ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ຕ້ອງ​ຕິ​ເທີ​ກີ ທີ່​ບຸກ​ໂຈມ​ຕີ​ຊາວ​ເຄີດ ໃນ​ພາກ​ເໜືອ​ຊີ​ເຣຍ​ວ່າ ເປັນ​ຄວາມ​ຜິດ​ພາດ​ຢ່າງ​ໃຫຍ່


ພວກ​ຊາວ​ເຄີດ​ປະ​ທ້ວງ ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ເທີ​ກີ ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ ສ​ປ​ຊ ທີ່​ເມື​ອງ​ເອີ​ບິ​ລ ໃນປະ​ເທດ​ອີ​ຣັກ ເມື່ອ​ວັນ​ທີ 10 ຕຸ​ລາ 2019.
ພວກ​ຊາວ​ເຄີດ​ປະ​ທ້ວງ ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ເທີ​ກີ ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ ສ​ປ​ຊ ທີ່​ເມື​ອງ​ເອີ​ບິ​ລ ໃນປະ​ເທດ​ອີ​ຣັກ ເມື່ອ​ວັນ​ທີ 10 ຕຸ​ລາ 2019.

ພວກ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ ຕ້ອງ​ຕິການ​ບຸກ​ໂຈມ​ຕີ​ຂອງ​ເທີ​ກີ​ ເຂົ້າ​ໄປ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ​ຂອງ​ຊີ​ເຣຍ ໂດຍ​ເອີ້ນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານດັ່ງ​ກ່າວນັ້ນ​ວ່າ “ເປັນ​ຄວາມ​ຜິດ​ພາດ​ຢ່າງ​ໃຫຍ່” ທີ່​ອາດ​ມີ​ຜົນ​ຕິດ​ຕາມ​ມາຢ່າງ​ຮ້າຍ​ແຮງ​ຕໍ່​ສະ​ຖາ​ນະ​ການ​ດ້ານ​ຄວາມ​ໝັ້ນ​ຄົງຢູ່​ໃນ​ຂົງ​ເຂດ ແລະ​ໄກ​ອອກ​ໄປ​ກວ່ານັ້ນ.

​ການ​ຕ້ອງ​ຕິ​ຂອງວໍ​ຊິງ​ຕັນ ​ຊຶ່ງ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ຂອງ​ຢູ​ໂຣບ​ແລະຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດນັ້ນ ມີ​ຂຶ້ນໃນ​ຂະ​ນະ​ທີ່​ປືນ​ໃຫຍ່​ແລະ​ເຮືອ​ບິນ​ລົບ​ຂອງ​ເທີ​ກີໂຈມ​ຕີ​ທີ່​ຕັ້ງ​ທາງ​ທະ​ຫານ​ຂອງພວກ​ຊາວ​ເຄີດ ໃນ​ເຂດ​ຊາຍ​ແດນ​ຂອງ​ຊີ​ເຣຍ​ເປັນ​ມື້​ທີ​ສອງ​ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ໄດ້​ບັງ​ຄັບ​ໃຫ້​ພວກ​ພົນ​ລະ​ເຮືອນ​ຫຼາຍໆ​ພັນ​ຄົນ​ຕ້ອງ​ໄດ້​ພາ​ກັນ​ອົບ​ພະ​ຍົບຫຼົບ​ໄພ.

ເທີ​ກີ ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ ທີ່​ສົ່ງ​ໄປ​ຫາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ການຕອບ​ໂຕ້ຂອງ​ຕົນຈະ​ດຳ​ເນີນ​ໄປ​ “ແບບ​ສົມ​ສ່ວນ​ດ້ວຍ ຄວາມ​ລະ​ມັດ​ລະ​ວັງ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ.”

ແຕ່​ພວກ​ຜູ້​ນຳ​ຂັ້ນ​ສູງ​ຂອງ​ສະ​ຫະ​ລັດ​ໄດ້​ເຕືອນ​ວ່າ ເຖິງ​ແມ່ນ​ອັງ​ກາ​ຣາ​ສາ​ມາດ​ໃຫ້​ເຫດ​ຜົນ​ທີ່​ດີ​ໃນ​ການ​ຄ້ຳ​ປະ​ກັນ​ຂອງ​ຕົນ​ ແຕ່​ຜົນ​ທີ່​ຕິດ​ຕາມ​ມາ​ ໃນ​ການ​ບຸກ​ໂຈມ​ຕີ​ເຂົ້າ​ໄປ​ໃນ​ຊີ​ເຣຍ ແມ່ນ​ຮ້າຍ​ແຮງ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄົນ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້​ວ່າ “ນີ້​ແມ່ນ​ຄວາມ​ຜິດ​ພາດ​ສຳ​ລັບ​ເທີ​ກີ​ທີ່​ໄດ້​ກະ​ທຳ​ໄປ.”

ເຈົ້າ​ໜ້າ​ທີ່​ທ່ານນີ້​ ກ່າວ​ຕື່ມ​ວ່າ “ເທີ​ກີ​ໄດ້​ແຈ້ງ​ໃຫ້​ພວກ​ເຮົາ​ຊາບ​ ກ່ຽວ​ກັບ​ຫຼັກ​ການ​ທົ່ວ​ໄປໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ປະ​ຕິ​ບັດແລະ​ເປົ້າ​ໝາຍ​ທາງ​ທະ​ຫານ​ຂອງ​ພວກ​ເຂົ​າ​ເຈົ້າ​ແມ່ນ​ຫຍັງ. ພວກ​ເຮົາ​ຄິດ​ວ່າ ທັງ​ໝົດ​ນັ້ນ​ເປັນ​ຄວາມ​ຄິດ​ທີ່​ບໍ່​ຄ່ອຍ​ດີ.”

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ໄດ້​ຖືກ​ຕ້ອງ​ຕິ ​ທີ່​ “ເປີດ​ໄຟ​ຂຽວ” ໃຫ້ແກ່​ເທີ​ກີ​ທຳ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ ໂດຍ​ສັ່ງ​ໃຫ້​ກຳ​ລັງ​ພິ​ເສດ​ຂອງສະ​ຫະ​ລັດ​ທີ່​ເຮັດ​ວຽກ​ຢູ່​ໃນ​ເຂດ​ຊາຍ​ແດນ​ດັ່ງ​ກ່າວ ຖອນ​ອອກ​ໄປ ແລະ​ໃນ​ຂະນະ​ດຽວ​ກັນ ກໍ​ກົດ​ດັນ​ໃຫ້​ອັງ​ກາ​ຣາ​ ທົບ​ທວນ​ຄືນ ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ຕົນ.

ທ່ານ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ພວກ​ເຮົາ​ມີ​ນຶ່ງ​ໃນ​ສາມ​ທາງ​ເລືອກຄື​ສົ່ງກຳ​ລັງ​ຫຼາຍ​ພັນ​ຄົນ​ເຂົ້າ​ໄປ​ແລະ​ເອົາ​ຊະ​ນະ​ທາ​ງ​ດ້ານ​ທະ​ຫານ ໂຈມ​ຕີ​ເທີ​ກີ​ຢ່າງ​ໜັກ​ທາງດ້ານ​ການ​ເງິນ​ພ້ອມ​ກັບ​ການ​ລົງ​ໂທດ ຫຼື​ບໍ່​ກໍ​ໄກ່​ເກ່ຍ​ໃຫ້​ມີ​ການ​ຕົກ​ລົງ​ລະ​ຫວ່າງ​ເທີແລະ​ພວກ​ຊາວ​ເຄີດ."

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG