ເຈົ້າໜ້າທີ່ສະຫະລັດໄດ້ຮຽກຮ້ອງອີກຄັ້ງນຶ່ງ ເພື່ອໃຫ້ແກ້ໄຂບັນຫາຮົງກົງ “ແບບມີມະນຸດສະທຳ” ບ່ອນທີ່ການປະທ້ວງ ມີທ່າທາງວ່າຈະບໍ່ຢຸດເຊົາລົງງ່າຍໆ.
ທ່ານເດວິດ ສຕີລແວລ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບກິດຈະການເຂດເອເຊຍປາຊີຟິກ ກ່າວໃນລະຫວ່າງ ການໃຫ້ການຕໍ່ຄະນະກຳມະການຄວາມສຳພັນຂອງສະພາສູງ ໃນວັນພຸດວານນີ້ວ່າ “ຢູ່ຮົງກົງ ພວກເຮົາເຊື່ອວ່າ ສິດເສລີພາບໃນການສະແດງຄວາມຄິດຄວາມເຫັນແລະການໂຮມຊຸມນຸມແບບສັນຕິ ແມ່ນຄຸນຄ່າຫຼັກທີ່ພວກເຮົາມີຮ່ວມກັນກັບປະຊາຊົນໃນຮົງກົງນັ້ນ ຕ້ອງໄດ້ຮັບການປົກປ້ອງຄຸ້ມຄອງຢ່າງແຂງຂັນ.”
ທ່ານສຕີລແວລກ່າວວ່າ ສະຫະລັດຈະສືບຕໍ່ຮຽກຮ້ອງໃຫ້ປັກກິ່ງ ປະຕິບັດຕາມຄວາມໝັ້ນໝາຍຂອງຕົນທີ່ຈະໃຫ້ການເຄົາລົບຕໍ່ການປົກຄອງຕົນເອງໃນລະດັບສູງຂອງຮົງກົງ.
ກ່ອນໜ້ານີ້ ໃນການໃຫ້ສຳພາດຕໍ່ໂທລະພາບຟັອກສທຸລະກິດໃນວັນພຸດວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວກ່າວວ່າ ພວກປະທ້ວງຢູ່ຮົງກົງ ຮ້ອງຂໍໃຫ້ລັດຖະບານຈີນປະຕິບັດຕາມຄຳໝັ້ນສັນຍາຂອງຕົນພາຍໃຕ້ຄຳປະກາດຮ່ວມລະຫວ່າງຈີນກັບອັງກິດໃນປີ 1984 ຕະຫຼອດທັງອັນທີ່ເອີ້ນວ່າ ກອບ “ນຶ່ງປະເທດສອງລະບົບ” ຫຼັງຈາກອັງກິດໄດ້ໂອນການຄວບຄຸມອານານິຄົມຮົງກົງໃຫ້ແກ່ຈີນໃນວັນທີນຶ່ງ ກໍລະກົດ 1997.
ທ່ານພອມພຽວກ່າວວ່າ “ພວກເຂົາເຈົ້າໄດ້ຮ້ອງຂໍໃຫ້ຄະນະນຳພາຂອງຈີນເຄົາລົບຕໍ່ຄຳໝັ້ນສັນຍາທີ່ຕົນໄດ້ໃຫ້ໄວ້. ພວກເຂົາເຈົ້າໄດ້ໃຫ້ໄວ້ກັບອັງກິດ ໃນຂໍ້ຕົກລົງທີ່ຍື່ນຕໍ່ອົງການສະຫະປະຊາຊາດ. ນັ້ນຄືນະໂຍບາຍຂອງສະຫະລັດ.
ທ່ານກ່າວຕື່ມວ່າ “ປະທານາທິບໍດີກໍໄດ້ກ່າວໄວ້ວ່າ ທ່ານຢາກໃຫ້ເປັນທີ່ແນ່ໃຈວ່າຈີນປະຕິບັດຕໍ່ສ່ວນບຸກຄົນແບບມີມະນຸດສະທຳ. ນັ້ນແມ່ນສິ່ງທີ່ເປັນຈຸດສູນກາງຂອງນະໂຍບາຍອາເມຣິກັນ ກ່ຽວກັບຮົງກົງ.”