາ​ປະ​ເທດ​ໃນ​ທະ​ວີບ​ອາ​ເມ​ຣິ​ກາກໍໄດ້​ອອກ​ຄຳ​ເຕືອນ ທີ່​ຄ້າຍ​ຄື​ກັນ​ນີ້ ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ.

ເຮ​ຕີ​ ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ການບໍ່​ໄປ​ບໍ່​ມາ ເປັນ​ເວ​ລາ 16 ເດືອນ​ແລ້ວ ຍ້ອນ​ມີ​ການ​ປະ​ທ້ວງ ການ​ຂາດ​ແຄນ​ນ້ຳ​ມັນ​ເຊື້ອ​ໄຟ ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້​ລາດບັງ​ຫຼວງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີແລະ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ ເງິນ​ເຟີ້​ທີ່​ສູງກວ່າ 10 ເປີ​ເຊັນ ແລະ​ອາ​ຊະ​ຍາ​ກຳ​ຕ່າງໆ.

ການ​ປະ​ທ້ວງ​ປະ​ຈຳ​ອາ​ທິດ ແມ່ນ​ເພີ້ມ​ທະ​ວີ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ໂດຍ​ມີ​ສະ​ມາ​ຊິກ​ຂອງ​ກຸ່ມ​ສາ​ສະ​ໜາ ການ​ສຶກ​ສາ ແລະ​ປະ​ຊາ​ຄົມ​ໃຫ້​ຄວາມ​ບັນ​ເທີງ ແລະ​ແມ່ນ​ກະ​ທັ້ງ​ພາກ​ສ່ວນ​ທຸ​ລະ​ກິດ ກໍ​ໄດ້​ພາ​ເຂົ້າ​ຮ່ວມ​ສົມ​ທົບ ໃນ​ການ​ຮຽກ​ຮ້ອງ ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ລາ​ອອກ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG